ສະຫະລັດ ຄາດວ່າ ຈະລົບລ້າງ ໂຄງການວີຊາ ແກ່ນັກທຸລະກິດຕ່າງປະເທດ

ບັນດາຄົນໂດຍສານເດີນທາງມາເຖິງ ສະໜາມບິນສາກົນ ນະຄອນ Los Angeles ພາກັນໃຊ້ເຄື່ອງຈັກໜັງສືຜ່ານແດນ ອັດຕະໂນມັດ automated passport kiosks.

ລັດຖະບານ​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ກຳລັງເລື່ອນ​ເວລາ ​ແລະ​ມີ​ແຜນ​ທີ່​ຈະຍົກ​ເລີກ ​ໂຄງການ​ໃຫ້​ວີ​ຊາ​ ແກ່​ບັນດາ​ຜູ້​ປະກອບທຸລະກິດ​ຕ່າງປະ​ເທດ ທີ່​ເຂົ້າມາ​ຕັ້ງ​ບໍ​ລິ​ສັດ​ຢູ່​ໃນ
​ສະຫະລັດ.

​ໂຄງການ​ໃຫ້​ວີຊາ​ທີ່​ໄດ້​ສະ​ເໜີ​ໃນ​ປີ​ກາຍ​ນີ້ ​ໂດຍອະດີດ​ປະທານາທິບໍດີ Barack Oba-
ma ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ອະນຸຍາ​ດ​ໃຫ້​ບັນດາ​ຜູ້​ປະກອບທຸລະກິດ ທີ່​ບໍ່​ສາມາດ​ໄດ້​ຮັບ
​ວີ​ຊາ​ຊະ​ນິດ​ອື່ນໆ ​ເພື່ອ​ເຂົ້າມາ​ຢູ່​ໃນ​ສະຫະລັດ ເປັນ​ເວລາ 30 ​ເດືອນ​ ເພື່ອຕັ້ງ​ແລະ​ບໍລິ
ຫານ​ງານ​ໃຫ້ທຸລະ​ກິດ​ຂອງ​ເຂົາ​ເຈົ້າດຳ​ເນີນ​ງານໄດ້.

ບໍລິ​ສັດ​ນຳ​ໜ້າທີ່​ສຳຄັນໆ​ໃນ​ອຸດສາຫະກຳ​ເທັກ​ໂນ​ໂລ​ຈີ ​ໄດ້​ວິ່ງ​ເຕັ້ນຢ່າງ​ແຂ​ງຂັນໃຫ້
ການສະໜັບສະໜູນໂຄງການ​ວີ​ຊາດັ່ງກ່າວ ​ເພື່ອ​ເປັນ​ຊ່ອງທາ​ງ​ໃຫ້ພວກ​ຄົນ​ເຂົ້າ​ເມືອງ​ ​ເຂົ້າມາຕັ້ງບໍລິສັດ​ໃນສະ​ຫະລັດ ​ເພື່ອ​ຊຸກຍູ້​ເສດຖະກິດແລະ​ສ້າງ​ວຽກເຮັດ​ງານ​ທຳ​ຕື່ມ. ກະຊວງຮັກສາຄວາມ​ປອດ​ໄພ​ພາຍ​ໃນ​ສະຫະລັດ ຄາດ​ຄະ​ເນ​ວ່າ​ ຜູ້​ປະກອບທຸລະກິດ
ເກືອບ 3,000 ຄົນ ​ສາມາດ​ໄດ້​ຮັບ​ວິຊາ​ດັ່ງກ່າວໃນແຕ່ ລະ​ປີ.

ອັນ​ທີ່​ຮ້ອງ​ວ່າ ​ໂຄງການ​ວີ​ຊາ​ເພື່ອປະກອບ​ທຸລະ​ກິດ ຈະ​ເລີ້​ມ​ເປັນ​ຜົນ​ບັງຄັບ​ໃຊ້​ໃນອາ
ທິດ​ໜ້າ​ນີ້ ​ແຕ່​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນຈະ​ອອກ​ປະກາດ​ໃນ​ວັນ​ອັງຄານ​
ມື້​ນີ້ ​ເລື່ອນເວລາ​ໃນ​ການຈັດຕັ້ງປະຕິບັດ ການ​ນຳ​ໃຊ້​ກົດ​ລະບຽບຜູ້ ປະກອບທຸລະກິດ​
ສາກົນ ​ໄປ​ຈົນ​ຮອດ​ວັນ​ທີ 14 ​ເດືອນ​ມີນາ ປີ 2018.

