ຜູ້ບັນຊາການ ສຫລ ຢູ່ອັຟການິສຖານ ກໍາລັງ ຖືກສືບສວນ

ທ່ານນາຍພົນ John Allen, ຜູ້ບັນຊາການກອງກຳລັງທະຫານ ສະຫະລັດໃນອັຟການນີສຖານ

ກະຊວງປ້ອງກັນປະເທດສະຫະລັດ ກໍາລັງທໍາການສືບສວນສອບ
ສວນທ່ານນາຍພົນ John Allen, ຜູ້ບັນຊາການກອງກຳລັງທະຫານ
ສະຫະລັດໃນອັຟການນີສຖານ ໃນຖານທີ່ມີການ ກ່າວຫາວ່າ
ໄດ້ຕິດຕໍ່ແບບບໍ່ເໝາະສົມກັບຜູ້ຍິງຄົນນຶ່ງ ພົວພັນນໍາຂ່າວນອງນັນ
ທີ່ພາໃຫ້ ທ່ານ David Petraeus ລາອອກຈາກການເປັນຫົວໜ້າ
ອົງການສືບລັບຊີໄອເອຂອງສະຫະລັດ.

ເຈົ້າໜ້າທີ່ຂັ້ນສູງຂອງກະຊວງປ້ອງກັນປະເທດສະຫະລັດໄດ້ກ່າວ
ໃນວັນອັງຄານມື້ນີ້ວ່າ ທໍານຽບຫ້າແຈກຳລັງທົບທວນກວດກາເບິ່ງ
email ຈຳນວນ 20 ຫາ 30 ພັນໜ້າ ທີ່ສົ່ງໄປມາລະຫວ່າງນາຍພົນ
Allen ແລະ ນາງ Jill Kelly ແຕ່ປີ 2010 ຫາ 2012.

ເຈົ້າໜ້າທີ່ບໍ່ໄດ້ລະບຸເຖິງລາຍລະອຽດຂອງເອກກະສານເຫຼົ່ານີ້,
ແຕ່ໄດ້ກ່າວວ່າ ມັນອາດເປັນໄປໄດ້ທີ່ວ່າເລື່ອງນີ້ ພົວພັນເຖິງການ
ສືບສວນທ່ານນາຍພົນ Petraeus.

ນາງ Jill Kelly ນັ້ນແມ່ນເປັນເພື່ອນຂອງທ່ານ Petraeus ແລະນາງແມ່ນຜູ້ທີ່ໄດ້ຮ້ອງທຸກ ແລະຕິດຕໍ່ຫາອົງການສັນທິບານກາງ FBI ສະຫະລັດ ກ່ຽວກັບອີແມລທີ່ຂົ່ມຂູ່ຈາກແມ່ຍິງທີ່ທ່ານ Petraeus ມີຄວາມສຳພັນນອກສົມລົດນໍານັ້ນ ຊຶ່ງໃນທີ່ສຸດໄດ້ພາໃຫ້ທ່ານ Petraeus ລາອອກໃນວັນສຸກຜ່ານມານີ້.

ທາງຫ້ອງການສັນທິບານກາງສະຫະລັດໄດ້ນໍາສະເໜີບັນຫາທີ່ພົວພັນກັບນາຍພົນ Allen ຕໍ່ກະຊວງປ້ອງກັນປະເທດສະຫະລັດໃນວັນອາທິດແລ້ວນີ້ ແລະລັດຖະມົນຕີກະຊວງປ້ອງ ກັນປະເທດສະຫະລັດ ທ່ານ Leon Panetta ໄດ້ສັ່ງໃຫ້ຜູ້ກວດກາຂອງທໍານຽບຫ້າແຈ
ທໍາການສືບສວນສອບສວນເບິ່ງເລື່ອງນີ້.

ທ່ານນາຍພົນ Allen ໄດ້ປະຕິເສດວ່າທ່ານບໍ່ໄດ້ເຮັດຫຍັງຜິດ ແລະກໍຈະຍັງສືບຕໍ່ກຳໜ້າທີ່ ເປັນຜູ້ບັນຊາທະຫານສະຫະລັດໃນອັຟການນີສຖານ ໃນຂະນະທີ່ການສືບສວນດັ່ງກ່າວດຳ ເນີນຕໍ່ໄປຢູ່ນີ້.