ສະຕີໝາຍເລກນຶ່ງ ຂອງສະຫະລັດ ເດີນທາງໄປຢ້ຽມຢາມ ຍີ່ປຸນແລະກຳປູເຈຍ

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ Michelle Obama ເດີນທາງໄປຮອດ ສະໜາມບິນສາກົນ Haneda ທີ່ Tokyo, ວັນທີ 18 ມີນາ 2015.

ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທ່ານ​ນາງ Michelle Obama
ອອກ​ເດີນທາງ​ໄປ​ຢ້ຽມຢາມສອງ​ປະ​ເທດ​ໃນ​ເອ​ເຊຍ​ ຍີ່​ປຸນແລະ​ກຳ
​ປູ​ເຈຍ ​ເປັນ​ເວລາ 5 ມື້ ຄື​ຈາກ​ວັນ​ທີ 18 ຫາ 22 ​ເດືອນມີນາ​ນີ້ ​ເພື່ອ
ເຜີຍ​ແຜ່​ໂຄງການ​ລິ​ເລີ້ມ "Let Girls Learn" ຫລື​ “ປ່ອຍ​ໃຫ້​ເດັກ
ນ້ອຍ​ແມ່​ຍິງ​ໄດ້ຮ່ຳຮຽນ”
ຂອງ​ລັດຖະບານ​ໂອ​ບາ​ມາ ທີ່​ມີ​ເປົ້າ​ໝາຍ​
ສົ່ງ​ເສີມ​ການ​ສຶກສາ​ຂອງ​ເດັກນ້ອຍ​ແມ່ຍິງ ​ຫລາຍ​ລ້ານ​ຄົນ ​ໃນ​ທົ່ວ
​ໂລກ. ຜູ້​ສື່ຂ່າວ​ວີ​ໂອ​ເອ Victor Beattie ລາຍ​ງານ​ມາວ່າ​ ທັງ​ທ່ານ
​ນາງ Michelle ແລະ​ປະທານາທິບໍດີ​ ໂອ​ບາ​ມາ ​ໄດ້​ເຕືອນ​ວ່າ ​
ເລື້ອງ​ຄວາມ​ບໍ່ສາມາດ ບໍ່​ມີ​ໂອກາດ​ໄດ້​ເຂົ້າ​ຮຽນ​ໜັງສືຂອງ​ເດັກ
ນ້ອຍ ຈຳນວນ 62 ລ້ານ​ຄົນ​ໃນ​ທົ່ວ​ໂລກນັ້ນ ຄວນ​ຈະຖື​ເປັນ​ບຸລິມະ
ສິດ​ອັນດັບ​ສູງ​ອັນ​ນຶ່ງ​ຂອງ​ນະ​ໂຍບາຍ​ຕ່າງປະ​ເທດ. ​ດາຣາມີ​ລາຍ
​ລະອຽດ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ການຢ້ຽມຢາມເອເຊຍ ຂອງທ່ານນາງ Michelle Obama

ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ຂຽນ​ລົງ​ໃນ​ໜັງສື​ພິມ The Wall Street Journal ​ເມື່ອ
ວັນ​ທີ 15 ມີນາ​ນີ້ວ່າ ​ເລື້ອງ​ທີ່​ວ່າ​ມີ​ເດັກ​ນ້ອຍ​ແມ່ຍິງ​ຫລາຍ​ສິບ​ລ້ານ​ຄົນ ບໍ່​ໄດ້​ຮັບ​ການສຶກສາ
​ຢ່າງ​ພຽງພໍ​ນັ້ນ ​ບໍ່​ໄດ້​ເປັນ​ພຽງ​ແຕ່ “ການ ​ສູນ​ເສຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ມະນຸດ​ໄປ
ໂດຍ​ເປົ່າ​ປະ​ໂຫຍ​ດ ຢ່າງ​ໜ້າ​ເສົ້າ​ສະ​ລົດ​ໃຈ​ເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ເປັນ​ການ​ທ້າ​ທາ​ຍດ້ານ​ສາທາລະນະ​ສຸກ​ທີ່​ຮ້າຍ​ແຮງຢ່າງ​ນຶ່ງ ​ເປັນ​ການ​ຖ່ວງ​ດຶງ​ຕໍ່​ເສດຖະກິດ​ຂອງ​ຊາດ ກໍ​ຄື
ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ ​ໂລກ ​ແລະ​ເປັນ​ໄພ​ຂົ່ມຂູ່ຕໍ່​ຄວາມ​ໝັ້ນຄົງ​ຂອງ​ບັນດາ​ປະ
ເທດ​ໃນ​ທົ່ວ​ໂລກນຳ.”

