ບັນດາຜູ້ນຳພັກ Republican ແລະພັກ Democrats ໃນສະພາຕ່ຳ ຊຶ່ງມັກຈະມີ
ຄວາມເຫັນແຕກຕ່າງກັນຢ່າງແຂງຂັນ ກ່ຽວກັບນະໂຍບາຍຂອງລັດຖະບານນັ້ນ
ໄດ້ຮວມຕົວກັນ ໃນວັນພຸດວານນີ້ ເພື່ອຮຽກຮ້ອງໃຫ້ມີຄວາມເປັນມະນຸດສະທຳ
ໃນທັນທີ ຫຼັງຈາກທີ່ມີມືປືນ ໄດ້ຍິງສະມາຊິກສະພາ ແລະອີກ 4 ຄົນ ທີ່ສະໜາມກິ
ລາ baseball.
“ພວກເຮົາແມ່ນສາມັກຄີກັນ ພວກເຮົາແມ່ນໄດ້ຮວມຕົວກັນໃນຄວາມຕື່ນຕົກໃຈ
ພວກເຮົາແມ່ນເຕົ້າໂຮມກັນໃນຄວາມເຈັບປວດ. ການໂຈມຕີຕໍ່ສະມາຊິກຄົນໃດ
ຄົນນຶ່ງຂອງພວກເຮົາກໍເທົ່າກັບເປັນໂຈມຕີໃສ່ພວກເຮົາທັງໝົດ,” ນັ້ນຄືຄຳເວົ້າຂອງ
ທ່ານ Paul Ryan ປະທານສະພາຕ່ຳ ຊຶ່ງເປັນຜູ້ນຳພັກ Republican ໄດ້ກ່າວຕໍ່
ສະພາຕ່ຳ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໄດ້ມີການຍິງກັນເກີດຂຶ້ນ ທີ່ເມືອງ Alexandria
ລັດ Virginia ໃສ່ທ່ານ Steve Scalise ຜູ້ນຳໝາຍເລກ 3 ຂອງພັກ Republican
ຈົນໄດ້ຮັບບາດເຈັບໃນຂະນະທີ່ຊ້ອມຫຼິ້ນກິລາ baseball ເພື່ອການກຸສົນຂອງສະມາ
ຊິກສະພານັ້ນ.

ພາບວີດີໂອຂອງສະພາຕ່ຳ, ທ່ານ Paul Ryan ປະທານສະພາຕ່ຳ ຊຶ່ງເປັນຜູ້ນຳພັກ Republican ຈາກລັດ Wis., ຂຶ້ນກ່າວກ່ຽວກັບການຍິງ ສະມາຊິກສະພາ ທີ່ Alexandria, Virginia ໃນວັນທີ 14 ມິຖຸນາ, 2017.
ທ່ານ Ryan ໄດ້ຮ້ອງຂໍຕໍ່ສະມາຊິກສະພາວ່າ “ຂໍໃຫ້ຄ່ອຍໆຄິດ ແລະສະທ້ອນເຖິງ
ຄວາມຄິດທີ່ວ່າ ພວກເຮົາໄດ້ຖືກທົດສອບຢ່າງໃດດຽວນີ້ ເພາະວ່າພວກເຮົານັ້ນ
ແມ່ນກຳລັງຢູ່ໃນການຖືກທົດສອບ ໃນປັດຈຸບັນນີ້. ຂ້າພະເຈົ້າ ຂໍຮ້ອງໃຫ້ໃຫ້ແຕ່ລະ
ທ່ານ ເຂົ້າມາຮ່ວມກັບ ຂ້າພະເຈົ້າ ເພື່ອແກ້ໄຂສະຖານະການ ແລະມາຮວມຕົວກັນ
ເພື່ອສະໜັບສະໜູນແລະຊ່ອຍເຫຼືອຊຶ່ງກັນແລະກັນ ແລະສະແດງໃຫ້ທັງປະເທດ
ເຫັນວ່າ ພວກເຮົາເປັນປຶກແຜ່ນໃນສະພາດຽວກັນ ເປັນສະພາຂອງປະຊາຊົນ
ໂຮມກັນເພື່ອຄວາມມີມະນຸດສະທຳ,” ນັ້ນແມ່ນຄຳເວົ້າຂອງທ່ານ Ryan ທີ່ໄດ້ກ່າວໄວ້
ແລະທ່ານຍັງກ່າວຕໍ່ໄປອີກວ່າ “ມັນແມ່ນເລື່ອງມະນຸດສະທຳຈະເປັນຜູ້ໄດ້ຮັບໄຊຊະນະ
ໃນທີ່ສຸດ ແລະຕະຫຼອດໄປ.”

ພາບຈາກວີດີໂອຂອງສະພາຕ່ຳ ຜູ້ນຳສຽງສ່ວນນ້ອຍຂອງພັກ Democrats ທ່ານນາງ Nancy Pelosi ຈາກລັດ Calif., ກ່າວກ່ຽວກັບການຍິງສະມາຊິກສະພາພັກ Republican ໃນການຊ້ອມກິລາ baseball.
