ສຫລ ເນລະເທດ ເດັກນ້ອຍ ແລະແມ່ເຂົາເຈົ້າ ຈຸທຳອິດ 38 ຄົນ ກັບຄືນປະເທດ (ວີດີໂອ)

ເດັກອົບພະຍົບ ທີ່ຂາ້ມຊາຍແດນ ເຂົ້າມາໃນສະຫະລັດ ຖືກເຈົ້າໜ້າທີ່ຕຳຫລວດຊາຍແດນ ຈັບຕົວໄວ້ ທີ່ປ້ອມຕຳຫຼວດ ເມືອງ McAllen ລັດ Texas ເມື່ອວັນທີ 15 ກໍລະກົດ 2014.

ສະຫະລັດໄດ້​ເນລະ​ເທດ​ເດັກ​ນ້ອຍ 38 ຄົນ ​ແລະ​ແມ່​ຂອງ​ພວກ
​ເຂົາ​ເຈົ້າ ກັບ​ຄືນ​ປະ​ເທດຮອນ​ດູຣາສ ໃນອາທິດ​ນີ້ ​ຊຶ່ງເປັນ​ເທື່ອ
​ທຳ​ອິດໃນ​ອັນທີ່ທາງການ​ສະຫະລັດ ໃຫ້​ຄຳ​ສັນຍາວ່າ ຈະ​ເປັນ
ຖ້ຽວ​ບິນປົກກະຕິ ເພື່ອນຳ​ສົ່ງພວກ​ເຂົ້າເມືອງຜິດກົດໝາຍຈາກ
​ອາ​ເມຣິກາ​ກາງ​ ກັບຄືນ​ປະ​ເທດ​ຂອງພວກ​ເຂົາ​ເຈົ້າ.

​ແຕ່​ສະຫະລັດ ​ໄດ້​ພົບ​ເຫັນຄວາມ​ຫຍຸ້ງຍາກ ນຳ​ຈຳນວນ​ເດັກ
ນ້ອຍ​ທີ່ຫຼັ່ງ​ໄຫຼ​ເຂົ້າມາ ຈຳນວນຫຼາຍໆພັນຄົນ ຊຶ່ງບາງ​ສ່ວນ
ກໍ​ມາ​ພ້ອມກັບ​ແມ່ ​ແລະ​ບາງ​ສ່ວນ​ມາ​ຕາມ​ລຳພັງ ພວກ​ເຂົາ​ເຈົ້າ
​ໄດ້ອອກ​ເດີນທາງ​ເປັນລະຍະໄກ ​ທີ່ເຕັມ​ໄປດ້ວຍ​ໄພອັນຕະລາຍ
​ຈາກ Honduras Guatemala ​ແລະ El Salvador ​ເພື່ອ​ຊອກ
​ຫາ​ຊີວິດ​ທີ່​ດີກ​ວ່າເກົ່າ ຢູ່​ໃນສະຫະລັດ. ມີ​ເດັກນ້ອຍ​ທີ່​ບໍ່ມີຜູ້​ປົກຄອງ​ຕິດຕາມ ປະມານ 9
ໝື່ນຄົນ​ ອາດສາມາດ​ຖືກ​ຈັບ​ກຸມ​ ຢູ່ຕາມຊາຍ​ແດນ​ໃນ​ປີ​ນີ້ ຊຶ່ງ​ໄດ້​ເພີ້​ມຂຶ້ນ 3​ ​ເທົ່າ​ ຂອງ​ຈຳ
ນວນເມື່ອສອງ​ສາມປີທີ່ຜ່ານ​ມາ.

Your browser doesn’t support HTML5

US Lawmakers Clash Over the Fate of Children Crossing the Border


ວິ​ກິດ​ການຄົນ​ເຂົ້າ​ເມືອງ ຕາມເຂດຊາຍ​ແດນ​ໃນ​ພາກຕາ​ເວັນ​ຕົກສຽງ​ໃຕ້ຂອງ​ສະຫະ​ລັດ
​ໂດຍ​ສະ​ເພາະ​ແມ່ນ​ລັດ Texas ຊຶ່ງ​ເປັນ​ເລື່ອງ​ໃໝ່ຂອງ​ປະ​ເທດ ​ໃນ​ແງ່​ຂອງ​ຈຳນວນ ​ແລະ
​ທີ່​ມາ​ ຂອງ​ພວກຄົນ​ເຂົ້າ​ເມືອງ ທີ່​ມາຈາກເຂດອາ​ເມຣິກາ​ກາງ ບໍ່​ແມ່ນ ປະ​ເທດ Mexico ທີ່​
ຢາກ​ເຂົ້າມາ​ຢູ່ໃນສະຫະລັດ.

Your browser doesn’t support HTML5

Central American Children Fleeing Gangs and Poverty Touch Off Debate