ການຮ່ວມມືລະຫວ່າງ ສະຫະລັດແລະອິນໂດເນເຊຍ

  • ສິງ ບູຣົມມະວົງ

ທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ແລະທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ຖະແຫລງຂ່າວຮ່ວມກັນ ທີ່ເກາະບາຫລີ ອິນໂດເນເຊຍ, ວັນທີ 24 ກໍລະກົດ 2011

ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ດໍາ​ເນີນ​ການ​ຊ້ອມ​ລົບ​ດ້ານ​ຄວາມ​ປອດ​ໄພ​ຮ່ວມ​ກັນ​ກັບ​ອິນ​ໂດ​ເນ
ເຊຍ​ປະມານ 140 ຄັ້ງ​ ໃນ​ລະຫວ່າງ​ສົກ​ປີ​ປັດຈຸບັນນີ້.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ນອກ​ນັ້ນ ກະຊວງ​ຍຸຕິ​ທໍາ​ສະຫະລັດ​ກໍໄດ້ໃຫ້
ການ​ຊ່ອຍ​ເຫລືອ​ເຮືອ​ລາດ​ຕາ​ເວນ 19 ລໍາ​ ຊຶ່ງ​ຕໍາ​ຫຼວດນໍ້າ​ອິນໂດ​ເນ​ເຊຍ​ໄດ້ນໍາ​ໃຊ້​ໃນ​ການ
ລາດຕາ​ເວນ​ໄປ​ຕາມໝູ່​ເກາະ​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ​ແລ້ວ.

ໄດ້​ມີ​ການ​ປະກາດ​ໂຄງການ​ຊ້ອມ​ລົບ​ນີ້​ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້​ ໃນ​ຂະນະ​ທີ່​ທ່ານ​ນາງ​ຮີນ
ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ພົບ​ປະຄູ່​ຕໍາ​ແໜ່​ງອິນ​ໂດ​ເນ​ເຊ​ຍ
ທ່ານ Marty Natalegawa ຫລັງ​ຈາກ​ກອງ​ປະຊຸມ​ນາໆຊາດ​ທີ່​ເກາະ​ບາ​ຫລີ. ກະຊວງ​
ການ​ຕ່າງປະ​ເທດສະຫະລັດ​ກ່າວ​ຕື່ມ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນເຖິງຄວາມ
ຮ່ວມ​ໄມ້​ຮ່ວມ​ມື​ກັນ​ທາງ​ດ້ານ​ທະຫານ​ທີ່​ກ້າວໜ້າໄປ​ເລື້ອຍໆ​ລະຫວ່າງ​ສອງ​ປະ​ເທດ.

ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ຕື່ມ​ວ່າ ນອກ​ນີ້ ຕົນ​ຍັງ​ໄດ້​ອອກ​ເງິນ​ເປັນ​ຄ່າໃຊ້​ຈ່າຍ​ຄ່າ​ສໍາລັບ
ໃຫ້​ພວກພວກ​ຊາວ​ອິນ​ໂດ​ເນ​ເຊຍ​ແລະ​ອາ​ເມຣິກັນ​ຈໍານວນ​ຫລາຍ​ເປັນ​ປະວັດ​ການ​ ​ໄດ້​ເຂົ້າ​
ຮ່ວມ​ໃນໂຄງ​ການ​ແລກປ່ຽນນັກ​ສຶກສາ​ແລະ​ຄູ​ອາຈານ​ນັ້ນ​ນໍາ.