ພິທີຮັບຕໍາແໜ່ງ ສະໄໝທີ 2 ຂອງທ່ານ ໂອບາມາ (ວີດິໂອລາວ/ອັງກິດ)

یونان کے سماراس کولمبیا کے زونیجا اور گوٹیریز کے درمیان فٹ بال کو کنٹرول کرنے کی کوشش کرتے ہوئے

ປະຊາຊົນຫຼາຍແສນຄົນ ​ໄປເຕົ້າໂຮມກັນຢູ່ທີ່ສະໜາມຫຼວງ ເພື່ອຊົມພິທີສາບານຕົວ ເຂົ້າຮັບຕໍາແໜ່ງ ປະທານາທິບໍດີ ສະໄໝທີສອງ ຂອງທ່ານໂອບາມາ.
ປະທານາທິບໍດີບາຣັກ ໂອບາມາ ໄດ້ສາບານຕົວເຂົ້າຮັບຕໍາ
ແໜ່ງປະທານາ ທິບໍດີສະໄໝທີສອງ ຕໍ່ໜ້າມະຫາຊົນ ເມື່ອວັນ
ຈັນທີ່ຜ່ານມານີ້ ໂດຍມີປະຊາຊົນຫຼາຍແສນຄົນພາກັນ​ໄປເຕົ້າ
ໂຮມກັນຢູ່ທີ່ສະໜາມຫຼວງ ໃນນະຄອນຫລວງວໍຊິງຕັນ ດີຊີ
ເພື່ອຊົມພິທີສາບານຕົວດັ່ງກ່າວ ມືໂບກທຸງຊາດອະເມຣິກັນ
ພ້ອມກັບຮ້ອງໂຮສະໜັບສະໜຸນປະທານາທິບໍດີ ຄົນທີ 44
ຂອງປະ​ເທດ. Carolyn Presutti ຜູ້ສື່ຂ່າວວີໂອເອ ນໍາເອົາ
ພາບແລະສຽງຂອງບັນຍາກາດ ໃນພິທີສາບານຕົວປະທານາ
ທິບໍດີ ຄັ້ງທີ 57 ຂອງສະຫະລັດ ມາ​ໃຫ້ຊົມ.

ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:

Your browser doesn’t support HTML5

ພິທີສາບານໂຕ ເຂົ້າຮັບຕໍາແໜ່ງ ສະໄໝທີສອງ ຂອງປະທານາທິບໍດີ ໂອບາມາ


ພິທີສາບານຕົວຂອງປະທານາທິບໍດີ ​ແມ່ນມື້ນຶ່ງທີ່ຊາວອະເມຣິກັນສ່ວນຫຼາຍ ພາກັນລືມ​ເລື້ອງການເມືອງ ແລະນຸ່ງຫົ່ມເສື້ອຜ້າທີ່ສະແດງເຖິງຄວາມຮັກຊາດ.

ມັນເປັນມື້​ທີ່ປະທານາທິບໍດີສາບານຕົວເຂົ້າຮັບຕໍາແໜ່ງ.

Pres Obama act //: “I Barack Hussein Obama, do solemn
“ຂ້າພະເຈົ້າ Barack Hussein Obama ຂໍສາບານຢ່າງຈິງຈັງວ່າ…

ແລະຕໍ່ໜ້າຊາວອະເມຣິກັນຫຼາຍແສນຄົນ ສັນຍາວ່າຈະຍຶດໝັ້ນຕໍ່ລັດຖະທໍາມະນູນ

“ສະນັ້ນຂໍໃຫ້ພະຜູ້ເປັນເຈົ້າຈົ່ງຊ່ວຍຂ້າພະເຈົ້າດ້ວຍເຖີ້ນ….”

ໃນຄໍາປາ​ໄສຫລັງ​ຈາກສາບານຕົວ​ແລ້ວ ປະທານາທິບໍດີໂອບາມາ ໄດ້ເວົ້າເຖິງຄວາມຮັບ ຜິດຊອບຂອງອະເມຣິກາ ທີ່ມີຕໍ່ໂລກ.

