ຟັງເຄິ່ງທໍາອິດຂອງລາຍງານ:
ລາຍງານຂອງກະຊວງການຕ່າງປະເທດສະຫະລັດ ທີ່ອອກໃນທ້າຍເດືອນແລ້ວນີ້ ແມ່ນເປັນ
ປີທີ 11 ນັບແຕ່ລັດຖະສະພາສະຫະລັດໄດ້ມີການຮັບຮອງເອົາກົດໝາຍວ່າດ້ວຍການຄ້າມະ
ນຸດໃນປີ 2000 ແລະໃນປີນີ້ລາວກໍແມ່ນນຶ່ງໃນຈຳນວນ 23 ປະເທດໃນກຸ່ມທີ 2 ທີ່ຖືກຮັບ
ຮູ້ວ່າໄດ້ທໍາຄວາມກ້າວໜ້າທີ່ສຳຄັນ ກ່ຽວກັບຄວາມໝາຍໝັ້ນຕັ້ງໃຈທີ່ຈະດຳເນີນບາດກ້າວ
ເພີ່ມຕື່ມ ຈຶ່ງໄດ້ຖືກຍ້າຍອອກຈາກບັນຊີລາຍຊື່ພວກປະເທດ ທີ່ຖືກຕິດຕາມຊິ້ງຊອມເບິ່ງ ຫຼື
Watch List ທີ່ລາວໄດ້ຖືກຈັດໃຫ້ຢູ່ໃນປີກາຍນີ້.
ໃນພາກສ່ວນທີ່ເວົ້າເຖິງການໃຫ້ການປົກປ້ອງຄຸ້ມຄອງນັ້ນ ລາຍງານຂອງກະຊວງການຕ່າງ
ປະເທດສະຫະລັດກ່າວວ່າ ລັດຖະບານລາວໄດ້ເພີ່ມການດຳເນີນຄວາມພະຍາຍາມເພື່ອລະບຸ
ໂຕແລະໃຫ້ຄວາມຊ່ອຍເຫລືອ ແກ່ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ໃນໄລຍະທີ່ມີ
ການລາຍງານນີ້. ເຖິງແມ່ນລັດຖະບານບໍ່ໄດ້ສ້າງຕັ້ງຫຼືຈັດຕັ້ງປະຕິບັດລະບຽບການໃນການ
ລະບຸໂຕຢ່າງເປັນທາງການ ເພື່ອຊີ້ໂຕພວກເຄາະຮ້າຍ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ
ໃນບັນດາກຸ່ມທີ່ມີຄວາມຫຼໍ່ແຫຼມ ເຊັ່ນ ພວກຄົນງານ ທີ່ກັບຄືນຈາກປະເທດໄທ ຕະຫຼອດທັງ
ພວກຍິງສາວ ແລະແມ່ຍິງທີ່ຖືກຈັບກຸມຄຸມຂັງ ຍ້ອນໄດ້ພົວພັນກັບການຄ້າປະເວນີນັ້ນກໍຕາມ
ແຕ່ກໍມີລາຍງານວ່າເຈົ້າໜ້າທີ່ລາວໄດ້ດຳເນີນຄວາມພະຍາຍາມເພື່ອລະບຸໂຕພວກທີ່ຕົກເປັນ
ເຫຍື່ອຂອງການຄ້າມະນຸດໃນໝູ່ພວກຊາວລາວຫຼາຍໝື່ນຄົນ ທີ່ໄດ້ຖືກພວກເຈົ້າໜ້າທີ່ໄທສົ່ງ
ກັບຄືນປະເທດໃນປີກາຍນີ້. ພວກເຄາະຮ້າຍໄດ້ຮັບການປິ່ນປົວພະຍາບານ ແລະບາງຄົນໄດ້
ຖືກສົ່ງໄປຍັງບ້ານພັກຊົ່ວຄາວ. ລັດຖະບານລາວລາຍງານວ່າສາມາດລະບຸໂຕພວກທີ່ຕົກເປັນ
ເຫຍື່ອຂອງການຄ້າປະເວນີ ແລະການຄ້າແຮງງານໄດ້ໃນລະຫວ່າງ 50 ຫາ 100 ຄົນ ໃນ
ບາງກຸ່ມຂອງພວກທີ່ຖືກສົ່ງກັບຄືນນັ້ນ ແລະໄດ້ຖືກສົ່ງໂຕໃຫ້ຕໍາຫຼວດດໍາເນີນການສືບສວນ.
