ເຮືອບິນລົບ B-1 ຂອງສະຫະລັດທີ່ບັນຈຸຫົວລະເບີດ ໄດ້ບິນໄປຍັງເກົາຫຼີໃຕ້ ຈາກ
Guam ເພື່ອເປັນການສະແດງເຖິງແສນຍານຸພາບຂອງຕົນ ໃນຂະນະທີ່ມີການພົບປະກັນທາງການທູດໃນພາກພື້ນດິນ ເພື່ອປະສານງານແຜນຍຸດທະສາດ ເພື່ອຕອບໂຕ້ຕໍ່ການທົດລອງນິວເຄລຍ ຂອງເກົາຫຼີເໜືອ ທີ່ທົດລອງນິວເຄລຍເປັນເທື່ອທີ 5 ໃນວັນສຸກຜ່ານມານີ້.
ເຮືອບິນບັນຈຸຫົວລະເບີດໄລຍະໄກ ໄດ້ບິນລະດັບຕ່ຳ ເທິງສະໜາມບິນກອງທັບອາກາດ Osan ເກົາຫຼີໃຕ້ ຊຶ່ງຕັ້ງຢູ່ປະມານ 77 ກິໂລແມັດ ຈາກເຂດປອດທະຫານ ທີ່ມີຊາຍແດນຕິດກັບເກົາຫຼີເໜືອ.
ເຮືອບິນລົບ B-1 ຂອງສະຫະລັດທີ່ບັນຈຸຫົວລະເບີດ (ກາງ) ທີ່ຂະໜາບກັບເຮືອບິນລົບຂອງສະຫະລັດ ບິນລະດັບຕ່ຳ ເທິງສະໜາມບິນກອງທັບອາກາດ Osan ເກົາຫຼີໃຕ້, 13 ກັນຍາ, 2016.
ການອອກປະຕິບັດງານຂອງເຮືອບິນລົບ B-1 ໄດ້ມີໝາຍກຳໜົດທີ່ຈະໄປຮອດໃນວັນຈັນວານນີ້ ແລະວ່າ ໄດ້ຊັກຊ້າໄປຍ້ອນສະພາວະອາກາດບໍ່ໂປ່ງໃສ ໃນເກາະ Guam.
ເບິ່ງຄືວ່າ ປະຕິກິລິຍາການຕອບໂຕ້ໄລຍະຍາວຂອງສະຫະລັດ ແລະກຸ່ມພາຄີ ຕໍ່ການທົດລອງນິວເຄລຍ ຄັ້ງທີ 5 ຂອງເກົາຫຼີເໜືອ ໃນວັນສຸກຜ່ານມານີ້ ຈະແນໃສ່ໃນທາງເສດຖະກິດ.
ໃນກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງໂຊລ໌ ຕາງໜ້າພິເສດໃຫ້ສະຫະລັດ ໃນນະໂຍບາຍຂອງເກົາຫຼີເໜືອ ທ່ານ Sung Kim ແລະທູດພິເສດຈາກເກົາຫຼີໃຕ້ ເພື່ອສັນຕິພາບແລະຄວາມປອດໄພໃນແຫຼມເກົາຫຼີ ທ່ານ Kim Hong –kyun ໄດ້ກ່າວເນັ້ນວ່າປະເທດ ຂອງພວກເຂົາເຈົ້າ ທີ່ໄດ້ປະສານງານຮ່ວມ ເພື່ອລົງໂທດດ້ານເສດຖະກິດໃຫ້ແກ່ລັດຖະບານທ່ານ Kim Jong Un ໃຫ້ໜັກຂຶ້ນຕຶ່ມ.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຂຶ້ນກ່າວຄຳປາໄສ ໃນກອງປະຊຸມຄັ້ງທີ 9 ຂອງທ່ານ Kim Il Sung ຂອງຜູ້ນຳຊາວໝຸ່ມ ສັງຄົມນິຍົມ (KCNA) ໃນພຽງຢາງ, 29 ສິງຫາ, 2016.
“ເກົາຫຼີໃຕ້ ແລະສະຫະລັດ ໄດ້ຕັດສິນ ທີ່ຈະລົງໂທດຢ່ວແຂງຂັນ ແລະກົດດັນໃຫ້ມີການເອົາມາດຕະການລະດັບຮ້າຍແຮງສຸດ ແລະເຄັ່ງຄັດຕໍ່ກາດຕະການ ຕ້ານຕໍ່ ເກົາຫຼີເໜືອ. ຊຶ່ງຮວມທັງ ການເອົາມາຕະການຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ການລົງໂທດຢ່າງເປັນເອກກະລາດ ແລະກົດດັນໃນລະດັບສາກົນ,” ຊຶ່ງທູດພິເສດຂອງເກົາຫຼີໃຕ້ ທ່ານ Kim Hong –kyun ໄດ້ກ່າວໄວ້.
ເກົາຫຼີເໜືອ ມີປະຕິກິລິຍາຢ່າງໂກດແຄ້ນຕໍ່ການລົງໂທດຂອງອົງການສະຫະປະຊາຊາດ ໃນເດືອນມີນາຜ່ານມາ ຂອງການທົດລອງນິວເຄລຍ ຄັ້ງທີ 4. ໃນຮອບ 6 ເດືອນທີ່ຜ່ານມາ ພຽງຢາງ ໄດ້ເພີ້ມທະວີຄວາມພະຍາຍາໃນການພັດທະນາ ອາວຸດ ທີ່ໄດ້ທົດລອງລູກສອນ ໄຟ 20 ຄັ້ງ ແລະໃນສັບປະດາແລ້ວນີ້ ໄດ້ທົດລອງລະເບີດນິວເຄລຍ ອັນທີ 2 ໃນຮອບນຶ່ງປີ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