“ພວກເຮົາຈະສະໜັບສະໜຸນປະຊາທິປະໄຕ ຈາກຕັ້ງແຕ່ເອເຊຍໄປຫາອາຟຣິກາ ຈາກທະວີ​ບອະເມຣິກາ ໄປຈົນເຖິງພາກຕາເວັນອອກກາງ ເພາະຜົນປະໂຫຍດ ແລະຄວາມຮູ້ຜິດຮູ້ຊອບຂອງພວກເຮົາ ຜັກດັນ​ໃຫ້ພວກເຮົາປະຕິບັດການໃນ ນາມຂອງບັນດາຜູ້ທີ່ຕ້ອງການເສລີພາບ.”

ທ່ານໂອບາມາຍັງໄດ້ເນັ້ນຢໍ້າເຖິງຜົນສໍາເລັດຕ່າງໆ ໃນສະໄໝທີນຶ່ງຂອງທ່ານ.

“ສົງຄາມທີ່ຍືດເຍື້ອມາໄດ້ສິບປີນັ້ນ ກໍາລັງ​ຈະສິ້ນສຸດລົງ ແລະເສດຖະກິດ
ກໍ​ໄດ້ເລີ່ມຟື້ນຕົວຄືນ​ແລ້ວ.”


ແລະທ່ານໂອບາມາ ຮຽກຮ້ອງໃຫ້ມີການປະຕິບັດງານເປັນອັນນຶ່ງອັນດຽວກັນ ເພື່ອແກ້ໄຂ
ບັນຫາຕ່າງໆຢູ່ພາຍໃນປະເທດ ຊຶ່ງ​ເປັນ​ການ​ເອີ່ຍ​ເຕື້ອງ ເຖິງການແບ່ງແຍກກັນທີ່ເປັນຢູ່
ໃນປັດຈຸບັນນີ້ ຢູ່ໃນລັດຖະສະພາ.

“ພວກທ່ານ ແລະຂ້າພະເຈົ້າເອງ ໃນຖານະ​ເປັນ​ພົນລະ​ເມືອງນໍາກັນ ພວກເຮົາ
ມີພັນທະ ທີ່ຈະຫຼໍ່ຫຼອມການອະພິປາຍຕ່າງໆ ຂອງຍຸກຂອງພວກເຮົາ ບໍ່ແມ່ນ
ດ້ວຍ​ບັດຄະແນນສຽງທີ່ພວກເຮົາປ່ອນໄປ​ເທົ່ານັ້ນ ແຕ່ດ້ວຍສຽງທີ່ພວກເຮົາ
ປາກ​ເວົ້າ​ອອກມາ ​ເພື່ອປ້ອງກັນຄ່ານິຍົມອັນ​ເກົ່າ​ແກ່​ທີ່​ສຸດຂອງພວກ​ເຮົາ ແລະ
ຫລັກ​ອຸດົມການ ທີ່​ພວກ​ເຮົາ​ຍຶດຖື​ມາຊົ່ວກາລະນານ.”


ຫຼາຍໆຄົນໃນຝຸງຊົນ ສະແດງຄວາມຍິນດີກັບຄໍາ​ເວົ້າຂອງທ່ານ​ໂອ​ບາ​ມາ ​ເຊ່ນ​ແມ່ຍິງ​ຄົນ​ນີ້.

“ຄວາມຫວັງຂອງຂ້ອຍ ກໍຄືຢາກເຫັນປະ​ເທດ​ຊາດປຸ້ມລຸມກັນ. ພວກເຮົາຕ້ອງ
ການ ສອງພັກແທ້ໆໃນປະເທດນີ້ ຊຶ່ງມັນສໍາຄັນຫຼາຍສໍາລັບຂ້ອຍ ແລະນີ້ເປັນ
ຈຸດເລີ່ມຕົ້ນຂອງຄວາມ​ຫວັງນັ້ນ.”


