ສະຫະລັດ ມອບເຄື່ອງຊ່ວຍເຫຼືອ ຈຳນວນນຶ່ງ ໃຫ້ແກ່ ສປປ ລາວ

ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel A. Clune ມອບການຊ່ອຍເຫຼືອ ໃຫ້ແກ່ຜູ້ຕາງໜ້າລັດຖະບານ ສປປ ລາວ.

ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳ ສປປ ລາວ ທ່ານ Da-
niel A. Clune ໄດ້ມອບເຮືອນ​ແກ້ວ​ ສາມຫລັງ ພ້ອມເກັບນໍ້າ
ແລະອຸປະກອນຮັບໃຊ້ ວຽກງານໂຄສະນາ ກ່ຽວ​ກັບ ຜົນຮ້າຍ
ຂອງຢາເສບຕິດຈຳນວນນຶ່ງທີ່​ມີມູນຄ່າ 150 ລ້ານ ກີບໃຫ້ແກ່
ສູນປິ່ນປົວແລະຝຶກວິຊາຊີບຜູ້ຕິດຢາເສບຕິດສົມສະຫງ່າ ອີງ
ຕາມລາຍງານຂ່າວເຟສບຸກຂອງສະຖານທູດສະຫະລັດ ຈາກ
ນະຄອນວຽງຈັນ.

ອ່າງເກັບນໍ້າແລະເຮືອນ​ແກ້ວດັ່ງກ່າວຈະຊ່ວຍໃຫ້ສູນສົມສະຫງ່າສາມາດຂະຫຍາຍການ
ຝຶກວິຊາຊີບໃຫ້ຜູ້ບຳບັດ ໃຫ້ມີທັກສະ ໃນວຽກງານກະສິກຳ ການເຮັດສວນກ້າເບັ້ຍ ເພື່ອ​ເຮັດໃຫ້ພວກເຂົາເຫຼົ່ານີ້ ກາຍເປັນຄົນດີມີຄຸນະພາບໃນຊຸມຊົນທ້ອງຖິ່ນຂອງເຂົ້າເຈົ້າ.

ໂຄງການສ້າງອ່າງເກັບນໍ້າ ແລະເຮືອນ​ແກ້ວດັ່ງກ່າວນີ້ ແມ່ນໄດ້ຮັບຄຳແນະນຳ ຈາກທ່ານ
ເຈົ້າຄອງນະຄອນຫຼວງ ດຣ ສິນລາວົງ ຄຸດໄພທູນ. ທ່ານທູດ Clune ໄດ້ກ່າວວ່າ ມື້ນີ້ພວກ
ຂ້າພະເຈົ້າມີຄວາມຍິນດີ ທີ່ໄດ້ລິເລີ່ມບາດກ້າວອັນສຳຄັນ ໃນການຊ່ວຍເຫຼືອບຸກຄົນທີ່ຕົກ
ເປັນເຫຍື່ອຂອງຢາເສບຕິດ ເພື່ອໃຫ້ພວກເຂົາ​ເຈົ້າເຫຼົ່ານັ້ນ ໄດ້ຮຽນຮູ້ ທັກສະໃຫມ່ໆ ເພື່ອ
ນຳໄປປັບປຸງຊີວິດຂອງຕົນເອງໃຫ້ກາຍເປັນກຳລັງແຮງງານໃນການພັດທະນາສັງຄົມອີກ
ຄັ້ງນຶ່ງ.

ປັດຈຸບັນທາງສູນສົມສະຫງ່າໄດ້ບຳບັດຜູ້ຕິດຢາຢາເສບຕິດຫລາຍກວ່າ 1,350 ຄົນ. ນັບ
ແຕ່ປີ 1998 ເປັນຕົ້ນມາ ລັດຖະບານສະຫະລັດໄດ້ໃຫ້ການຊ່ວຍ​ເຫຼືອສູນສົມສະງ່າ ຄິດ
ເປັນມູນຄ່າຫຼາຍກວ່າ 2800 ລ້ານກີບ ໃນນັ້ນລວມມີອາຄານ ຫໍພັກ ວຽກງານຝຶກອົບຮົມ
ການຝຶກວິຊາຊີບ ແລະອຸປະກອນຕ່າງໆ ເພື່ອນຳໃຊ້ໃນການບຳບັດ ລວມທັງ ກິດຈະກຳ
ອື່ນໆພາຍໃນສູນ ເພື່ອໂຄສະນາເຜີຍແຜ່ ໄພອັນຕະລາຍຂອງຢາເສບຕິດ.