ທ່ານ ​ນາງ Michelle Obama ກ່າວ​ວ່າ ມາ​ຮອດ​ປີ 2012 ນັ້ນທຸກໆຂົງ​ເຂດ​ພວມ​ພັດທະ
ນາ​ຂອງ​ໂລກ ​ແມ່ນ​ໄດ້​ບັນລຸ ຫລື​ບໍ່​ກໍ​ໃກ້​ຈະ​ບັນລຸ ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ໃນ​ລະ​ດັບ
ການ​ສຶກສາຂັ້ນ​ປະຖົມ. ​ແຕ່​ວ່າ ຊ່ອງ​ຫວ່າງ​ທາງ​ເພດ​ແມ່ນ​ຍັງ​ມີ​ຢູ່ ໃນ​ລະດັບ​ການ​ສຶກສາ​ຂັ້ນ​ມັດທະຍົມ ຊຶ່ງ​ໃນ​ລະດັບ​ນີ້ ພວກ​ເດັກຍິງ​ແມ່ນຕົກຢູ່ພາຍໃຕ້ "ຄຸນຄ່າທາງວັດທະນະທໍາ
ແລະພາກປະຕິບັດຕ່າງໆ ທີ່ກໍານົດແລະຈຳກັດ ໂອກາດຂອງແມ່ຍິງຢູ່ໃນສັງຄົມຂອງພວກ
ເຂົາເຈົ້າ."

​ໃນງານ​ເປີດ​ຕົວ ການ​ປຸກລະດົມ "Let Girls Learn" ຫລື​ “ປ່ອຍ​ໃຫ້​ເດັກນ້ອຍ​ແມ່​ຍິງ​ໄດ້ຮ່ຳຮຽນ” ເມື່ອ​ວັນ​ທີ 3 ຕົ້ນ​ເດືອນ​ນີ້ ທ່ານ​ນາງ​ໂອ ບາ​ມາ​ກ່າວ​ວ່າ ໜ່ວຍ​ສັນຕິພາບ
ຫລື Peace Corps ຊຶ່ງ​ເປັນ​ອົງການ ອາສາ​ສະ​ໝັກ​ເພື່ອ​ການ​ພັດທະນາ ​ທີ່​ໄດ້ທຶນ​ຈາກ​ລັດຖະບານ​ສະຫະລັດ ຈະ​ຫລິ້ນ​ບົດບາດ​ທີ່​ສຳຄັນ:

Map showing destinations of Michelle Obama's trip to Asia

ທ່ານ ​ນາງໂອ​ບາ​ມາ​ກ່າວວ່າ “ຄວາມພະຍາຍາມນີ້​ ຈະນໍາໃຊ້
ຄວາມສາມາດແລະພະລັງງານຂອງພວກອາສາສະໝັກຂອງ
ໜ່ວຍສັນຕິພາບ ເກືອບ 7 ພັນຄົນ ທີ່ຮັບ​ໃຊ້​ຢູ່​ໃນ​ຫລາຍ​ກ່ວາ
60 ປະ​ເທດ. ຜ່ານ​ຄວາມ​ພະຍາຍາມນີ້ ໜ່ວຍ​ສັນຕິພາບແມ່ນ
ຈະ​ໃຫ້ການ​ສະໜັບສະໜຸນ​ຊ່ວຍ​ເຫລືອແກ່ ຫລາຍຮ້ອຍ​ໂຄງ
ການໃໝ່ໆຂອງ​ປະຊາ​ຄົມ ເພື່ອ​ຊ່ວຍ​ໃຫ້​ພວກ​ເດັກ​ຍິງ​ໄດ້​ໄປ
​ໂຮງຮຽນ ​ແລະ​ໄດ້​ເຂົ້າ​ໂຮງຮຽນ​ຕໍ່​ໄປ. ​ແລະ​ຂ້າພະ​ເຈົ້າ​ຢາກ
​ຈະ​ເນ້ນ​ວ່າ ​ພວກໂຄງການ​ເຫລົ່າ​ນີ້​ຈະ​ເປັນ​ໂຄງການທີ່ ປະຊາ
​ຄົມ​ຫລື​ຊຸມ​ຊົນ​ ເປັນ​ຜູ້​ກໍ່​ຕັ້ງ​ຂຶ້ນ​ມາ​ແລະ​ນຳພາ. ​ມັນ​ຈະ​ອິງ​ໃສ່​
ວິທີ​ແກ້​ໄຂ​ບັນຫາ​ນີ້ ທີ່ບັນດາ​ຜູ້​ນຳ​ທ້ອງ​ຖິ່ນ ຄອບຄົ​ວ ​ແລະ​ຮອດພວກ​ເດັກຍິງເອງ ​
ເປັນ​ຜູ້​ຄິດ​ຂຶ້ນ​ມາ.

