ສະພາຕໍ່າ ຮັບຜ່ານມາດຕະການໃຊ້ຈ່າຍໄລຍະສັ້ນ ເພື່ອຫຼີກລ້ຽງການປິດໜ່ວຍງານບາງສ່ວນຂອງລັດຖະບານກາງ

ປະທານສະພາຕ່ຳ ທ່ານ ໄມຄ໌ ຈອນສັນ (Mike Johnson), ກາງ, ກ່າວລະຫວ່າງການຖະແຫຼງຂ່າວ ຢູ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ກຸມພາ 2024.

ສະພາຕໍ່າໄດ້ຮັບຜ່ານມາດຕະການໃຊ້ຈ່າຍໄລຍະສັ້ນອີກຄັ້ງນຶ່ງ ໃນວັນພະຫັດວານນີ້ ທີ່ຈະເຮັດໃຫ້ໜ່ວຍງານຂອງລັດຖະບານກາງຊຸດນຶ່ງ ສາມາດເຮັດວຽກໄປຈົນຮອດວັນທີ 8 ມີນາ ແລະອີກຊຸດນຶ່ງຈົນຮອດວັນທີ 22 ມີນາ, ເພື່ອຫຼີກລ້ຽງການປິດໜ່ວຍງານບາງສ່ວນຂອງລັດຖະບານກາງ ທີ່ຈະເກີດຂຶ້ນໃນວັນເສົານີ້ໄດ້. ຮ່າງ​ກົດໝາຍ​ສະບັບ​ນີ້​ ໄດ້​ສົ່ງ​ໄປ​ໃຫ້​ປະທານາທິບໍດີ ໂຈ ໄບເດັນ ເພື່ອ​ລົງ​ນາມເພື່ອເປັນກົດໝາຍຢ່າງສົມບູນ, ອີງຕາມອົງການຂ່າວ ເອພີ.

ການຂະຫຍາຍເວລາໄລຍະສັ້ນດັ່ງກ່າວ ແມ່ນເປັນຄັ້ງທີ 4 ໃນຊ່ວງເດືອນທີ່ຜ່ານມາ, ແລະບັນດາສະມາຊິກສະພາຫຼາຍຄົນ ຄາດວ່າ ຈະເປັນການຂະຫຍາຍໄລຍະເວລາຄັ້ງສຸດທ້າຍຂອງປີງົບປະມານນີ້. ປະທານສະພາຕ່ຳ ທ່ານ ໄມຄ໌ ຈອນສັນ (Mike Johnson) ກ່າວວ່າ ບັນດານັກເຈລະຈາ ໄດ້ສຳເລັດຮ່າງ​ກົດໝາຍ​ການໃຊ້​ຈ່າຍ​ປະ​ຈຳ​ປີ 6 ສະບັບ ທີ່​ສະໜອງ​ທຶນໃຫ້​ແກ່​ບັນດາໜ່ວຍງານຂອງ​ລັດຖະບານ​ກາງແລ້ວ ​ແລະ ມີ “ຮ່າງກົດໝາຍອື່ນໆທີ່ໃກ້ຮອດການເຫັນດີຂັ້ນສຸດທ້າຍ.”

"ພວກເຮົາຈະເຮັດວຽກໃຫ້ສໍາເລັດ," ທ່ານ ຈອນສັນ (Johnson) ກ່າວໃນຂະນະທີ່ທ່ານອອກຈາກກອງປະຊຸມແບບປິດລັບ ຮ່ວມກັບບັນດາເພື່ອນຮ່ວມງານຈາກພັກຣີພັບບລີກັນ.

ສະພາຕໍ່າໄດ້ປະຕິບັດໜ້າທີ່ຄັ້ງທໍາອິດ ໃນວັນພະຫັດ. ການ​ລົງ​ຄະ​ແນນ​ສຽງ​ເພື່ອ​ອະ​ນຸ​ມັດ​ການ​ຂະຫຍາຍເວລາອອກໄປ ​ແມ່ນ 320 ຕໍ່ 99 ສຽງ. ກວດເອົາ 2 ສ່ວນ 3 ຂອງສຽງສ່ວນຫຼາຍທີ່ຕ້ອງການສຳລັບການຮັບຜ່ານ ໄດ້ຢ່າງງ່າຍດາຍ. ພັກເດໂມແຄຣັດໄດ້ລົງຄະແນນສຽງຢ່າງຖ້ວມລົ້ນ ເພື່ອຫຼີກລ້ຽງການປິດລັດຖະບານໃນບາງສ່ວນ. ​ແຕ່​ການ​ລົງ​ຄະ​ແນນ​ສຽງ​ໄດ້​ຖືກ​ແບ່ງແຍກຫຼາຍກວ່າໃນ​ພັກຣີພັບ​ບລິ​ກັນ, ໂດຍມີ 113 ສຽງ​ສະໜັບສະໜູນ ​ແລະ 97 ສຽງ ຄັດຄ້ານ.

ຈາກ​ນັ້ນ ສະພາ​ສູງ​ໄດ້​ຮັບຮ່າງກົດໝາຍດັ່ງກ່າວ ແລະ ຮັບຮອງ​ເອົາ​ ດ້ວຍ​ຄະ​ແນນ​ສຽງ 77 ຕໍ່ 13 ສຽງ.

ທ່ານ ຊັກ ຊູເມີ (Chuck Schumer) ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ກ່າວວ່າ "ເມື່ອພວກເຮົາຜ່ານຮ່າງກົດໝາຍສະບັບນີ້, ຂອບໃຈຕໍ່ພຣະເຈົ້າ, ພວກເຮົາຈະຫຼີກລ້ຽງການປິດລັດຖະບານ ທີ່ຈະສົ່ງຜົນກະທົບທີ່ເປັນອັນຕະລາຍຕໍ່ຊາວອາເມຣິກັນ."

ອ່ານຂ່າວນີ້ເປັນພາສາອັງກິດ