ນາຍພົນອະວຸໂສຂອງສະຫະລັດ ກ່າວວ່າ ຄວາມພະຍາຍາມທາງດ້ານການທູດຢູ່ທີ່ແຫຼມເກົາຫຼີຈະພາໃຫ້ເກີດ “ຄວາມອຶດອັດໃຈ” ທາງດ້ານທະຫານ ໃນໄລຍະສອງສາມເດືອນຂ້າງໜ້ານີ້ ໃນຂະນະທີ່ພວກຜູ້ນຳ ພວມຊອກຫາຊ່ອງທາງເພື່ອສ້າງ “ຄວາມກ້ຳເກິ່ງທີ່ຫຍຸ້ງຍາກຫຼາຍ” ລະຫວ່າງການສ່ຽງທາງທະຫານ ແລະຄວາມກ້າວໜ້າທາງດ້ານການເມືອງ.
ນາຍພົນໂຈເຊັຟ ດັນຝອດ ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ກ່າວຕໍ່ພວກນັກຂ່າວ ທີ່ກອງປະຊຸມຢູ່ສັນນິບາດກໍ່ສ້າງກອງທັບເຮືອ ທີ່ຕັ້ງຢູ່ໃກ້ໆກັບນະຄອນຫຼວງວໍຊິງຕັນວ່າ “ການປະສົບຄວາມສຳເລັດຫຼາຍຂຶ້ນເທົ່າໃດຂອງພວກເຮົາໃນເວລາການທູດ ກໍຍິ່ງຈະເຮັດໃຫ້ພວກຜູ້ນຳທາງທະຫານມີຄວານອຶດອັດໃຈເພີ້ມຂຶ້ນເທົ່ານັ້ນ.”
ການໃຫ້ຄວາມເຫັນຂອງນາຍພົນດັນຝອດ ມີຂຶ້ນນຶ່ງອາທິດ ຫຼັງຈາກກອງທັບສະຫະລັດແລະເກົາຫຼີໃຕ້ ໄດ້ໂຈະການຊ້ອມລົບຮ່ວມຂະໜາດໃຫຍ່ອີກເທື່ອນຶ່ງ.
ຫົວໜ້າໂຄສົກຂອງທຳນຽບຫ້າແຈ ທ່ານນາງເດນາ ໄວທ໌ ກ່າວໃນວັນສຸກວານນີ້ວ່າ ກອງທັບຂອງປະເທດທັງສອງໄດ້ໂຈະການຊ້ອມລົບຮ່ວມທາງອາກາດ ທີ່ມີຊື່ວ່າ Vigilant Ace ເພື່ອຈະ “ເປີດໂອກາດໃຫ້ຂັ້ນຕອນທາງດ້ານການທູດດຳ
ເນີນຕໍ່ໄປ.”
ນາຍພົນໂຣເບີດ ອາບຣັມ (ຊ້າຍ) ຊີ້ແຈງ ໃນລະຫວ່າງ ການຮັບຟັງ ຄຳໃຫ້ການ ຮັບຮອງເອົາການແຕ່ງຕັ້ງທ່ານ ເປັນຜູ້ບັນຊາການ ກຳລັງ ສຫລ ໃນແຫຼມເກົາຫຼີ. (ວັນທີ 25 ກັນຍາ 2018)
ກ່ອນໜ້ານັ້ນ ສະຫະລັດແລະເກົາຫຼີໃຕ້ ກໍໄດ້ຍົກເລີກ ການຊ້ອມລົບຮ່ວມປະຈຳປີທີ່ມີຊື່ວ່າ Ulchi-Freedom Guardian ທີ່ກຳນົດ ຈະມີຂຶ້ນໃນເດືອນສິງຫາ.
ນາຍພົນດັນຝອດກ່າວຕໍ່ພວກນັກຂ່າວວ່າ ການຕັດສິນໃຈໂຈະການຊ້ອມລົບເຫຼົ່ານີ້ ແມ່ນໄດ້ຖືກແຈ້ງໄປຍັງນາຍພົນວິນເຊິນ ບຣຸກສ໌ ຜູ້ບັນຊາການທະຫານຢູ່ໃນແຫຼມເກົາຫຼີ ຊຶ່ງເປັນຜູ້ບັນຊາການທີ່ມີປະສົບພະການແລະໄດ້ຮັບໜ້າທີ່ຢູ່ທີ່ແຫຼມເກົາຫຼີ ມາເປັນເວລາ 3 ປີ. ທ່ານກ່າວວ່າ ສຳລັບການປ່ຽນພວກນາຍທະຫານເກົາຫຼີໃຕ້ນັ້ນ ຕາມປົກກະຕິແລ້ວແມ່ນຍັງຈະບໍ່ມີຂຶ້ນ ຈົນເທົ່າເດືອນມັງກອນ.
ນາຍພົນດັນຝອດກ່າວວ່າ “ດັ່ງນັ້ນ ພວກເຮົາຈຶ່ງຮູ້ສຶກວ່າ ພວກເຮົາມີພະນັກງານໄດ້ຮັບການຝຶກແອບພຽງພໍ ເພື່ອປະຕິບັດໜ້າທີ່ ໃນບ່ອນທີ່ພວກເຮົາສາມາດມອງເຫັນໄດ້. ພວກເຮົາສາມາດສະແດງໃຫ້ເຫັນຢ່າງຄ່ອງແຄ່ວໃນການປະຕິບັດໜ້າທີ່ໄດ້ຫຼືບໍ່ສາມາດເຮັດໄດ້.”
ສ່ວນການຊ້ອມລົບທາງທະຫານຂະໜາດນ້ອຍອື່ນໆ ຍັງດຳເນີນຢູ່ຕໍ່ໄປໃນແຫຼມເກົາຫຼີ ແລະຢູ່ໃນທົ່ວຂົງເຂດ ແຕ່ນາຍພົນສະຫະລັດ ທີ່ໄດ້ຖືກສະເໜີແຕ່ງຕັ້ງໃຫ້ເປັນ ຜູ້ບັນຊາການກຳລັງສະຫະລັດ ໃນເກົາຫຼີໃຕ້ຄົນຕໍ່ໄປ ຊີ້ໃຫ້ເຫັນໃນລະຫວ່າງການຮັບຟັງຄຳໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງທ່ານໃນເດືອນແລ້ວ ນີ້ວ່າ ການໂຈະການຊ້ອມລົບ Ulchi-Freedom Guardian ນັ້ນ ໄດ້ເຮັດໃຫ້ ຄວາມພ້ອມທາງທະຫານ ຢູ່ໃນແຫຼມເກົາຫຼີ ຫລຸດລົງ.”