ລັດຖະບານລາວຍັງສືບຕໍ່ກາງຕໍ່ອາໄສການຊ່ວຍເຫລືອເກືອບວ່າທັງໝົດ ນຳບັນດາອົງການ
ຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານແລະອົງການຈັດຕັ້ງນາໆຊາດ ເພື່ອໃຫ້ການບໍລິການແກ່ພວກ
ທີ່ຕົກເປັນເຫຍື່ອ.
ເດັກສາວຈຳນວນນງ ທຕົກເປັນ ເຫຍອຂອງການຄາມະນຸດ.
ໃນປີ 2010 ນັ້ນເຈົ້າໜ້າທີ່ໄທໄດ້ລະບຸໂຕແລະສົ່ງກັບຄືນ
ພວກທີ່ຕົກເປັນເຫຍື່ອປະມານ 140 ຄົນ ພາຍໃຕ້ກົນໄກ
ການຈັດສົ່ງກັບຄືນປະເທດ ຢ່າງເປັນທາງການ ຊຶ່ງໃນນັ້ນ
ເກືອບທັງໝົດແມ່ນເປັນເດັກນ້ອຍແມ່ຍິງ ທີ່ອາຍຸບໍ່ຮອດ
16 ປີ. ສະຖານທູດລາວທີ່ບາງກອກໄດ້ໃຫ້ຄວາມຊ່ອຍ
ເຫຼືອ ໃນການປະສານງານກ່ຽວກັບການຈັດສົ່ງກັບຄືນ
ຄົນລາວທີ່ຖືກລະບຸໂຕວ່າເປັນພວກທີ່ຕົກເປັນເຫຍື່ອການ
ຄ້າມະນຸດຢູ່ໄທ. ກະຊວງແຮງງານແລະສະຫວັດດີການ
ສັງຄົມຂອງລາວ ຊຶ່ງໄດ້ຮັບຄວາມສະໜັບສະໜຸນຈາກອົງການຈັດຕັ້ງນາໆຊາດ ຍັງສືບຕໍ່
ບໍລິຫານສູນກາງພັກເຊົາຊົ່ວຄາວນ້ອຍໆແຫ່ງນຶ່ງທີ່ນະຄອນວຽງຈັນ ສຳລັບພວກເຄາະຮ້າຍ
ທີ່ເຈົ້າໜ້າທີ່ໄທສົ່ງກັບຄືນນັ້ນ. ພວກເຄາະຮ້າຍໄດ້ພັກເຊົາຢູ່ທີ່ສູນດັ່ງກ່າວເປັນເວລານຶ່ງອາ
ທິດ ຂະນະທີ່ພວກເຈົ້າໜ້າທີ່ທຳການກວດເບິ່ງສຸຂະພາບແລະສືບຫາຄອບຄົວ. ພວກເຄາະ
ຮ້າຍແມ່ຍິງທີ່ຕ້ອງການຢາກໄດ້ຮັບການຊ່ອຍເຫຼືອເພີ່ມຕື່ມນັ້ນ ໄດ້ຖືກສະເໜີໃຫ້ໄປຢູ່ນຶ່ງໃນ
ບ້ານພັກ 3 ແຫ່ງຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຫຼືບ້ານພັກຂອງສະຫະພັນແມ່
ຍິງລາວທີ່ໃຫ້ຄວາມຊ່ອຍເຫຼືອແກ່ພວກເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວ ຫລືພວກ
ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະໃຫ້ການເບິ່ງແຍງຮັກສາໄລຍະຍາວ ແລະທັງໃຫ້
ການຝຶກອົບຮົມທາງດ້ານອາຊີບນໍານັ້ນ. ແຕ່ບໍ່ມີບ້ານພັກສຳລັບພວກຜູ້ຊາຍທີ່ຕົກເປັນເຫຍື່ອ
ຂອງການຄ້າມະນຸດ. ພວກແມ່ຍິງແລະເດັກນ້ອຍທີ່ຖືກລະບຸໂຕວ່າເປັນເຫຍື່ອຂອງການຄ້າ
ມະນຸດໄດ້ຖືກຍົກເວັ້ນຈາກການລົງໂທດດ້ານອາຍາ ຖ້າໄດ້ກະທຳຜິດກົດໝາຍທີ່ເປັນຜົນໂດຍ
ກົງມາຈາກການຄ້າມະນຸນັ້ນແຕ່ກົດໝາຍບໍ່ໄດ້ປົກປ້ອງພວກຜູ້ຊາຍຈາກການຖືກລົງໂທດ. ມີ
ລາຍງານວ່າລັດຖະບານລາວໄດ້ຊຸກຍູ້ໃຫ້ພວກເຄາະຮ້າຍ ໃຫ້ຄວາມຮ່ວມມືກັບຄະນະໄອຍະ
ການ ແຕ່ບໍ່ໄດ້ໃຫ້ການຄຸ້ມຄອງແກ່ພວກເຄາະຮ້າຍ ໃນຖານະເປັນພະຍານຄະດີ.
