ຜູ້ກວດກາກະຊວງຍຸຕິທຳ ສຫລ ກຳລັງສືບສວນເບິ່ງວ່າ ມີການແຊກແຊງ ໃນການເລືອກຕັ້ງ ຫລືບໍ່

ຜູ້ປ່ອນບັດຄົນນຶ່ງ ກໍາລັງໄປປ່ອນບັດຢູ່ໃນນະຄອນແອັດແລນຕາ, ລັດຈໍເຈຍ, ວັນທີ 3 ພະຈິກ, 2020

ຜູ້ກວດກາອິດສະຫຼະທີ່ກະຊວງຍຸຕິທຳສະຫະລັດກ່າວ ໃນວັນຈັນວານນີ້ວ່າ ທ່ານກຳລັງດຳເນີນການສືບສວນວ່າ ມີຜູ້ໃດໃນກະຊວງດັ່ງກ່າວໄດ້ໄປ “ກ່ຽວຂ້ອງກັບຄວາມພະຍາຍາມ ທີ່ບໍ່ຖືກຕ້ອງ” ເພື່ອຕ່າວປີ້ນໄຊຊະນະຂອງປະທານາທິບໍດີໂຈ ໄບເດັນ ຢູ່ໃນການເລືອກຕັ້ງປະທານາທິບໍດີປີ 2020 ຫລືບໍ່.

ຜູ້ກວດກາທົ່ວໄປ, ທ່ານໄມໂຄ ໂຮໂຣວິດຊ໌ (Horowitz) ກ່າວວ່າ ທ່ານຈະກວດກາການກະທຳຂອງເຈົ້າໜ້າໃນປະຈຸບັນ ແລະໃນອະດີດຂອງກະຊວງຍຸຕິທຳ, ແຕ່ຈະບໍ່ກວດເບິ່ງການກະທຳ ຢູ່ໃນບ່ອນອື່ນຂອງລັດຖະບານ.

ທ່ານວິລລຽມ ບາ, ອະດີດລັດຖະມົນຕີກະຊວງຍຸຕິທໍາ ທີ່ໄດ້ນໍາພາກະຊວງຍຸຕິທຳກ່ອນຈະລົງຈາກຕຳແໜ່ງນຶ່ງເດືອນກ່ອນ ໜ້ານີ້ ກ່າວວ່າ ກະຊວງດັ່ງກ່າວ “ບໍ່ໄດ້ເຫັນການສໍ້ໂກງເຖິງຂັ້ນວ່າ ສາມາດສົ່ງຜົນກະທົບເຮັດໃຫ້ຜົນການເລືອກຕັ້ງປ່ຽນ” ໄຊຊະນະຂອງທ່ານໄບເດັນໄດ້.

ແຕ່ທ່ານທຣໍາ, ທີ່ການດຳລົງຕຳແໜ່ງເປັນເວລາ 4 ປີຢູ່ໃນທຳນຽບຂາວໄດ້ສິ້ນສຸດລົງໃນວັນພຸດທີ່ຜ່ານມາ ເມື່ອທ່ານ ໄບເດັນໄດ້ສາບານຕົວເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງປະເທດນັ້ນ ໄດ້ກ່າວອ້າງແບບບໍ່ມີມູນຄວາມຈິງເປັນເວລາຫລາຍອາທິດ ວ່າການປ່ອນບັດລົງຄະແນນສຽງ ແລະການນັບຄະ ແນນສຽງທີ່ບໍ່ຖືກ ເຮັດໃຫ້ທ່ານຖືກສໍ້ໂກງຢູ່ໃນການເລືອກຕັ້ງ, ເຖິງແມ່ນວ່າຜູ້ພິພາກສາໄດ້ຍົກເລີກຄະດີຟ້ອງຮ້ອງປະມານ 60 ຄະດີ ຢູ່ໃນສານ ທີ່ອ້າງວ່າມີການສໍ້ໂກງຢູ່ໃນລັດທີ່ສຳຄັນທີ່ທ່ານໄບເດັນຊະນະ ແລະໄດ້ໃຫ້ຫລັກຖານພິສູດໃນຕັດສິນຂອງການເລືອກຕັ້ງແລ້ວກໍຕາມ.

ການປະກາດກ່ຽວກັບການສືບສວນຂອງທ່ານ ໂຮໂຣວິດຊ໌ (Horowitz) ມີຂື້ນຫລັງຈາກໜັງສືພິມ New York Times ລາຍງານວ່າ ລັດຖະມົນຕີຊ່ວຍວ່າ ການ, ທ່ານ ເຈັບຟຣີ ຄລາກ (Jeffrey Clark) ໄດ້ສົນທະນາຫາລືການວາງແຜນກັບທ່ານ ທຣໍາ ໃນທ້າຍເດືອນທັນວາຜ່ານມາທີ່ຈະປົດທ່ານ ເຈັບຟຣີ ໂຣເຊັນ (Jeffrey Rosen), ຮັກສາການລັດຖະມົນຕີກະຊວງຍຸຕິທໍາອອກຈາກຕໍາ ແໜ່ງຫລັງຈາກທ່ານ ບາ ໄດ້ອອກຈາກຄະນະລັດຖະບານຂອງທຣໍາໄປແລ້ວ, ແລະຫຼັງຈາກນັ້ນກໍກ່າວອ້າງວ່າມີການສໍ້ໂກງຢ່າງແຜ່ຫຼາຍ ແລະໄດ້ທ້າທາຍຜົນຂອງການເລືອກຕັ້ງ.

ມີລາຍງານວ່າການໂອ້ລົມສົນທະນາກັນໄດ້ມີຂຶ້ນບໍ່ພໍເທົ່າໃດມື້ ກ່ອນໜ້າການຈັດກອງປະຊຸມຂອງລັດຖະສະພາໃນວັນທີ 6 ມັງກອນ ເພື່ອຢັ້ງຢືນໄຊຊະນະຂອງທ່ານໄບເດັນຢູ່ໃນຄະແນນທີ່ໄດ້ມາຈາກຜູ້ແທນລັດທີ່ເປັນການຕັດສິນການເລືອກ ຕັ້ງປະທານາທິບໍດີສະຫະລັດນັ້ນ.

ໃນຖະແຫຼງການສະບັບນຶ່ງ, ທ່ານ ຄລາກ (Clark) ໄດ້ປະຕິເສດວ່າ ທ່ານບໍ່ໄດ້ພະຍາຍາມ ທີ່ຈະປົດທ່ານ ໂຣເຊັນ (Rosen) ອອກຈາກຕໍາແໜ່ງ, ແລະທ່ານ ໂຣເຊັນ (Rosen) ກໍໄດ້ປະຕິເສດທີ່ຈະໃຫ້ຄຳເຫັນໃດໆຕໍ່ໜັງສືພິມ Washington Post. ໂດຍທີ່ທ່ານໄບເດັນໄດ້ເຂົ້າກໍາຕໍາແໜ່ງໃນທຳນຽບຂາວແລ້ວ ທ່ານຄລາກ ແລະໂຣເຊັນ, ຊຶ່ງທັງສອງລ້ວນແຕ່ເປັນຜູ້ຖືກແຕ່ງຕັ້ງໂດຍທ່ານທຣໍາ, ປະຈຸບັນໄດ້ອອກຈາກກະຊວງຍຸຕິທຳໄປແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