ສະຫະລັດ ກຳລັງຈັບຕາເບິ່ງ ອິດທິພົນຂອງຈີນ ຢູ່ທີ່ອົງການສະຫະປະຊາຊາດ

ທຸງຊາດຂອງປະເທດຕ່າງໆ ຢູ່ດ້ານນອກຂອງສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນລະຫວ່າງ ກອງປະຊຸດສະມັດຊາໃຫຍ່ ຄັ້ງທີ 74 ຂອງອົງການສະຫະປະຊາຊາດ, ວັນທີ 28 ກັນຍາ 2019.

ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ໄດ້ໃຫ້ຄຳໝັ້ນໃຈຕໍ່ລັດຖະສະພາ ໃນວັນພຸດວານນີ້ວ່າ ທ່ານນາງກຳລັງເຮັດວຽກເພື່ອຕິດຕາມ ແລະຄວບຄຸມສິ່ງທີ່ທ່ານນາງເອີ້ນວ່າ “ອິດທິພົນຮ້າຍ” ຂອງຈີນ ຢູ່ອົງການຈັດ ຕັ້ງລະດັບໂລກດັ່ງກ່າວ.

ເອກອັກຄະລັດຖະທູດ ລິນດາ ທອມມັສ-ກຣີນຟີລດ໌ ໄດ້ກ່າວຕໍ່ ຄະນະກຳມະ ການຄວາມສຳພັນກັບຕ່າງປະເທດຂອງສະພາຕ່ຳ ວ່າ “ຈີນໄດ້ມີທ່າທີແບບກ້າວລ້າວແລະບີບບັງຄັບໃນການໃຊ້ອຳນາດຂອງຕົນຢູ່ອົງການສະຫະປະຊາຊາດ.”

ທ່ານນາງ ໄດ້ກ່າວວ່າ ປັກກິ່ງສົ່ງເສີມ “ວິທີທາງແບບຜະເດັດການ ແທນວິທີຫຼາຍຝ່າຍຮ່ວມກັນ.”

ທ່ານເອກອັກຄະລັດຖະທູດ ໄດ້ຊີ້ໃຫ້ເຫັນເຖິງການກຳລັງເອົາບາດກ້າວຫຼາຍຢ່າງ ທີ່ລວມທັງ ການໃຊ້ອິດທິພົນຂອງຕົນຢູ່ທີ່ສາມອົງການຈັດຕັ້ງດ້ານວິຊາການຂອງສະຫະປະຊາຊາດ ບ່ອນທີ່ຜູ້ຕາງໜ້າຂອງພວກເຂົາ ຮັບຜິດຊອບນັ້ນ ແລະການນຳໃຊ້ຢາວັກຊີນກັນໂຄວິດ-19 ໃນດ້ານການທູດ ຂອງປັກກິ່ງ ເພື່ອກົດດັນບັນດາປະເທດທີ່ທຸກຍາກຈຳນວນນຶ່ງ.

ທ່ານນາງເວົ້າວ່າ “ພວກເຮົາຈະລົງໂທດຢ່າງໜັກຕໍ່ຄວາມພະຍາຍາມທັງຫຼາຍເຫຼົ່ານັ້ນ.”

ທ່ານນາງໄດ້ຮຽກຮ້ອງຕໍ່ບັນດາສະມາຊິກສະພາໃຫ້ລົງທຶນໃນອົງການສະຫະປະຊາຊາດ ເພື່ອຟື້ນຟູອິດທິພົນຂອງສະຫະລັດຄືນຢູ່ທີ່ແຫ່ງນັ້ນ ຊຶ່ງໄດ້ຫລຸດນ້ອຍຖອຍລົງ ໃນລະຫວ່າງລັດຖະບານຂອງທ່ານທຣຳ.

ທ່ານນາງທອມມັສ-ກຣີນຟີລດ໌ ໄດ້ກ່າວອີກວ່າ “ຄູ່ປໍລະປັກແລະຄູ່ແຂ່ງທັງຫຼາຍຂອງພວກເຮົາ ກຳລັງລົງທຶນເຂົ້າໃນອົງການສະຫະປະຊາຊາດ. ພວກເຮົາບໍ່ສາມາດຄາດຫວັງທີ່ຈະແຂ່ງຂັນໄດ້ ເວັ້ນເສຍແຕ່ວ່າພວກເຮົາເຮັດ ຄືກັນ.”

ສະມາຊິກສະພາຫຼາຍກວ່າ 40 ທ່ານ ໄດ້ສອບຖາມນັກການທູດລຸ້ນເກົ່າໃນໄລ ຍະຫຼາຍກວ່າສີຊົ່ວໂມງ ໃນລະຫວ່າງການພິຈາລະນາຮັບຟັງຄຳໃຫ້ການກ່ຽວກັບບູລິມະສິດຕ່າງໆຂອງລັດຖະບານທ່ານໄບເດັນ ສຳລັບການພົວພັນກັບອົງ ການສະຫະປະຊາຊາດ. ຫຼາຍທ່ານໄດ້ສະແດງຄວາມເປັນຫ່ວງກ່ຽວກັບການກົດຂີ່ຂົ່ມເຫັງຕໍ່ພວກຊົນກຸ່ມນ້ອຍຊາວມຸສລິມວີເກີຢູ່ເຂດປົກຄອງຕົນເອງໃນແຂວງຊິນຈຽງ.

ບັນດາກຸ່ມປົກປ້ອງສິດທິມະນຸດ ກ່າວຫາຈີນໃນການສົ່ງພວກຊາວວີເກີຫຼາຍກວ່ານຶ່ງລ້ານຄົນໄປສູນຄຸມຂັງແຫ່ງຕ່າງໆ. ຈີນກ່າວວ່າ ສະຖານທີ່ທັງຫຼາຍນັ້ນ ແມ່ນ “ສູນກາງສິດສອນວິຊາຊີບ” ທີ່ມີຈຸດປະສົ່ງເພື່ອຢຸດຢັ້ງການເຜີຍແຜ່ສາສະໜາຫົວຮຸນແຮງ ແລະການໂຈມຕີກໍ່ການຮ້າຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