ເບິ່ງວີດິໂອພາສາອັງກິດ:

Your browser doesn’t support HTML5

Obama Takes Oath for Second Term, Calls for United Action



ຫຼັງຈາກພິທີທາງການຜ່ານພົ້ນໄປແລ້ວ ປະທານາທິບໍດີແລະສະຕຣີໝາຍເລກນຶ່ງ ກໍໄດ້
ນໍາພາການ​ເດີນ​ສວນສະໜາມ​ຕາມ​ປະ​ເພນີ ທີ່​ໃຫຍ່​ໂຕ​ໜ້າ​ເບິ່ງ​ທີ່​ສຸດ ທີ່ປະກອບດ້ວຍ
ເກືອບ 9,000 ຄົນ ສັດ 200 ໂຕແລະຂະບວນລົດແຫ່ຈາກ 50 ລັດ ທີ່ເຄື່ອນຍ້າຍຈາກຕຶກ
ລັດ ຖະສະພາ ໄປຍັງທໍານຽບຂາວ.

ສິ່ງນຶ່ງ​ທີ່​ຝຸງ​ຊົນປາດ​ຖະໜາ​ນັ້ນ​ ກໍຄືການ​ໄດ້ຢືນຢູ່​ແຄມທາງ ຢູ່ຈຸດບ່ອນທີ່ປະທານາທິບໍດີ ລົງຈາກລົດປະ​ຈໍາ​ຕໍາ​ແໜ່ງ ແລະກໍຍ່າງ​ໄລຍະ​ນຶ່ງ ໄປຍັງ ທໍານຽບຂາວ.

ທັງປະທານາທິບໍດີແລະສະຕຣີໝາຍເລກນຶ່ງ ບໍ່ໄດ້ເຮັດໃຫ້​ເຂົາ​ເຈົ້າຜິດຫວັງ. ພວກ​ທ່ານ
ໄດ້ລົງຍ່າງສອງເທື່ອ ທ່າມກາງສຽງຮ້ອງໂຮປິຕິຍິນດີຢ່າງຟົດຟື້ນຈາກຝຸງຊົນ.

ຝຸງຊົນທີ່​ໄປ​ຮ່ວມ​ໃນຄັ້ງນີ້ ປະເມີນວ່າໜ້ອຍກວ່າເມື່ອສີ່ປີກ່ອນ ແລະ​ເນື່ອງຈາກ​ວ່າ​ເປັນ ສະໄໝທີ່ສອງ ຄວາມ​ຕື່ນ​ເຕ້ນ​ກໍ​ແມ່ນ​ຈະ​ສັ້ນ​ກວ່າ​ຄື​ກັນ. ​ໃນ​ອາທິດຕໍ່ໜ້ານີ້ ປະທານາທິ
ບໍດີ ກໍຈະ​ກັບ​ຄືນ​ໄປປະເຊີນໜ້າກັບລັດຖະສະພາ ທີ່ແບ່ງແຍກ​ເປັນ​ສອງ​ຂົ້ວ ​ໂດຍ​ຈະໄດ້​
ເຮັດ​ວຽກ​ກັບ​ພວກ​ຜູ້​ແທນຢູ່ໃນຕຶກດຽວກັນ ກັບບ່ອນທີ່ທ່ານໄດ້ຮຽກຮ້ອງໃຫ້ມີ​ຄວາມ​ສາ
ມັກຄີ ເປັນອັນນຶ່ງອັນດຽວກັນນັ້ນ.

ວີດິໂອກ່ຽວກັບຊຸດລາຕີຂອງພັນລະຍາປະທານາທິບໍດີ ໃນງານສະຫລອງ
ການເຂົ້າຮັບຕໍາແໜ່ງ:


Your browser doesn’t support HTML5

Michelle Obama Stuns in Jason Wu Gown