ກອງກຳລັງສະຫະລັດ ໃນອັຟການິສຖານ ໄດ້ເພິ່ມການສູ້ລົບຕ້ານການຂະຫຍາຍຕົວ
ຂອງກຸ່ມ ທີ່ແຍກຕົວອອກຈາກລັດອິສລາມ ທີ່ມີຖານປະຕິບັດງານໃກ້ໆຊາຍແດນອັຟ
ການິສຖານ ຕິດກັບປາກິສຖານ ແລະໄດ້ຕັດສິນໃຈ ທີ່ຈະເອົາຊະນະ ກຸ່ມຫົວຮຸນແຮງ
ຈັດພວກນີ້ ໃນອັຟການິສຖານ ພາຍໃນປີນີ້ ນັ້ນແມ່ນຄຳເວົ້າ ຂອງເຈົ້າໜ້າທີ່ ສະຫະ
ລັດທີ່ໄດ້ບອກກັບ VOA.
ຮ້ອຍເອກ Bill Salvin ໂຄສົກແລະ ແລະຜູ້ອຳນວຍການຝ່າຍປະຊາສຳພັນ ຂອງ ກຳ
ລັງສະໜັບສະໜຸນອົງການເນໂຕ້ ທີ່ກອງບັນຊາການ ໃນນະຄອນກາບູລ ໄດ້ບອກກັບ
VOA ພະແນກພາສາອັຟການິສຖານ ວ່າ “ຈຸດປະສົງຂອງພວກເຮົາ ໃນປີ 2017 ນີ້
ແມ່ນເອົາຊະນະກຸ່ມ ISIS-K ໃນອັຟການິສຖານ.”
ພວກນັກຕໍ່ສູ້ກຸ່ມລັດອິສລາມ ຢືນຢູ່ຂ້າງນອກຄ້າຍຕຳຫຼວດ ໃນ Nangarhar, ອັຟການິສຖານ.
ກຸ່ມລັດອິສລາມ ໃນແຂວງ “Korasan” ຊຶ່ງເປັນສາຂາຂອງກຸ່ມ ISIS-K ໄດ້ມີຮາກເຫງົ້າໃນເຂດພູຜາ ຂອງອັຟການິສຖານ ແລະປາກິສຖານ ໂດຍເພີີ່ມຄວາມພະຍາຍາມໃນການເກນແລະປະຕິບັດການໂຈມຕີໃນທົ່ວປະເທດ. ຊື່ຂອງພວກເຂົາແມ່ນໝາຍເຖິງ ຊື່ຂອງຂົງເຂດເກົ່າແກ່ດຶກດຳບັນ ແລະຂົງເຂດອ້ອມແອ້ມໃນ ພາກກາງເອເຊຍ ແລະ ເປີເຊຍ.
ກຸ່ມທະຫານບ້ານອັຟການິສຖານຍົກອາວຸດຂຶ້ນສູງ ໃນຂະນະທີ່ພວກເຂົາເຈົ້າທຳການລາດຕະເວນໃນເຂດ Achinຂອງແຂວງ Nangarhar ທາງພາກຕາເວັນອອກຂອງນະຄອນ Kabul, ອັຟການິສຖານ, 27 ທັນວາ, 2015.
ອົງການເນໂຕ້ ແລະລັດຖະບານອັຟການິສຖານ ກ່າວວ່າ ການປະຕິບັດງານດ້ານຮັກສາຄວາມປອດໄພ ໃນຮອບຫຼາຍເດືອນຜ່ານມາ ໄດ້ຫຼຸດຜ່ອນຄວາມເຂັ້ມແຂງ ຂອງພວກນັກລົບກຸ່ມຫົວຮຸນແຮງໃນອັຟການິສຖານ ຈາກຫຼາຍພັນຄົນ ລົງເຫຼືອຕ່ຳກວ່າ 1,000 ຄົນ ແລະເຂດຄວບຄຸມຂອງພວກເຂົາ ລົງເຫລືອຢູ່ບໍ່ຮອດ 5 ເມືອງຈາກ 10 ກວ່າເມືອງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ກອງກຳລັງຮັກສາຄວາມປອດໄພພາກັນກວດສອບສະຖານທີ່ເກີດເຫດ ທີ່ກຸ່ມລັດອິສລາມອ້າງເອົາຄວາມຮັບຜິດຊອບໃນການໂຈມຕີໂຮງພະຍາບານມນນະຄອນ Kabul, ອັຟການິສຖານ, 8 ມີນາ, 2017.