ໃນ​ງານ​ດຽວ​ກັນ​ນີ້ ປະທານາທິບໍດີ​ໂອ​ບາມາກ່າວ​ວ່າ ລັດຖະບານຂອງ​ທ່ານ​ກຳລັງ​ເຮັດ​ໃຫ້
ເປັນ​ທີ່ແຈ່ມ​ແຈ້ງ ​ແກ່ພວກ​ປະ​ເທດ​ພາຄີ​ທັງຫລາຍວ່າ ​ເລື້ອງ​ນີ້​ແມ່ນ​ເປັນ​ບຸລິມະສິດ​ອັນ​ນຶ່ງ
ຂອງ​ນະ​ໂຍບາຍ​ຕ່າງປະ​ເທດ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ພວກ​ເຮົາ​ຮູ້​ວ່າ ​ເວລາ​ພວກ​ເດັກ​ຍິງ​ໄດ້​ຮັບ​ການ​ສຶກສາ​ນັ້ນ
​ມີ​ທາງເປັນ​ໄປ​ໄດ້ຫລາຍ​ກ່ວາ​ວ່າ ພວກ​ເຂົາຈະ​ບໍ່ແຕ່​ງງານ ໄວ. ​ເພາະສະ​ນັ້ນ
ພວກ​ລູກໆ​ຂອງ​ເຂົາ​ໃນ​ອະນາຄົດ ກໍ​ມີ​ທາງ​ຫລາຍ​ຂຶ້ນ ທີ່​ຈະ​ມີ​ສຸຂະ​ພາບດີ​ແລະ
​ໄດ້​ກິ​ນອາຫານ​ດີ. ຄ່າ​ແຮງງານ​ທີ່​ພວກ​ເຂົາ ຈະ​ໄດ້​ຮັບໃນ​ອະນາຄົດ ​ແມ່ນຈະ​ສູງ
ຂຶ້ນ ຊຶ່ງ​ກໍ​ຈະ​ສົ່ງຜົນ​ໃຫ້​ຄອບຄົວ​ຂອງ​ພວກ​ເຂົາ​ມີ​ຄວາມ​ໝັ້ນຄົງ​ຫລາຍ​ຂຶ້ນ ​ແລະ​
ການ​ເຕີບ​ໂຕ​ຂອງ​ຊາດ​ ກໍ​ຈະໄດ້​ຮັບ​ການ​ຊຸກຍູ້​ໃຫ້​ສູງ​ຂຶ້ນ. ​ໃນ​ແງ່​ຂອງ​ການ​ເມື​ອງ​
ແລະຄວາມ​ໝັ້ນຄົງນັ້ນ ບ່ອນ​ໃດ​ທີ່​ພວກ​ແມ່ຍິງ​ແລະເດັກ​ຍິງ​ໄດ້​ຮັບ​ການ​ປະຕິບັດ
ຕໍ່ ​ໃນ​ຖານະ​ເປັນ​ພົນລະ​ເມືອງໂດຍເຕັມແລະ​ເທົ່າ​ທຽມ​ກັນ​ແລ້ວ ບ່ອນ​ນັ້ນກໍ​ມັກ​
ຈະມີ​ສະຖຽນ​ລະ​ພາບ​ຫລາຍ​ກ່ວາ ​ແລະ​ມີ​ປະຊາທິປະ​ໄຕ​ຫລາຍ​ກ່ວາ. ສະ​ນັ້ນ​ ​
ເລື້ອງ​ນີ້​ ຈຶ່ງ​ບໍ່​ແມ່​ນພຽງບັນຫາ​ດ້ານ​ມະນຸດສະທຳ ມັນ​ເປັນ​ບັນຫາ​ທາງ​ເສດຖະ
ກິດ ​ແລະ​ບັນຫາ​ດ້ານ​ຄວາມ​ໝັ້ນຄົງ ​ແລະ​ເພາະສະ​ນັ້ນ ມັນ​ຈຶ່ງ​ເປັນ​ບຸລິມມະ​ສິດ
​ອັນ​ນຶ່ງ ຂອງ​ນະໂຍບາຍ​ຕ່າງປະ​ເທ​ດ.”

