ຫົວໜ້າກະຊວງປ້ອງກັນປະເທດ ສຫລ ກ່າວວ່າ ວໍຊິງຕັນມີ
ແຜນການ ທີ່ຈະສົ່ງເຮືອລົບປ້ອງກັນລູກສອນໄຟ ອີກ 2 ລໍາ
ໄປຍີ່ປຸ່ນ ເພື່ອຕ້ານຢັນໄພຂົ່ມຂູ່ຈາກພຶດຕິກຳຕ່າງໆ ຂອງ
ເກົາຫຼີເໜືອ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel
ໄດ້ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນຫຼວງ ໂຕກຽວ
ໃນວັນອາທິດ ມື້ນີ້ ພາຍຫຼັງທີ່ໄດ້ປະຊຸມກັບລັດຖະມົນຕີປ້ອງ
ກັນປະເທດຍີ່ປຸ່ນ ທ່ານ Itsunori Onodera ວ່າ ເຮືອລົບປ້ອງ
ກັນລູກສອນໄຟ AEGIS 2 ລຳ ຈະຖືກສົ່ງໄປຍີ່ປຸ່ນ ພາຍໃນ
ປີ 2017 ຊຶ່ງຈະເປັນການເສີມສ້າງກຳລັງປ້ອງກັນລູກສອນໄຟ
ຂອງ ສຫລ ຢູ່ທີ່ນັ້ນຂຶ້ນເປັນທັງໝົດ 7 ລຳ.
ຄຳປະກາດດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ເກົາຫຼີເໜືອໄດ້ທຳການເຄື່ອນໄຫວອີກຄັ້ງໃໝ່
ທີ່ເພີ້ມທະວີຄວາມກົດດັນ ກັບບັນດາປະເທດເພື່ອນບ້ານ ດ້ວຍການສືບຕໍ່ຂົ່ມຂູ່ວ່າ
ຈະທຳການທົດລອງລູກສອນໄຟ ແລະລະເບີດນິວເຄລຍຕື່ມອີກ.
ໃນມື້ກ່ອນອອກເດີນທາງໄປປະເທດຈີນ ຄືວັນອາທິດມື້ນີ້ ທ່ານ Hagel ຍັງໄດ້ຮຽກ
ຮ້ອງໃຫ້ປັກກິ່ງ ນຳໃຊ້ອຳນາດຂອງຕົນຢ່າງມີຄວາມຮັບຜິດ ຊອບ ໃນດ້ານສາຍພົວ
ພັນໃນພາກພື້ນແລະການຂັດແຍ້ງກັນເລື້ອງເຂດນ້ຳແດນດິນນັ້ນ.
ຫົວໜ້າທຳນຽບຫ້າແຈ ກຳລັງຢູ່ໃນລະຫວ່າງການຢ້ຽມຢາມເຂດເອເຊຍ ປາຊີຟິກ
ເປັນເວລາ 10 ວັນ ເພື່ອໃຫ້ຄວາມໝັ້ນໃຈຄືນໃໝ່ແກ່ບັນດາພັນທະມິດວ່າ ສະຫະລັດ
ຍັງມຸ້ງໝັ້ນຕໍ່ການປະຕິບັດສດົນທິສັນຍາ ດ້ານການປ້ອງກັນຮ່ວມກັນ ຢູ່ໃນຂົງເຂດນັ້ນ.
ໃນວັນເສົາວານນີ້ ທ່ານໄດ້ກ່າວວ່າ ການຍຶດເອົາແຫຼມ Crimea ຂອງຣັດເຊຍ ແລະ
ການລະດົມກຳລັງທະຫານຢູ່ຕາມເຂດຊາຍແດນຕິດ ກັບຢູເຄຣນນັ້ນ ໄດ້ສ້າງຄວາມ
ເປັນຫ່ວງ ໃຫ້ແກ່ບັນດາພັນທະມິດ ໃນພາກພື້ນປາຊີຟິກ ແລະໃນແຫ່ງອື່ນໆອີກ.

Your browser doesn’t support HTML5
US Touts Asia Rebalance to ASEAN