ຜູ້ນຳສຽງສ່ວນນ້ອຍຂອງພັກ Democrats ໃນສະພາຕ່ຳທ່ານນາງ Nancy Pelosi
ໄດ້ກ່າວວ່າ“ເຖິງເພື່ອນຮ່ວມງານທຸກໆທ່ານ ພວກທ່ານຈະໄດ້ຍິນສິ່ງທີ່ຂ້າພະເຈົ້າຈະ
ກ່າວທີ່ບໍ່ເຄີຍ ໄດ້ກ່າວມາກ່ອນເລີຍ ຂ້າພະເຈົ້າຂໍປະກາດຕົວເອງວ່າ ເຫັນພ້ອມກັບ
ຄຳເວົ້າຂອງປະທານສະພາ ມັນເປັນຄຳເວົ້າທີ່ງົດງາມຂອງທ່ານປະທານສະພາ.
ຂອບໃຈ ໃນຄວາມຮູ້ສຶກດັ່ງກ່າວ. ຂອບໃຈຫຼາຍໆ. ອີກຄັ້ງນຶ່ງ ພວກເຮົາ ບໍ່ແມ່ນເ
ປັນພຽງກຸ່ມດຽວ ຫຼືກຸ່ມອື່ນໆຢູ່ໃນສະພາຕ່ຳ ມື້ນີ້,” ນັ້ນຄືຄຳເວົ້າທ່ານນາງ Pelosi
ທີ່ໄດ້ກ່າວໄວ້ ແລະກ່າວຕໍ່ໄປວ່າ “ແຕ່ວ່າ ຂ້າພະເຈົ້າ - ພວກເຮົາກ່າວໃນທຳນອງ
ດຽວກັນທີ່ວ່າ ພວກເຮົາສົ່ງຄວາມຄິດເຖິງ ແລະຄຳພາວະນາ ໄປຍັງເພື່ອນຮ່ວມງານ
ຂອງພວກເຮົາ ທ່ານ Steve Scalise. ທາງດ້ານສ່ວນຕົວແລ້ວ ພວກເຮົາແມ່ນມີ
ຮາກເຫງົ້າມາຈາກອີຕາລີທີ່ເຊື່ອມໂຍງເຖິງກັນແລະກັນ, ສະນັ້ນ ຕອນທີ່ຂ້າພະເຈົ້າ
ໄດ້ຊາບຂ່າວແລະໄດ້ຍິນຊື່ຂອງທ່ານ ຂ້າພະເຈົ້າແມ່ນເກີດຄວາມເປັນຫ່ວງເປັນໃຍ
ຂຶ້ນມາ ພໍໆກັນກັບທຸກໆຄົນໃນທີ່ນີ້ ແຕ່ວ່າ ພວກເຮົາມີສາຍພົວພັນພິເສດ ດັ່ງດຽວກັນກັບຄວາມຫວັງແລະຄຳພາວະນາຂອງພວກເຮົາ ແລະຂ້າພະເຈົ້າ ກໍໄດ້ກ່າວກັບ
ປະທານສະພາຕ່ຳວ່າ ຂ້າພະເຈົ້າຈະຖາມພວກທ່ານ ໃນທຸກໆ 5 ນາທີ ວ່າ ທ່ານ
Steve ເປັນຈັ່ງໃດແລ້ວໃນປະຈຸບັນນີ້.”
ທ່ານ Steve Scalise, ສັງກັດພັກ Republican ຈາກລັດ Louisiana, ຊ້າຍ, ກຳລັງໄປເຖິງ ກອງປະຊຸມພັກ Republican ສະເພາະ ທີ່ Capitol Hill ໃນ ວໍຊີງຕັນ, 23 ມີນາ, 2017.
ຄຳຖະແຫຼງຂອງທ່ານ Ryan ແລະທ່ານນາງ Pelosi ຮຽກຮ້ອງໃຫ້ມີການເອົາທ່າທີ
ທີ່ເໝາະສົມ ໃນຂະນະທີ່ເກີດຄວາມຮຸນແຮງຂຶ້ນ ຊຶ່ງສະທ້ອນເຖິງການໃຫ້ຄວາມເຫັນ
ຂອງປະທານາທິບໍດີ ດໍໂນລ ທຣຳ.
ໃນຖະແຫຼງການຂອງທຳນຽບຂາວ ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາ ອາດມີຄວາມ
ແຕກຕ່າງກັນ, ແຕ່ວ່າພວກເຮົາແມ່ນເຮັດໄດ້ດີ ໃນສະຖານະການແບບນີ້ ເພື່ອລະນຶກ
ເຖິງທຸກໆຄົນ ທີ່ໄດ້ຮັບໃຊ້ປະເທດຊາດໃນເມືອງຫຼວງຂອງພວກເຮົາ ເພາະວ່າ
ນອກເໜືອກວ່າສິ່ງອື່ນໃດ ພວກເຂົາເຈົ້າທັງຫຼາຍນັ້ນ ແມ່ນຮັກປະເທດຊາດຂອງ
ພວກເຮົາ. ພວກເຮົາຕ່າງກໍເຫັນພ້ອມນຳກັນວ່າ ພວຫເຮົາໂຊກດີ ທີ່ໄດ້ເປັນຊາວ
ອາເມຣິກັນ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