ທູດພິເສດ ສຫລ ກ່າວວ່າ ເກົາຫຼີເໜືອ ຄວນເອົາມຽນມາ ເປັນຕົວຢ່າງ

ທ່ານ Robert King ທູດພິເສດຂອງ ສະຫະລັດ ອາເມຣິກາ ຮັບຜິດຊອບກ່ຽວກັບ ດ້ານສິດທິມະນຸດຂອງ ເກົາຫລີເໜືອ ກ່າວວ່າ ເກົາຫລີເໜືອ ຄວນເອົາແບບຢ່າງຂອງ ມຽນມາ.

ທູດ​ພິ​ເສດ​ຂອງ​ສະຫະລັດ ຮັບຜິດຊອບ​ກ່ຽວ​ກັບດ້ານ​ສິດທິ​ມະນຸດຂອງເກົາຫລີ​ເໜືອ
ກ່າວ​ວ່າ ​ເກົາຫລີ​ເໜືອຄວນ​ເອົາແບບຢ່າງ​ຂອງມຽນມາ ​ໃນ​ການປະຕິ​ຮູບ​ການ​ເມືອງ
​ແລະ​ເສດຖະກິດເພື່ອ​ພາ​ໃຫ້​ມີ​ການສະໜອງ​ຕອບ​ທີ່​ດີ​ຈາກນາໆ​ຊາດ.

ທ່ານ Robert King ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່ກຸງ​ໂຕ​ກຽວ​ໃນ​ວັນ​ສຸກວານ​ນີ້​ວ່າ
​ເກົາ​ຫລີ​ເໜືອຄວນ​ມຸ້ງ​ໜ້າ​ໄປໃນ "ທິດທາງ​ທີ່​ດີ” ​ທີ່ຈະ​ອະ​ນຸຍາດ​ໃຫ້ຄະນະ ກວດກາ​
ຂອງນາໆ​ຊາດ​ເຂົ້າ​ໄປ​ໃນ​ປະ​ເທດເພື່ອ​ຕິດຕາມເບິ່ງ​ໂຄງການ​ນີວ​ເຄລຍ ຂອງຕົນ ​ເຖິງ​
ປານ​ນັ້ນກໍ​ຕາມ ທ່ານເວົ້າວ່າ​ ການ​ເຄື່ອນ​ໄຫວ​ດັ່ງກ່າວນີ້ອາດ​ຈະ ​ບໍ່​ເປັນ​ຜົນໃຫ້​
ສະຫະລັດ​ເລີ້ມ​ໃຫ້ການ​ຊ່ວຍ​ເຫຼືອທາງ​ດ້ານ​ອາຫານ​ຄືນ​ໃໝ່​ແກ່​ພຽງ ຢາງ​ໃນ​ທັນທີ.

ທ່ານ​ກ່າວ​ອີກ​ວ່າ ການຜ່ອນຜັນ​ໃນ​ການ​ຈຳກັດ​ຮັດ​ແຄບ​ຂອງ​ມຽນມາ ​ແກ່​ປະຊາຊົນ​
ຂອງ​ຕົນ ​ແມ່ນ “​ເປັນ​ຕົວຢ່າງ​ອັນດີ​ເລີດ” ຂອງ​ການ​ປ່ຽນ​ແປງ​ທີ່ສະຫະລັດ ຢາກ​ເຫັນ
​ເກີດ​ຂຶ້ນ​ຢູ່​ໃນ​ເກົາຫຼີ​ເໜືອ. ທ່ານ​ໃຫ້​ຂໍ້​ສັງ​ເກດວ່າ ການ​ປ່ຽນແປງຂອງ ມຽນມາ ​ໄດ້​
ເປັນຜົນພາ​ໃຫ້​ມີ​ການ​ຍົກ​ເລິກການລົງ​ໂທດ​ແກ່​ປະ​ເທດດັ່ງກ່າວ ​ທີ່​ບັນດາສະມາຊິກ
ພັກ​ການ​ເມືອງ​ຝ່າ​ຍຄ້ານ ຫາ​ກໍໄດ້​ຮັບ​ອະນຸຍາດໃຫ້ເຂົ້າ​ໄປນັ່ງຢູ່​ໃນ​ສະພາ.

ທ່ານ King ກ່າວ​ວ່າ ທ່ານ​ຄາດ​ວ່າ ການ​ປ່ຽນແປງ​ຄື​ກັນ​ນີ້ຢູ່​ໃນເກົາຫລີ​ເໜື​ອ ຈະ​ພາ​
ໃຫ້​ມີ​ການ​ຕອບ​ຮັບ​ທີ່​ຄ້າຍຄື​ກັນ. ທ່ານ​ກ່າວ​ວ່າ ການ​ຊ່ວຍ​ເຫລືອ​ດ້ານອາຫານ​ຈະ​ບໍ່​ມີ
​ຂຶ້ນໃນ​ທັນ​ທີ ​ແຕ່​ອາດຈະ​ໄດ້​ຮັບ​ການພິຈາລະນາ​ໃນ​ຂັ້ນຕໍ່​ໄປ.

ທ່າ​ນກ່າວ​ວ່າ ສະຫະລັດບໍ່​ສາມາດ​ທີ່​ຈະ​ສົ່ງ​ອາຫານ​ໄປໃຫ້​ເກົາຫລີ​ເໜືອ​ໄດ້ ​ຖ້າປາດ
ສະຈາກ​ການໄດ້​ຮັບ​ອະນຸຍາດ​ໃຫ້​ຕິດຕາມເບິ່ງ​ວ່າ ອາຫານທີ່​ສົ່ງ​ໄປ​ນັ້ນໄດ້ຕົກໄປ​ເຖິງ
ມືປະຊາຊົນ​ຜູ້​ທີ່​ມີ​ຄວາມ​ຕ້ອງການຫລາຍ​ທີ່​ສຸດ.

ສະຫະລັດ​ໄດ້​ຖອນ​ການສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລື​ອໃຫ້ແກ່ເກົາຫລີ​ເໜືອ ຫລັງ​ຈາກ
ພຽງ​ຢາງ ​ໄດ້ພະຍາຍາມ ແຕ່​ບໍ່​ເປັນ​ຜົນ​ສໍາ​ເລັດ​ ​ໃນ​ການ​ສົ່ງ​ຈະ​ຫຼວດເມື່ອ​ເດືອນ​ເມສາ
ຜ່ານ​ມາ. ​ໃນ​ຂະນະ​ທີ່ພຽງ​ຢາງກ່າວ​ວ່າ ​ຕົນ​ພະຍາຍາມຈະ​ສົ່ງ​ດາວ​ທຽມຂື້ນ​ສູ່​ວົງ​ໂຄ
ຈອນເທົ່ານັ້ນ ບັນດາ​ປະ​ເທດ​ຕາ​ເວັນ​ຕົກເຊື່ອ​ກັນວ່າ ມັນເປັນ​ການ​ປິດ​ບັງ ​ໃນ​ການທົດ
​ລອງ​ຈະ​ຫລວດ​.

ຜ່ານ​ມາ ມຽນມາ ​ແລະ​ເກົາຫລີ​ເໜືອ ​ໄດ້​ເປັນ​ພັນທະ​ມິດ​ທີ່ໃກ້​ຊິດກັນ.