ສະຫະລັດ ເປີດໄຟຂຽວ ໃຫ້ບໍລິສັດນ້ຳມັນ Royal Shell ເຈາະຫາ​​ແກັສ ໃນ ເຂດມະຫາສະມຸດ ຂົ້ວໂລກເໜືອ

ພວກນັກເຄື່ອນໄຫວ ທີ່ຕໍ່ຕ້ານການວາງແຜນເຈາະ ແກ໊ສທຳມະຊາດ ຂອງບໍລິສັດ Royal Dutch Shell ໃນມະຫາສະມຸດ ຂົ້ວໂລກເໜືອນອກ ຝັ່ງທະເລ ຂອງນະຄອນ Seattle, 16 ພຶດສະພາ, 2015.

ລັດຖະບານຂອງທ່ານໂອບາມາ ໄດ້ອະນຸຍາດ​ໃຫ້ບໍລິສັດນ້ຳມັນ
Royal Shell ເຈາະຫາແກັສໃນ ເຂດມະຫາສະມຸດ ຂົ້ວໂລກເໜືອ ນອກຝັ່ງທະເລຕາເວັນຕົກສຽງເໜືອຂອງລັດ Alaska. ນີ້ແມ່ນ
ຄັ້ງທໍາອິດ ຂອງການເຈາະແກ໊ສທຳມະຊາດ​ທີ່ໄດ້ຮັບອະນຸຍາດ
ດຳເນີນງານ ນັບຕັ້ງແຕ່ການຂຸດຄົ້ນໃນປີ 1991 ​ເປັນ​ຕົ້ນ​ມາ.​ໃນຖະແຫຼງການທີ່ໄດ້ນຳອອກເຜີຍແຜ່ ໃນວັນຈັນວານນີ້ ຫ້ອງການສະພາບແວດລ້ອມຂອງ​ລັດຖະບານ ໄດ້ປະຕິຍານວ່າ
ຈະເກັບກຳແລະດູແລວຽກ​ງານຢູ່ຕະຫລອດເວລາ. ທ່ານ Brian
Salerno ໄດ້ກ່າວວ່າ “ກິດຈະກຳຕ່າງໆທີ່ດຳເນີນນອກອ່າວ
ຝັ່ງທະເລ
Alaska ນັ້ນແມ່ນໄດ້ຖືກໂຈະໄວ້​ຍ້ອນການຮັກສາ
ຄວາມປອດໄພອັນສູງ ແລະການປ້ອງກັນດ້ານສະພາບ
ແວດລ້ອມ​ແລະມາດຕະການສຸກເສີນໃນລະດັບສູງ.”

ຂ່າວດັ່ງກ່າວໄດ້ພົບພົບກັບກຸ່ມສະພາບແວດລ້ອມ ທີ່ໄດ້ລ໊ອບບີຢ່າງແຂງຂັນທີ່ບໍ່ໃຫ້ມີການ
ເຈາະໃນຂົ້ວໂລກເໜືອ ແລະປົກປ້ອງໝີ polar walruses ປາວານ ແລະແມວນ້ຳ ຊຶ່ງພວກ
ສັດທັງຫຼາຍເຫຼົ່ານີ້ ແມ່ນໄດ້ຖືກຄຸກຄາມຈາສະພາບປ່ຽນແປງຂອງອາກາດ ທີ່ເຮັດໃຫ້ລົດ
ເຂດນ້ຳແຂງນີ້ລົງ. ທ່ານ Michael Brune ຜູ້ອຳນວຍການຂອງອົງການ Seirra Clubb ໄດ້ກ່າວໃນຖະແຫຼງການວ່າ: ການທີ່ອະນຸຍາດໃຫ້ບໍລິສັດນ້ຳມັນ Royal Shell ໃນການ
ຂຸດຄົ້ນຂົ້ວໂລກເໜືອ ນັ້ນແມ່ນການຕັດສິນໃຈທີ່ຜິດ ແລະມັນເປັນການຕໍ່ສູ້ ທີ່ຍັງຈະບໍ່ຈົບ
ສິ້ນຢ່າງງ່າຍໆ. ຜູ້ຄົນຈະສືບຕໍ່ ທີ່ຈະຮຽກຮ້ອງໃຫ້ປະທານາທິບໍດີສະຫະລັດ ທ່ານໂອບາມາ ໃຫ້ປົກປ້ອງຂົ້ວໂລກເໜືອ ແລະສະພາບແວດລ້ອມຂອງພວກເຮົາ.

ຂົງເຂດຂົ້ວໂລກເໜືອ ຄາດວ່າ ຈະແກັບກຳ 20% ຂອງນ້ຳມັນ ແລະແກ໊ສທຳມະຊາດ ທີ່ຍັງບໍ່
ໄດ້ເຈາະເທື່ອນັ້ນ.