ກົດໝາຍວ່າດ້ວຍການພັດທະນາແລະການຄຸ້ມຄອງແມ່ຍິງມີຂໍ້ກຳນົດທີ່ໃຫ້ການປົກປ້ອງພວກ
ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດແຕ່ຂໍ້ກຳນົດເຫຼົ່ານີ້ບໍ່ໄດ້ກວມເອົາພວກຜູ້ຊາຍ. ໄດ້ມີການ
ຮ່າງຫລັກຊີ້ນໍາ ໃນການໃຫ້ຄວາມປົກປ້ອງຄຸ້ມຄອງແກ່ພວກເຄາະຮ້າຍຂຶ້ນໂດຍການສະໜັບ
ສະໜຸນຈາກອົງການສະຫະປະຊາຊາດແລະບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານແຕ່
ກຳລັງລໍຖ້າການຮັບຮອງເອົາຈາກລັດຖະບານຢູ່. ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ
ໄດ້ຮັບອະນຸຍາດໃຫ້ຟ້ອງຮ້ອງພວກທີ່ຄ້າມະນຸດໄດ້ແຕ່ໃນພາກໂຕຈິງແລ້ວເລື່ອງແບບນີ້ບໍ່ເຄີຍ
ມີຂຶ້ນ ຍ້ອນພວກເຄາະຮ້າຍບໍ່ມີເງິນມີຄໍາແລະກໍບໍ່ຮູ້ວ່າເຂົາເຈົ້າສາມາດຮ້ອງຂໍການຊ່ວຍເຫຼືອ
ທາງດ້ານກົດໝາຍຈາກເຈົ້າໜ້າທີ່ໄດ້.
ຟັງເຄິ່ງທີສອງຂອງລາຍງານ:
ໃນດ້ານການປ້ອງກັນນັ້ນລາຍງານຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະ
ບານລາວຍັງສືບຕໍ່ດຳເນີນຄວາມພະຍາຍາມແບບຈຳກັດເພື່ອປ້ອງກັນຂັດຂວາງການຄ້າມະ
ນຸດນັ້ນ ໂດຍໄດ້ຮັບຄວາມຊ່ອຍເຫຼືອຈາກບັນດາອົງການຈັດຕັ້ງນາໆຊາດແລະອົງການຈັດຕັ້ງ
ທີ່ບໍ່ຂຶ້ນກັບລັດຖະບານ. ກະຊວງແຮງງານແລະສະຫວັດດີການສັງຄົມຂອງລາວສືບຕໍ່ດຳເນີນ
ງານຮ່ວມກັບອົງການແມ່ແລະເດັກຫຼືຢູນີເຊັຟ ແລະບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະ
ບານໃນການດຳເນີນຄວາມພະຍາຍາມເພື່ອປຸກລະດົມໃຫ້ປະຊາຊົນຕື່ນໂຕຕໍ່ອັນຕະລາຍຈາກ
ການຄ້າເດັກນ້ອຍ. ສື່ມວນຊົນທີ່ຄວບຄຸມໂດຍລັດຖະບານ ໄດ້ສືບຕໍ່ລາຍງານກ່ຽວກັບການ
ຄ້າມະນຸດໃນໜັງສືພິມຕ່າງໆ. ເຈົ້າໜ້າທີ່ກໍໄດ້ສືບຕໍ່ ອອກຄໍາເຕືອນຢ່າງເປັນການເປີດເຜີຍຕໍ່
ການທ່ອງທ່ຽວ ເພື່ອຊອກຫາເພດສຳພັນກັບພວກເດັກນ້ອຍຢູ່ໃນລາວນັ້ນ. ໃນເດືອນກັນຍາ
ປີ 2010 ສະຫະພັນຊາວໜຸ່ມໄດ້ເປັນເຈົ້າພາບຈັດການສຳມະນາກ່ຽວກັບການປ້ອງກັນການ