ທ່ານ​ນາງ​ໂອ​ບາ​ມາ​ໄດ້​ຢຸດ​ແວ່​ທີ່​ຍີ່ປຸ່ນ​ກ່ອນ ບ່ອນ​ທີ່​ທ່ານ​ນາງໄດ້​ພົບ​ປະ​ກັບ​ນາຍົກລັດຖະ
ມົນ​ຕີ Shinzo Abe ​ແລະທ່ານ​ນາງ Akie ​ພັນ​ລະ​ຍາ​ຂອງ​ທ່ານ Abe. ໜ່ວຍ​ສັນຕິພາບ
Peace Corps ຂອງ​ສະຫະລັດ ກັບ​ອົງການ​ຄູ່​ຕຳ​ແໜ່​ງ​ ກໍ​ຄື ອົງການ Overseas Cooperation Volunteers ຫລື​ ໜ່ວຍອາສາ​ສະ​ໝັກ​ຮ່ວມ​ມື​ໃນ​ຕ່າງປະ​ເທດ ຂອງ​ຍີ່ປຸນ
ຈະ​ທຳ​ງານ​ຮ່ວມ​ກັນ ກ່ຽວ​ກັບ​ການ​ປຸກລະດົມ​ໃນ​ເລື້ອງ​ນີ້.

​ກ່ອນ​ອອກ​ຈາກ​ຍີ່ປຸ່ນ ທ່ານ​ນາງ Obama ຈະ​ໄປ​ຢ້ຽມຢາມ​ນະຄອນ Kyoto ​ເພື່ອ​ຊົມ​ວັດ​ສາສະໜາ​ພຸດ ​ແລະ​ສາສະໜາ Shinto.

Your browser doesn’t support HTML5

Michelle Obama Japan

ຜູ້ອຳນວຍການ​ອາວຸ​ໂສ​ຝ່າຍ​ກິດຈະການ​ເອ​ເຊຍ ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ທ່ານ Evan Medeiros ກ່າວວ່າ ຢູ່ກຳ​ປູ​ເຈຍນັ້ນ ທ່ານ​ນາງ Obama ຈະ​ເວົ້າ
ເຖິງ​ເລື້ອງ​ຄວາມ​ຈຳ​ເປັນໃນ​ການ​ມີລະບົບ​ການ​ເມືອງ ທີ່​ເປີດ​ກ້ວາງ​ແລະ​ຮວມ​ເອົາ​ທຸກ​ພັກ
ຝ່າຍ ​ແລະ​ໃນ​ການ​ອະນຸຍາດ​ໃຫ້​ສັງຄົມ​ພົນລະ​ເມືອງ ​ໄດ້​ມີ​ບົດບາດ​ໃນ​ການ​ປົກຄອງ​ທີ່​ດີ.

ທ່ານ Phil Robertson ຜູ້ອຳນວຍການ​ປະຈຳ​ເອ​ເຊຍ ຂອງ​ກຸ່ມ Human Rights Watch ກ່າວ​ວ່າ ​ໃນ​ເລື້ອງ​ການ​ສຶກສາ​ຂອງ​ເດັກ​ຍິງ​ນັ້ນ ກຳປູ​ເຈຍ​ແມ່ນ​ຍັງ​ກຳລັງ​ພະຍາຍາມ​ຢ່າງ​ໜັກ​ຢູ່.

