ມີທ່າທາງວ່າ ການຍົກຍ້າຍ ອົບພະຍົບ ຈາກພູ ໃນອີຣັກ ຂອງສະຫະລັດ ຈະບໍ່ເກີດຂຶ້ນ (ສະໄລດ໌/ວີດີໂອ)

ພວກອົບພະຍົບ Yazidi ທີ່ພາກັນຫລົບໜີຄວາມຮຸນແຮງ ໃນເມືອງ Sinjar ໃຫ້ສັນຍານໃນຂະນະທີ່ປະກອບສ່ວນ ໃນການເດີນຂະບວນ ທີ່ເຂດຊາຍແດນອີຣັກຊີເຣຍ ທີ່ເມືອງ Fishkhabour ແຂວງ Dohuk ວັນທີ 13 ສິງຫາ 2014.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ການ​ປະກອບ​ພາລະ
ກິດ​ໃນ​ການ​ຍົກຍ້າຍ​ພວກ​ອົບ​ພະຍົບອອກ​ຈາກ​ພູ​ແຫ່ງ​ນຶ່ງ​ໃນ​ພາກ
​ເໜືອ​ ຂອງ​ອີຣັກ “​ມີ​ທ່າ​ທາງ​ວ່າຈະ​ບໍ່​ເກີດ​ຂຶ້ນ” ຫຼັງຈາກ​ທຳ​ການ
​ຊັ່ງຊາ​ຕີ​ລາຄາ​ເບິ່ງເຫັນ​ວ່າ​ ມີ​ພວກ​ອົບ​ພະຍົບ ຈຳນວນ​ໜ້ອຍ​ລົງຢູ່
ໃນ​ຂົງ​ເຂດ ກວ່າ​ທີ່​ໄດ້​ມີ​ຄວາມ​ຢ້ານ​ກົວ​ກັນ​ມາ​ກ່ອນ.

ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ
​ເວລາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ອ້າງ​ຜົນ​ຂອງ
​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ກຸ່ມ​ລັດ​ອິສລາມແລະ​ການ​ຖິ້ມ​ການ
​ຊ່ອຍ​ເຫຼືອດ້ານມະນຸດສະທຳ​ທາງ​ອາກາດ​ຊ່ອຍ​ເຮັດໃຫ້ສະຖານະ
​ການດີ​ຂຶ້ນເທິງ​ພູ Sinjar ນັ້ນ.

ພວກ​ຊາວ​ເຄີ​ດສ໌ອີຣັກ ​ແລະ​ຊົນ​ກຸ່ມ​ນ້ອຍ​ອື່ນໆ ​ໄດ້​ພາກັນ​ຊອກ​ຫາ​ບ່ອນ​ລີ້​ຊ່ອນ ​ຢູ່​ເທິງ​
ພູ Sinjar ກ່ອນ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ ທຳ​ການ​ໂຈມ​ຕີ ​ຕໍ່ບັນດາ​ຂົງ​ເຂດ​ທີ່​ກວ້າງ​ໃຫຍ່ດັ່ງກ່າວ​ ໃກ້​ກັບ​ຊາຍ​ແດນ​ຊີ​ເຣຍ ນັ້ນ.

ສະຫະລັດ ​ໄດ້​ສົ່ງ​ທະຫານ​ໄປ​ຍັງ​ຂົງ​ເຂດ​ໃນຕົ້ນ​ສັບປະດາ​ນີ້ ​ເພື່ອ​ຊັ່ງ ຊາ​ ຫາ​ວິທີ​ຊ່ອຍ
ວິກິດການ​ດ້ານ​ມະນຸດສະທຳທີ່​ນັ້ນ. ທ່ານ Hagel ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເຖິງ​ແມ່ນ
​ມີ​ການ​ຊັ່ງຊາ​ຕີ​ລາຄາ​ໃນ​ທາງ​ບວກ​ກໍ​ຕາມ ​ແຕ່​ຄວາມ​ພະຍາຍາມ​ຂອງ​ສະຫະລັດ ​ໃນ​ອີ
ຣັກ “ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ.”

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ປະຕິ​ເສດ​ທີ່​ຈະ​ກຳລັງ​ສູ້​ລົບ​ຂອງ​ສະຫະລັດ​ ກັບ​ຄືນ​ໄປ​ຍັງ​ອີຣັກ.

ໃນ​ຂະນະ​ດຽວ​ກັນ ນາ​ຍົກ​ລັດຖະມົນຕີອີຣັກ ທ່ານNouri al-Maliki ​ທີ່​ກຳລັງ​ປະສົບ​ກັບ​ບັນຫາຍັງສືບ​ຕໍ່ຕ້ານ​ຢັນ​ຕໍ່​ຄວາມ​ກົດ​ດັນ​ຂອງ​ນາໆ​ຊາດ ​ທີ່​ມີ​ເພີ້​ມຂຶ້ນ​ເລື້ອຍໆ ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ທ່ານ​ມາ​ລິກກີ ທີ່​ຕັ້ງ​ໃຈ​ຈະ​ດຳລົງ​ຕຳ​ແໜ່​ງຕື່ມອີກເປັນສະໄໝທີ​ສາມ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ຈະ​ບໍ່​ສະລະ​ອຳນາດ​ ຈົນ​ກວ່າ​ທາງ​ສານ​ລັດຖະບານ​ກາງ ຈະ​ຕັດສິນ​ ກ່ຽວ​ກັບ​ການ​ຕັດສິນ​ໃຈ ຂອງ​ປະທານາທິບໍດີຄົນ​ໃໝ່​ຂອງ​ອີຣັກ ທ່ານ Fouad Massoum ທີ່​ສະ​ເໜີ​ແຕ່ງ​ຕັ້ງ​ຄູ່​ແຂ່ງ​ທ່ານ​ມາ​ລິກກີ ໃຫ້ ເປັນ​ນາຍົກລັດຖະມົນ​ຄົນ​ໃໝ່​
ຂອງ​ອີຣັກນັ້ນ.

Your browser doesn’t support HTML5

iraq14august14