ວັນອາທິດ ທີ 10 ພຶດສະພາ ມື້ນີ້ ແມ່ນວັນແມ່ແຫ່ງຊາດ ຢູ່ໃນສະຫະລັດອາເມຣິກາ ແລະ ຫຼາຍສິບປະເທດໃນທົ່ວໂລກ.
ວັນແມ່ ແມ່ນເວລາທີ່ຜູ້ຄົນພາກັນສະເຫຼີມສະຫຼອງ ແລະສະແດງຄວາມຮູ້ບຸນຄຸນ ຕໍ່ທຸກວຽກງານທີ່ແມ່ຍິງເຮັດ.
ອີງຕາມສາລະຄະດີຂອງໂທລະພາບຊ່ອງ History ຫຼື
ປະຫວັດສາດ ວັນແມ່ໄດ້ກາຍເປັນວັນພັກແຫ່ງຊາດຂອງສະຫະລັດ ຢ່າງເປັນທາງການ ໃນປີ 1914, ເນື່ອງມາຈາກຜົນງານຂອງນາງ Anna Jarvis, ຜູ້ທີ່ເຫັນວັນພັກມື້ນີ້ ເປັນອີກວິທີ
ໜຶ່ງສຳຫລັບໃຫ້ກຽດ ແກ່ຄວາມເສຍສະຫຼະເພື່ອລູກ ຂອງບັນດາແມ່ທັງຫຼາຍ.
ນາງ Jarvis ໂດຍດັ້ງເດີມແລ້ວ ໄດ້ຄິດວ່າ ວັນແມ່ເປັນວັນສະເຫຼີມສະຫຼອງສ່ວນຕົວ
ລະຫວ່າງແມ່ກັບຄອບຄົວ. ແຕ່ວ່າ ຫຼັງຈາກທີ່ວັນແມ່ໄດ້ກາຍມາເປັນວັນພັກຢ່າງເປັນທາງການແລ້ວ, ບັນດາຄົນຂາຍດອກໄມ້, ບໍລິສັດຜະລິດບັດອວຍພອນ ແລະ ພໍ່ຄ້າຊາວຂາຍອື່ນໆ ກໍ່ພາກັນ ສວາຍເອົາປະໂຫຍດ ສ້າງລາຍໄດ້ເພີ່ມ ໃນມື້ທີ່ສຳຄັນດັ່ງກ່າວ.
ນາງ Jarvis ໄດ້ສະແດງຄວາມເບື່ອໜ່າຍ ແລະ ບໍ່ຍອມຮັບວ່າວັນພັກດັ່ງກ່າວ ເປັນຜົນງານຂອງຕົນ ກ່ອນລາວເສຍຊີວິດໄປໃນປີ 1948. ລາວຍັງຮອດໄດ້ຊັກຊວນໃຫ້ລັດຖະບານ ລົບລ້າງວັນພັກນັ້ນອອກຈາກ ປະຕິທິນຂອງ ອາເມຣິກາ.
ແຕ່ວ່າວັນແມ່ ກໍ່ຍັງຄົງຢູ່. ມັນເປັນວັນພັກທີ່ໄດ້ຮັບຄວາມນິຍົມທີ່ສຸດ ວັນໜຶ່ງ ແລະ ເປັນໜຶ່ງໃນວັນພັກທີ່ໃຫຍ່ທີ່ສຸດ ສຳລັບການໃຊ້ຈ່າຍຂອງ ຜູ້ບໍລິໂພກ.
ບໍ່ແມ່ນທຸກໆປະເທດໃນໂລກ ມີການສະເຫຼີມສະຫຼອງວັນແມ່ ໃນວັນອາທິດ ສັບປະດາທີ 2 ຂອງເດືອນພຶດສະພາ. ໃນປະເທດໄທ, ວັນແມ່ ແມ່ນສະເຫຼີມສະຫຼອງກັນ ໃນເດືອນສິງຫາ ເຊິ່ງເປັນວັນຄ້າຍວັນປະສູດຂອງ ພະລາຊິນີຄົນປະຈຸບັນ. ໃນປະເທດ Ethiopia, ບັນດາສະມາຊິກໃນຄອບຄົວຈະມາເຕົ້າໂຮມກັນຫຼາຍມື້ ເພື່ອສະເຫຼີມ ສະຫຼອງນຳກັນ ດ້ວຍສຽງເພງ ແລະອາຫານ ເພື່ອເປັນກຽດ ໃຫ້ແກ່ຄວາມເປັນແມ່.