ສະຫະລັດ ຈັດສົ່ງຢາວັກຊີນ ຈອນສັນແລະຈອນສັນ ໃຫ້ລາວ ຫຼາຍກວ່າ 1 ລ້ານໂດສ

ທີ່ຢູ່ໃນຫຼອດນັ້ນແມ່ນຢາວັກຊີນກັນໂຄວິດ-19, ຈອນສັນແລະຈອນສັນ.

ສປປ ລາວ ຈະໄດ້ຮັບຢາວັກຊີນກັນໂຄວິດ-19 ຈອນສັນແລະຈອນສັນ 1 ລ້ານ 8 ພັນໂດສຈາກສະຫະລັດອາເມຣິກາ ໂດຍຜ່ານອົງການໂຄແວັກສ໌ (COVAX). ທ່ານເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ດຣ. ປີເຕີ ເຮມອນ ກ່າວວ່າ:

Your browser doesn’t support HTML5

ສຽງທ່ານທູດ ສຫລ ປິເຕີ ເຮມອນ


“ສະຫະລັດອາເມຣິກາໄດ້ບໍລິຈາກວັກຊີນປ້ອງກັນໂຄວິດ-19 ຈອນສັນແອນຈອນສັນຈຳນວນ ຫຼາຍກວ່າ 1 ລ້ານໂດສ ໂດຍຜ່ານອົງການໂຄແວັກສ໌ ຊຶ່ງຈະຖືກຈັດສົ່ງມາຮອດ ສປປ ລາວ ພາຍໃນເດືອນນີ້.”

ເຟສບຸກຂອງສະຖານທູດສະຫະລັດປະຈຳລາວ ກ່າວວ່າ ຢາວັກຊີນຈອນສັນແລະຈອນສັນ ຈຳນວນນຶ່ງລ້ານກວ່າໂດສ ຈະມາເຖິງນະຄອນຫຼວງວຽງຈັນໃນວັນທີ 15 ກໍລະກົດ ມື້ອື່ນນີ້.

ນອກຈາກຢາວັກຊີນ ຈອນສັນແອນຈອນສັນແລ້ວ ລາວຍັງໄດ້ຮັບ ຢາວັກຊີນຟາຍເຊີ 1 ແສນກວ່າໂດສຈາກສະຫະລັດໂດຍຜ່ານໂຄງການໂຄແວັກສ໌ ຢາວັກຊີນແອັສຕຣາເຊເນກາ 1 ແສນກວ່າໂດສ ໂດຍຜ່ານໂຄງການໂຄແວັກສ໌ເຊັ່ນດຽວກັນ.

ທ່ານເອກອັກຄະລັດຖະທູດເຮມອນກ່າວວ່າ ຢາວັກຊີນຈອນສັນແອນຈອນສັນ ແມ່ນເປັນຢາວັກຊີນສັກພຽງເຂັມດຽວ ເພາະສະນັ້ນວັກຊີນຈຳນວນນຶ່ງລ້ານໂດສນີ້ ແມ່ນໝາຍເຖິງປະຊາຊົນໃນ ສປປ ລາວອີກນຶ່ງລ້ານຄົນ ຈະໄດ້ຮັບວັກຊີນປ້ອງກັນຢ່າງຄົບຖ້ວນ.

ສປປ ລາວຍັງໄດ້ຮັບຢາວັກຊີນຊີໂນຟາມ ຈາກປະເທດຈີນ 1 ລ້ານກວ່າໂດສ ແລະສະປຸດນິກ 5 ຈາກຣັດເຊຍ 2 ພັນໂດສ.

ໂຄງການໂຄແວັກສ໌ ແມ່ນການຊ່ວຍປະເທດທີ່ມີລາຍໄດ້ຕ່ຳຫາປານກາງເພື່ອໃຫ້ສາມາດເຂົ້າ ເຖິງຢາວັກຊີນກັນໂຄວິດ-19. ເວລານີ້ ສະຫະລັດໄດ້ໃຫ້ທຶນສະໜັບສະໜຸນໂຄງການດັ່ງກ່າວໄປແລ້ວ 2 ຕື້ໂດລາ ແລະຍັງມີຄວາມໝັ້ນໝາຍທີ່ຈະໃຫ້ການຊ່ວຍຕື່ມອີກ 2 ຕື້ໂດລາ.