ຄ້າມະນຸດ. ໃນລະຫວ່າງປີກາຍນີ້ ຄະນະກຳມະການລະດັບກະຊວງທີ່ຮັບຜິດຊອບກ່ຽວກັບ
ການຄ້າມະນຸດກໍໄດ້ສືບຕໍ່ພົບປະກັນໃນທຸກໆ 3 ເດືອນ. ໃນປີ 2007 ສະພາແຫ່ງຊາດຂອງ
ລາວໄດ້ຮັບຜ່ານແຜນການປະຕິບັດງານແຫ່ງຊາດວ່າດ້ວຍການຄ້າມະນຸດທີ່ມາຮອດປັດຈຸບັນ
ກໍຍັງບໍ່ທັນໄດ້ຮັບການເຊັນອະນຸມັດຈາກສຳນັກງານນາຍົກລັດຖະມົນຕີເທື່ອ. ໃນເດືອນເມສາ
ປີ 2010 ລັດຖະບານລາວໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດສົ່ງພວກ
ເຄາະຮ້າຍກັບຄືນປະເທດ ກັບລັດຖະບານຫວຽດນາມ. ພວກເຈົ້າໜ້າທີ່ບໍ່ໄດ້ນຳໃຊ້ຂັ້ນຕອນ
ການສອບສວນ ເພື່ອລະບຸໂຕພວກທີ່ອາດໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດໃນໝູ່ໂສເພ
ນີທີ່ພົບເຫັນໃນລະຫວ່າງທີ່ມີການບຸກເຂົ້າໄປກວດຄົ້ນຕາມໄນຄລັບຕ່າງໆທີ່ໃຊ້ເປັນສາກບັງ
ໜ້າເພື່ອການຄ້າປະເວນີນັ້ນ. ໃນປີທີຜ່ານມາລັດຖະບານລາວບໍ່ໄດ້ດຳເນີນຄວາມພະຍາຍາມ
ເພື່ອຫຼຸດຜ່ອນຄວາມຕ້ອງການໃນດ້ານການຄ້າປະເວນີນັ້ນ.
ລາຍງານຂອງກະຊວງການຕ່າງປະເທດສະຫະລັດໄດ້ໃຫ້ຄຳແນະນຳແກ່ລັດຖະບານລາວວ່າ:
- ໃຫ້ເພີ່ມການດຳເນີນຄວາມພະຍາຍາມກ່ຽວກັບການສືບສວນ ແລະລົງໂທດພວກກະທຳ
ຄວາມຜິດທັງໃນການຄ້າປະເວນີແລະຄ້າແຮງງານຮວມ ທັງຜ່ານການຮ່ວມມືກັບພວກເຈົ້າໜ້າ
ທີ່ໄທໃນກໍລະນີການຄ້າມະນຸດຂ້າມຊາດ.
- ໃຫ້ດຳເນີນຄວາມພະຍາຍາມເພື່ອແກ້ໄຂບັນຫາການຄ້າມະນຸດພາຍໃນປະເທດ ຮວມທັງ
ໂດຍຜ່ານການລະບຸໂຕແລະການໃຫ້ຄວາມຊ່ອຍເຫຼືອແກ່ຄົນລາວທີ່ຕົກເປັນເຫຍື່ອຂອງການ
ຄ້າມະນຸດພາຍໃນປະເທດແລະລົງໂທດພວກທີ່ຮັບຜິດຊອບ.
- ໃຫ້ເພີ່ມການດຳເນີນຄວາມພະຍາຍາມເພື່ອປາບປາມພວກເຈົ້າໜ້າທີ່ທີ່ສົມຮູ້ຮ່ວມຄິດຮວມ
ທັງໃຫ້ລົງໂທດດ້ານອາຍາຕໍ່ພວກເຈົ້າໜ້າທີ່ໆພົວພັນໃນຄວາມຜິດກ່ຽວກັບການຄ້າມະນຸດ.
- ໃຫ້ຈັດລະບຽບການຄວບຄຸມບັນດາອົງການເກນແຮງງານ ທີ່ຮັບຜິດຊອບໃນການອອກໃບ
ອະນຸຍາດແລະສັນຍາຕ່າງໆ ເພື່ອປ້ອງກັນບໍ່ໃຫ້ມີການຄ້າແຮງງານ.
