ສະຫະລັດ ກຳລັງພິຈາລະນາ ມາດຕະການເພີ່ມເຕີມ ເພື່ອກົດດັນ ລັດຖະບານທະຫານ ມຽນມາ

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ກ່າວຄຳປາໄສຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ຈາກາຕ້າ, ປະເທດ ອິນໂດເນເຊຍ. 14 ທັນວາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນວັນພຸດມື້ນີ້ວ່າ ມັນມີຄວາມຈຳເປັນທີ່ຈະພິຈາລະນາການໃຊ້ມາດຕະການເພີ່ມເຕີມຕໍ່ ມຽນມາ ເຊິ່ງ 10 ເດືອນຫຼັງຈາກການກໍ່ລັດຖະປະຫານໂດຍທະຫານນັ້ນ “ວິກິດການແມ່ນມີແຕ່ສືບຕໍ່ຮ້າຍແຮງກວ່າເກົ່າ.”

ໃນການກ່າວຕໍ່ບັນດານັກຂ່າວຢູ່ຄຽງຂ້າງລັດຖະມົນຕີການຕ່າງປະເທດ ມາເລເຊຍ ທ່ານ ໄຊຟຸດດິນ ອັບດຸລລາ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງ ກົວລາ ລຳເປີ ນັ້ນ, ທ່ານ ບລິງເຄັນ ໄດ້ກ່າວວ່າການດຳເນີນການທີ່ມີເປົ້າໝາຍໂດຍປະເທດໃດນຶ່ງ ຫຼື ການປະຕິບັດການຮ່ວມກັນຈະ “ກົດດັນລະບອບການປົກຄອງດັ່ງກ່າວເພື່ອນຳເອົາປະເທດນັ້ນກັບເຂົ້າມາສູ່ເສັ້ນທາງປະຊາທິປະ ໄຕ.”

ທ່ານໄດ້ອ້າງເຖິງເປົ້າໝາຍທີ່ສະເພາະເຈາະຈົງຫຼາຍອັນ, ລວມທັງການສິ້ນສຸດຄວາມຮຸນແຮງ, ການປ່ອຍຕົວນັກໂທດ ແລະ ການເຂົ້າເຖິງສຳລັບບັນດາພະນັກງານມະນຸດສະທຳ.

ທ່ານ ບລິງເຄັນ ໄດ້ກ່າວໂດຍອ້າງເຖິງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ວ່າ, ອາຊຽນ ມີແຜນການທີ່ສອດຄ່ອງກັນ 5 ຈຸດ ທີ່ລັດຖະບານທະຫານໄດ້ເຫັນດີ ແລະ ລົງນາມ. ແຜນການນັ້ນຕ້ອງຖືກນຳມາປະຕິບັດ.”

ທ່ານ ໄຊຟຸດດິນ ໄດ້ກ່າວວ່າ ສະຖານະການໃນ ມຽນມາ ຈະເປັນພາກສ່ວນທີ່ສຳຄັນຂອງວາລະແຜນການ ເວລາທີ່ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ປະຊຸມກັນໃນເດືອນໜ້າ ແລະ ວ່າແຜນການທີ່ມີລາຍລະອຽດກວ່າເກົ່າສຳລັບແຜນງານນັ້ນແມ່ນມີຄວາມຈຳເປັນ.

ທ່ານໄດກ່າວວ່າ “ພວກເຮົາຄວນພິຈາລະນາສິ່ງທີ່ຈະເປັນບາດກ້າວຕໍ່ໄປທີ່ແທ້ຈິງ. ພວກເຮົາມີແຜນການທີ່ສອດຄ່ອງກັນ 5 ຈຸດ, ແຕ່ພວກເຮົາບໍ່ໄດ້ລະບຸຢ່າງແນ່ນອນວ່າ ເວລາໃດທີ່ສິ່ງໃດສິ່ງນຶ່ງຕ້ອງຖືກບັນລຸ ແລະ ດ້ວຍວິທີໃດ. ສະນັ້ນ, ການອະທິບາຍບາດກ້າວທີ່ແທ້ຈິງ ແລະ ຄວາມສຳເລັດທີ່ແທ້ຈິງເປັນວັນ ແລະ ຜົນທີ່ອອກມານັ້ນ, ຂ້າພະເຈົ້າເຊື່ອວ່າມັນຈະເປັນລະດັບທີ່ສຳຄັນທີ່ພວກເຮົາຈະພະຍາຍາມ ແລະ ບັນລຸໃນລະຫວ່າງການປະຊຸມຂອງພວກເຮົາ.”

ທ່ານ ໄຊຟຸດດິນ ໄດ້ສະແດງຄວາມຕ້ອງການທີ່ຈະດຳເນີນການ, ໂດຍກ່າວຢໍ້າເຖິງຜົນກະທົບທີ່ກະຈາຍໄປສູ່ບັນດາປະເທດທີ່ຢູ່ໃກ້ຄຽງຂອງ ມຽນມາ ເຊັ່ນອົບພະຍົບຊາວ ໂຣຮິງຢາ ຈຳນວນຫຼາຍທີ່ຖືກຮັບເອົາໂດຍ ບັງກລາແດັສ ແລະ ມາເລເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