ຮ່າງ​ຄຳ​ປະກາດ​ ທີ່​ນຳ​ອອກ​ເຜີຍ​ແຜ່ທາງ​ອິນ​ເຕີ​ແນັດ ​ໂດຍ​ຫ້ອງການ​ຈົດ​ທະບຽນ​ລັດ
ຖະບານ​ກາງ ກ່າວ​ວ່າ ກະຊວງຮັກສາ​ຄວາມ​ປອດ​ໄພພາຍ​ໃນ ມີ​ແຜນການ​ທີ່​ຈະ​ລົບ
​ລ້າງ​ກົດ​ລະບຽບນີ້ ​ແຕ່​ຕ້ອງການ​ຄວາມ​ຄິດ​ເຫັນ​ຈາກປະຊາຊົນ​ກ່ອນ​ຈະ​ອອກ​ການ​
ຕັດສິນໃຈຂັ້ນສຸດ​ທ້າຍ.

​ໂຄງການ​ດັ່ງກ່າວ ​ຈະ​ອະນຸຍາດ​ໃຫ້​ຜູ້ທີ່ບໍ່​ແມ່ນ​ສັນຊາດ​ອາ​ເມຣິກາ ຢູ່​ໃນ​ປະ​ເທດໄດ້
ເພື່ອຂໍ​ຕໍ່​ວີ​ຊາ​ຄືນ​ໃໝ່​ອີກ 30 ​ເດືອນ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ເງິນ 250,000 ​ໂດ​ລາ ​ໃນ​ການ
​ລົງ​ທຶນທັງ​ໝົດ ຫລື​ຊະນະ 100,000 ​ໂດ​ລາ ຂອງ​ທຶນລັດຖະບານ ​ເພື່ອສະ​ໜັບສະ​ໜູນ​
ຂໍ້​ສະ​ເໜີ​ຂອງ​ເຂົາ​ເຈົ້າ.

ປະ​ທານ​ຂອງ​ສະມາຄົມ​ ການ​ສ່ຽງ​ໃນ​ການ​ລົງທຶນ​ທາງ​ທຸລະ​ກິດ​ແຫ່ງ​ຊາດ ທ່ານ Bobby Franklin ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ຕັດສິນ​ໃຈ​ຂອງ​ລັດຖະບານແມ່ນ​ເປັນ​ທີ່ “ຜິດ​
ຫວັງ​ທີ່​ສຸດ.”

ທ່ານ Franklin ກ່າວ​ວ່າ “​ໃນ​ຂະນະ​ທີ່ບັນດາປະ​ເທດຕ່າງໆ​ຢູ່​ທົ່ວ​ໂລກ ພາກັນ​ເຮັດ​ທຸກ​
ວິ​ທີ​ທີ່​ເຂົາ​ເຈົ້າສາ​ມາດ​ ​ເພື່ອ​ດຶງດູດ ​ແລະເກັບ​ຮັກສາ​ບັນ​ດາ​ສ່ວນ​ບຸກຄົນ​ທີ່​ມີ​ພອນ​ສະຫວັນ
ເຂົ້າ​ມາ​ປະ​ເທດ​ຂອງ​ເຂົາ​ເຈົ້າ ​ເພື່ອສ້າງສາ ​ແລະເຮັດ​ໃຫ້​ບໍລິ ສັດນະວັດຕະກຳ​ເຫຼົ່ານັ້ນ
ເຕີບ​ໂຕ. ລັດຖະບານ​ທ່ານທຣໍາກຳລັງ​ໃຫ້​ສັນຍານເຖິງ ຄວາມ​ຕັ້ງ​ໃຈ ​ທີ່ຈະ​ເຮັດໃນ​ທາງ
ກົງກັນຂ້າມ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