ທ່ານ Phil Robertson ກ່າວ​ວ່າ “​ແລະ ຄວາມ​ຈິງ​ແລ້ວ ພວກ​ເຮົາ​ຫາກໍ​ເປີດ​ເຜີຍ
ລາຍ​ງານ​ສະບັບ​ນຶ່ງ​ເມື່ອ​ອາທິດ​ແລ້ວ​ນີ້ ກ່ຽວ​ກັບ​ພວກ​ແມ່ຍິງ​ກັບ​ເດັກ​ສາວ ຢູ່​ໃນ
ພາກສ່ວນ​ຕັດຫຍິບ ຊຶ່ງ​ເປັນ​ອຸດສາຫະກຳ​ສົ່ງ​ອອກ​ທີ່​ສຳຄັນ​ຂອງ​ກຳປູ​ເຈຍ ​ແລະ
ຫລາຍ​ກ່ວາ 92 ສ່ວນ​ຮ້ອຍ​ຂອງ​ໜ່ວຍ​ແຮງ​ງານ​ໃນ​ອຸດສາຫະກຳ​ນັ້ນ ​ແມ່ນ​ແມ່ຍິງ
ແລະ​ເດັກ​ສາວ. ພວກ​ເຮົາ​ພົບ​ວ່າ ມີ​ການລະ​ເມີດ​ສິດທິ​ຢ່າງ​ເປັນ​ລະບົບ ຢູ່​ໃນ​ພວກ

ໂຮງງານ​ຕັດຫຍິບຂອງ ກຳປູ​ເຈຍ ທີ່ຜະລິດ​ສິນຄ້າ​ສົ່ງໄປ​ໃຫ້​ບໍລິສັດ​ຕ່າງໆ ​ເຊັ່ນ ​
Gap ​ແລະ​ບໍລິສັດ​ອື່ນໆຢູ່​ຕ່າງປະ​ເທດ ​ແລະ​ບັນຫາ​ທີ່​ພວກ​ເຮົາ​ພົບ​ເຫັນ​ ກໍ​ແມ່ນ
ພວກ​ເດັກ​ສາວ​ທີ່​ໄປ​ເຮັດ​ວຽກ​ຢູ່​ໂຮງ​ຈັກ​ໂຮງງານ​ເຫລົ່າ ຈະ​ດ້ວຍ​ເຈດ​ຕະນາ​ແລະ
ຈຸດປະສົງ​ອັນໃດ​ກໍ​ຕາມ ມັນ​ໝາຍ​ເຖິງ​ຈຸດ​ອາ​ວະສາ​ນຂອງ ການ​ສຶກສາ​ຂອງ​ພວກ
​ເຂົາ​ເຈົ້າ.”


ກຳປູ​ເຈຍ​ແມ່ນ​ນຶ່ງ​ໃນ 11 ປະ​ເທດ ທີ່​ປະກອບສ່ວນ​ໃນ​ການ​ປຸກລະດົມ Let Girls Learn
ຊຶ່ງ​ນອກ​ນັ້ນ​ແລ້ວ ກໍ​ມີ​ປະ​ເທດ Albania, Benin, Burkina Faso, Georgia, Ghana, Moldova, Mongolia, Mozambique, Togo ແລະ Uganda.

ທ່ານນາງ Michelle Obama ຊຶ່ງ​ເປັນ​ສະຕີ​ໝາຍ​ເລກ​ນຶ່ງ ຄົນທຳອິດຂອງ​ສະຫະລັດ ທີ່
ໄປ​ຢ້ຽມຢາມ​ກຳປູ​ເຈຍ ມີ​ກຳໜົດ​ຈະເດີນທາງ​ໄປ​ຍັງ​ເມືອງ Siem Reap ຊຶ່ງ​ຢູ່​ທີ່​ນັ້ນທ່ານ
ນາງ​ຈະ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ກຳປູ​ເຈຍ ທ່ານ​ນາງ Bun Rany ພັນ​ລະ​ຍາ​ຂອງ​ນາຍົກ
ລັດຖະມົນຕີ Hun Sen ​ແລະ​ໂອ້​ລົມ​ກັບ​ພວກ​ນັກ​ສຶກສາແລະ​ອາສາ​ສະໝັກ ​ແລະ​ເບິ່ງ
ໂຄງການ​ປະຊາ​ຄົມຈຳນວນ​ນຶ່ງ ທີ່​ກ່າວ​ກັນ​ວ່າ ​ເສີມ​ຂະ​ຫຍາ​ຍ​ໂອກາດ​ດ້ານ​ການ​ສຶກສາ
ຂອງ​ພວກ​ເດັກ​ສາວ. ກ່ອນ​ເດີນທາງ​ກັບ​ຄືນ​ສູ່​ວໍ​ຊິງ​ຕັນ ພັນ​ລະ​ຍາ​ຂອງ​ປະທານາທິບໍດີ ​
ໂອ​ບາ​ມາ ຈະ​ໄປ​ຊົມ ​ອັງ​ກໍ​ວັດ.

Your browser doesn’t support HTML5

Michelle Obama Japan