ອົງການສືບລັບ ສະຫະລັດ ສະແດງການສະໜັບສະ ໜູນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ລຸນຫຼັງມີການພະຍາຍາມລອບສັງຫານ ທ່ານ ດໍໂນລ ທຣໍາ

  • ວີໂອເອ

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານ ອາເລຈານໂດຣ ມາໂຢກາສ (Alejandro Mayorkas) ກ່າວຄໍາປາໄສໃນລະຫວ່າງຖະແຫຼງຂ່າວ, ວັນທີ 15 ກໍລະກົດ 2024, ຢູ່ທີ່ທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ.

ອົງການ​ສືບ​ລັບ​ສະຫະລັດ ​ໄດ້​ສະ​ແດງ​ການ​ສະໜັບສະໜູນຕໍ່​ຄູ່​ຮ່ວມ​ມື​ທາງກົດ ໝາຍຂອງ​ທ້ອງ​ຖິ່ນໃນ​ວັນ​ອັງຄານ​ມື້​ນີ້ ທ່າມກາງ​ການວິຈານ​ກ່ຽວ​ກັບ​ຄວາມ​ປອດ​ໄພຢູ່ທີ່​ການ​ໂຮມ​ຊຸມນຸມ​ທາງ​ການ​ເມືອງໃນລັດເພັນຊີລເວເນຍ ບ່ອນ​ທີ່​ມື​ປືນ​ພະຍາຍາມ​ລອບສັງຫານ​ອະດີດ​ປະທານາທິບໍດີ ດໍໂນລ ທຣໍາ.

ອົງການສືບລັບກ່າວຢູ່ຖະແຫຼງການຂອງຕົນໃນເຊົ້າຂອງວັນອັງຄານມື້ນີ້ວ່າ “ພວກເຮົາຂໍຂອບໃຈຢ່າງເລິກເຊິ່ງຕໍ່ບັນດາເຈົ້າໜ້າທີ່ທີ່ແລ່ນເຂົ້າໄປສູ່ອັນຕະລາຍເພື່ອຊອກຫາມືປືນ ແລະບັນດາຄູ່ຮ່ວມມືທ້ອງຖິ່ນຂອງພວກເຮົາ ສຳລັບການ ປະຕິບັດງານທີ່ເຂັ້ມແຂງຂອງພວກເຂົາເຈົ້າ, ຂ່າວໃດໆກໍຕາມທີ່ກ່າວວ່າອົງການ ສືບລັບໄດ້ທໍາການປະນາມຜູ້ຮັກສາກົດໝາຍທ້ອງຖິ່ນກ່ຽວກັບເຫດການໃນວັນເສົາແລ້ວນີ້ ແມ່ນບໍ່ມີມູນຄວາມຈິງ.”

ເຈົ້າ​ໜ້າ​ທີ່​ສືບ​ລັບ​ໄດ້​ບັນ​ລະ​ຍາຍເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ວ່າ ເປັນ​ຄວາມ​ລົ້ມ​ແຫຼວ​ຂອງ​ໜ່ວຍງານທີ່ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປ້ອງ​ບັນດາຜູ້​ນຳ​ສະ​ຫະ​ລັດ.

Your browser doesn’t support HTML5

US Secret Service 'confident in security' for RNC

ແຜນການຮັກສາຄວາມປອດໄພໃນການ​ໂຮມ​ຊຸມ​ນຸມ​ສໍາລັບ​ວັນ​ເສົາ​ແລ້ວ​ນີ້ ​ໄດ້​ເຮັດໃຫ້​ໜ່ວຍ​ງານ​ສືບ​ລັບ​ຮັບຜິດຊອບ​ໃນ​ຂົງ​ເຂດທີ່ເກີດ​ເຫດການ​ທັນທີທັນໃດ, ​ໃນ​ຂະນະ​ທີ່​ຫລັງຄາຖືກນໍາໃຊ້​ໂດຍ​ມື​ປືນ ເຊິ່ງ​ມີໄລຍະຫ່າງປະມານ 150 ​ແມັດ​ຈາກ​ບ່ອນ​ທີ່​ ທ່ານ ທຣໍາ ກ່າວ​ຢູ່​ນັ້ນ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າໜ້າທີ່ຕຳຫຼວດ​ທ້ອງ​ຖິ່ນ.

ຜູ້ຄົນຈໍານວນນຶ່ງທີ່ຢູ່ໃນການໂຮມຊຸມນຸມກ່າວວ່າ ພວກເຂົາເຈົ້າໄດ້ພາກັນຮ້ອງ ໃສ່ເຈົ້າໜ້າທີ່ຕຳຫຼວດ ເມື່ອພວກເຂົາເຫັນມືປືນຢູ່ເທິງຫຼັງຄາຂອງຕຶກອາຄານ ທີ່ຢູ່ໃກ້ຄຽງ. ວິດີໂອຈາກສະຖານທີ່ເກີດເຫດ ສະແດງໃຫ້ເຫັນເຖິງການ ເຕືອນໄພດັ່ງກ່າວນັ້ນ ມີຂຶ້ນຫຼາຍກວ່ານຶ່ງນາທີ ກ່ອນທີ່ປືນຈະຍິງໃສ່ ທ່ານ ທຣໍາ.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ທ່ານ ອາເລຮານໂດ​ຣ ມາຢໍຄາສ (Alejandro Mayorkas) ຜູ້ເຊິ່ງຮັບຜິດຊອບ ທັງໜ່ວຍງານສືບລັບ ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ໂດຍຄາດວ່າ ຈະດໍາເນີນການສືບສວນສອບສວນທີ່ເປັນອິດສະຫຼະຂຶ້ນພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