ສະຫະລັດ ກ່າວວ່າ ຕົນມີຄວາມຫວາດກົວຢ່າງຮ້າຍແຮງນຳ
ຂ່າວທີ່ວ່າ ລັດຖະບານຊີເຣຍໄດ້ສັງຫານພວກພົນລະເຮືອນ
ຫຼາຍສິບຄົນ ໃນລະຫວ່າງການໂຈມຕີທາງອາກາດໃສ່ເມືອງ
Raqqa ທີ່ເປັນເມືອງທີ່ໝັ້ນແຫ່ງສຳຄັນຂອງກຸ່ມລັດອິສລາມ.
ກຸ່ມສິ້ງຊອມສິດທິມະນຸດຊີເຣຍ ກ່າວວ່າ ຢ່າງໜ້ອຍປະຊາຊົນ
95 ຄົນເສຍຊີວິດ ຮວມທັງພວກພົນລະເຮືອນຢ່າງໜ້ອຍ 52
ຄົນໃນການໂຈມຕີໃນວັນອັງຄານມື້ກ່ອນນີ້ ໃສ່ຂົງເຂດອຸດສາ
ຫະກຳ ແລະຕະຫຼາດແຫ່ງນຶ່ງທີ່ຜູ້ຄົນນິຍົມກັນໄປນັ້ນ.
ໃນຖະແຫຼງການສະບັບນຶ່ງໃນວັນພະຫັດມື້ນີ້ ກະຊວງການ
ຕ່າງປະເທດ ສະຫະລັດໄດ້ປະນາມ ໃນອັນທີ່ຕົນກ່າວວ່າ“ການລະເມີດສິດທິມະນຸດ
ແລະການລະເມີດກົດໝາຍນາໆຊາດ ທີ່ພວມດຳເນີນໄປ ຂອງລັດຖະບານດາ
ມັສກັສ”.
ການໂຈມຕີ ທາງອາກາດ ຕໍ່ເມືອງ Raqqa
ຖະແຫຼງການສະບັບນີ້ກ່າວຕື່ມວ່າການສືບຕໍ່ເຂັ່ນຂ້າພວກພົນລະເຮືອນຊີເຣຍຂອງລັດ
ຖະບານ ສະແດງໃຫ້ເຫັນວ່າ ລັດຖະບານບໍ່ໃຫ້ຄວາມສົນໃຈນຳຊີວິດຂອງມະນຸດ.
ຊີເຣຍໄດ້ທຳການສູ້ລົບຕັ້ງແຕ່ເດືອນມີນາປີ 2011 ເປັນຕົ້ນມາກັບກຸ່ມ ຕ່າງໆທີ່ຕໍ່ຕ້ານ
ການປົກຄອງຂອງປະທານາທິບໍດີ Bashar al-Assaໃນຂະນະທີ່ພວກນັກຕໍ່ສູ້ລັດອິສ
ລາມຍຶດເອົາດິນແດນ ໃນພາກຕາເວັນ ອອກຂອງຊີເຣຍ ເປັນສ່ວນນຶ່ງທີ່ກຸ່ມດັ່ງກ່າວ ປະ
ກາດວ່າ ເປັນລັດອິສ ລາມທີ່ຍາວຢຽດໄປຮອດອີຣັກ ປະເທດເພື່ອນບ້ານຂອງຊີເຣຍນັ້ນ.
ໃນຕົ້ນເດືອນນີ້ກຸ່ມລັດອິສລາມໄດ້ເປີດເຜີຍພາບວີດີໂອສະແດງໃຫ້ເຫັນພວກຫົວຮຸນແຮງ
ຕັດຫົວພວກຜູ້ຊາຍ 18 ຄົນ ທີ່ບັນລະຍາຍວ່າ ເປັນພວກທະຫານຊີເຣຍນັ້ນ.
ສະຫະລັດໄດ້ທຳການໂຈມຕີທາງອາກາດ ຫຼາຍຮ້ອຍຖ້ຽວ ຕໍ່ກຸ່ມລັດອິສລາມ ຢູ່ໃນທັງຊີ
ເຣຍແລະອີຣັກ. ບັນດາເຈົ້າໜ້າທີ່ສະຫະລັດກ່າວໃນວັນ ພະຫັດມື້ນີ້ວ່າ ພວກເຂົາເຈົ້າ
ຍົກຍ້າຍພວກເຮືອນບິນໃນຈຳນວນຫລາຍຂຶ້ນຈາກອັຟການິສຖານໄປສົມທົບໃນການ
ໂຈມຕີຕໍ່ຕ້ານກຸ່ມລັດອິສລາມ ນັ້ນ.
ບັນດາເຈົ້າໜ້າທີ່ກອງທັບອາກາດ ກ່າວວ່າ ເຮືອບິນລົບອາຍພົ່ນ ຮຸ່ນ A-10 ທີ່ເອີ້ນກັນ
ວ່າ Thunderbolts ຝູງນຶ່ງ ຫາກໍໄປຮອດຂົງເຂດ ດັ່ງກ່າວຫວ່າງໄວໆຜ່ານມານີ້ ຈາກ
ອັຟການິສຖານ. ເຮືອບິນ A-10 ທີ່ວ່ານີ້ ສາມາດບິນໃນລະດັບຕໍ່າ ໄດ້ ໃນຄວາມໄວທີ່
ຊ້າລົງຊຶ່ງອຳນວຍ ໂອກາດໃຫ້ພວກນັກບິນລະບຸເປົ້າໝາຍຕ່າງໆໄດ້ດີຂຶ້ນ.
ໜັງສືພິມ New York Times ລາຍງານໃຫ້ຮູ້ ໃນວັນພະຫັດມື້ນີ້ ເຊັ່ນກັນວ່າ ທາງລັດ
ຖະບານວໍຊິງຕັນວາງແຜນທີ່ຈະສົ່ງເຮືອບິນບໍ່ມີ ຄົນຂັບຕິດອາວຸດ ທີ່ເອີ້ນວ່າ Reapers ປະມານ 6 ລຳ ຈາກອັຟການິສຖານ ໄປສົມທົບໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້.
Your browser doesn’t support HTML5
islamicstate27november14