- ໃຫ້ສ້າງຕັ້ງ ແລະຈັດຕັ້ງປະຕິບັດຂັ້ນຕອນໃນການລະບຸໂຕຢ່າງເປັນທາງການ ພວກທີ່ຕົກ
ເປັນເຫຍື່ອການຄ້າມະນຸດ ແລະຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດແລະເຈົ້າໜ້າທີ່ຊາຍແດນ ເພື່ອ
ໃຫ້ມີການລະບຸໂຕພວກທີ່ຕົກເປັນເຫຍື່ອຢ່າງເປັນລະບົບ ໂດຍສະເພາະພວກເຄາະຮ້າຍທີ່ຖືກ
ສົ່ງກັບຄືນຈາກປະເທດໄທ.
- ໃຫ້ປັບປຸງການປະສານງານລະຫວ່າງເຈົ້າໜ້າທີ່ໄທ ແລະເຈົ້າໜ້າທີ່ລັດຖະບານກາງຂອງ
ລາວ ກ່ຽວກັບການໃຫ້ຄວາມຊ່ອຍເຫຼືອແກ່ພວກທີ່ຕົກເປັນເຫຍື່ອແລະລະຫວ່າງສູນພັກ
ເຊົາຊົ່ວຄາວທີ່ວຽງຈັນແລະປະຊາຄົມໃນເຂດທ້ອງຖິ່ນ ກ່ຽວກັບການສົ່ງພວກເຄາະຮ້າຍ
ກັບຄືນໄປຍັງຖິ່ນຖານເດີມຂອງເຂົາເຈົ້າ.
- ໃຫ້ດຳເນີນຄວາມພະຍາຍາມເພີ່ມຂຶ້ນ ໃນການຊັ່ງຊາຕີລາຄາຮ່ວມກັບຄອບຄົວ ເພື່ອພິ
ຈາລະນາເບິ່ງວ່າ ມັນຈະເປັນຜົນດີຫຼືບໍ່ ສຳລັບຜູ້ຕົກເປັນເຫຍື່ອທີ່ຈະເດີນທາງກັບຄືນໄປ
ຢູ່ນຳຄອບຄົວຂອງພວກເຂົາເຈົ້າ.
- ໃຫ້ພິຈາລະນາເປີດສູນພັກເຊົາຊົ່ວຄາວທີ່ສະຫວັນນະເຂດ ສຳລັບພວກຕົກເປັນເຫຍື່ອ
ທີ່ຖືກສົ່ງກັບຄືນຈາກປະເທດໄທ.
- ໃຫ້ເພີ່ມການຊ່ອຍເຫຼືອແກ່ພວກທີ່ຕົກເປັນເຫຍື່ອ ໃນການກັບເຂົ້າສູ່ສັງຄົມຫຼັງຈາກໄດ້
ຖືກສົ່ງຄືນໄປຍັງປະຊາຄົມ ບ້ານເກີດຂອງພວກເຂົາເຈົ້າແລ້ວ.
- ໃຫ້ເລັ່ງລັດໃນການດຳເນີນຂັ້ນຕອນ ກ່ຽວກັບບົດບັນທຶກຄວາມເຂົ້າໃຈ ກັບອົງການຈັດ
ຕັ້ງທີ່ບໍ່ຂຶ້ນກັບລັດຖະບານເພື່ອຈັດຕັ້ງປະຕິບັດໂຄງການຕໍ່ຕ້ານການຄ້າມະນຸດໂດຍໄວ.
- ໃຫ້ຈັດຕັ້ງປະຕິບັດແລະສະໜັບສະໜຸນການປຸກລະດົມຕໍ່ຕ້ານການຄ້າມະນຸດຢ່າງໂຈ່ງ
ແຈ້ງເພື່ອສ້າງຄວາມຕື່ນຕົວຕໍ່ການຄ້າມະນຸດ ທີ່ແນໃສ່ພວກລູກຄ້າຂອງການຄ້າປະເວນີ
- ແລະ ໃຫ້ເພີ່ມການຮ່ວມມືກັບບັນດາອົງການຈັດຕັ້ງນາໆຊາດແລະອົງການຕັ້ງທາງສັງ
ຄົມ ເພື່ອເສີມສ້າງຄວາມສາມາດໃນການປາບປາມການຄ້າມະນຸດນັ້ນ.