ສະຫະລັດ ດີໃຈ ທີ່ເຫັນຈີນ ແລະຟິລິບປີນ ເຈລະຈາກັນ ກ່ຽວກັບ ທະເລຈີນໃຕ້

ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte, ຂວາ, ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ປະຈຳຟິລິບປີນ ທ່ານ Philip S. Goldberg, ຊ້າຍ, ໃນຄະນະທີ່ ລັດຖະມົນຕີ ຕ່າງປະເທດສະຫະລັດ ທ່ານ John Kerry ຢືນຢູ່ກາງ.

ສະຫະລັດ​ກ່າວ​ວ່າ ຕົນ​ໄດ້​ຮັບ​ກຳລັງ​ໃຈ​ ​ທີ່​ຈີນ​ແລະ​ຟີ​ລິບ​ປີນ ມີ​ຄວາມ​ເຕັມ​ໃຈ​ທີ່ ຈະ​ທຳ​ການ​ເຈລະຈາ​ໂອ້​ລົມ​ກັນ​ໂດຍ​ກົງ​ ກ່ຽວ​ກັບ​ເລື້ອງທະ​ເລ​ຈີນ​ໃຕ້ ຫລັງ​ຈາກ​ ​ສານ​ໄກ່​ເກ່ຍ ສະຫະ​ປະຊາ​ຊາດ ​ໄດ້​ຕັດສິນ​ບໍ່​ເຫັນ​ພ້ອມ​ ກັບ​ການ​ອ້າງ​ກຳມະສິດ​ສ່ວນ​ໃຫຍ່ຂອງ​ປັກ​ກິ່ງ​ ​ໃນຕົ້ນ​ເດືອນ​ນີ້.

ຢູ່​ໃນ​ນະຄອນຫລວງ​ມະນີ​ລາ ໃນ​ວັນ​ພຸດ​ມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດສະຫລັດ ທ່ານ John Kerry ກຳລັງ​ພົບ​ປະ​ກັບບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຟິບິ​ບປີນ ຮວມ​ທັງ​ປະທານາທິບໍດີ​ຄົນ​ໃໝ່ ທ່ານ Rodrigo Duterte. ການ​ພົບ​ປະ​ດັ່ງກ່າວຍັງ​ເປັນ​ການ​ພົບ​ປະ​ເທື່ອ​ທຳ​ອິດ ລະຫວ່າງ​ຜູ້ນຳ​ທັງ​ສອງຫລັງ​ຈາກການ​ຕັດສິນ​ຂອງ ສານທີ່ນະຄອນ​ Hague ທີ່​ຈີນ​ບໍ່​ເຫັນ​ພ້ອມ​ນຳ​ນັ້ນ.

ຢູ່ໃນ​ກອງ​ປະຊຸມຖະ​ແຫຼງ​ຂ່າວ​ຮ່ວມ​ກັນ​ ກັບ​ລັດຖະມົນຕີ​ຕ່າງປະ​ເທດຟິລິບ​ປີນ ທ່ານ Perfecto Yasay ນັ້ນ ທ່ານ Kerry ກ່າວ​ວ່າ ສະຫະລັດຂໍ​ຊຸກຍູ້​ໃຫ້​ທຸກ​ພັກ​ຝ່າຍ ຮວມທັງ​ຈີນ ​ແລະ​ຟິລິບ​ປີນ “​ເຈລະຈາ​ກັນ ​ເຮັດ​ວຽກຜ່ານຊ່ອງ​ທາງ​ການ​ທູດ ຜ່ານ​ການ​ຫາລືສອງ​ຝ່າຍ ການ​ຫາລືຫລາຍ​ຝ່າຍແລະ​ເອົາ​ມາດ​ຕະການ ​ສ້າງ​ຄວ​າມໄວ້ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ.”

ນັກ​ການ​ທູດ​ສູງ​ສຸດ​ສະຫະລັດ ກ່າວ​ວ່າ ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມເຕັມ​ໃຈ ​ແລະພ້​ອມ​ແລ້ວທີ່​ຈະ​ທຳ​ການ​ເຈລະ​ຈາ​ສອງ​ຝ່າຍ​ກັບ​ຟິລິບ​ປີນ​ໃນ​ວັນ​ອັງຄານ ວານ​ນີ້ ນຶ່ງ​ມື້​ຫຼັງ​ຈາກ​ທ່ານ Kerry ​ໄດ້​ພົບ​ປະ​ກັບ​ລັດຖະມມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Wang Yi.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຖະແຫລງຕໍ່ ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi ແລະຄະນະຜູ້ຕິດຕາມ.

ໃນ​ຂະນະ​ທີ່ມີ​ການ​ເບິ່ງ​ກັນ​ໂດຍ​ຜູ້​ຄົນ​ຈຳນວນ​ນຶ່ງ​ວ່າ ​ເປັນການ​ປັບ​ປ່ຽນ​ທ່າ​ທີຂອງ​ສະຫະ ລັດ ​ແຕ່​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄົນ​ນຶ່ງ ​ຂອງກະຊວງຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ວໍ​ຊິງ​ຕັນ ບໍ່​ເຄີ​ຍຄັດ​ຄ້ານການເຈລະຈາ​ໂດຍ​ກົງ​ລະຫວ່າງ​ຈີນ ​ແລະ​ມະນີ​ລາ ​ແລະ​ການເຈລະຈາ ສອງ​ຝ່າຍ ​ແມ່ນ​ເປັນ​ທາງ​ເລືອກ​ຢູ່​ຕະຫລອດ​ມາ.

​ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ ​ໄດ້​ກ່າວ​ຢ້ຳ​ໃນ​ອັນ​ທີ່​ສະຫະລັດຄັດຄ້າ​ນນັ້ນກໍ​ຄື​ການ​ເຈລະ​ ຈາ​ໂດຍ​ກົງ ​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ອ້າງກຳມະສິດ ​ເປັນ​ເງື່ອນ​ໄຂ​ລ່ວງ​ໜ້າ.

ຈີນ​ໄດ້​ກ່າວ​ມາ​ເປັນ​ເວລາດົນ​ນານ​ແລ້ວ​ວ່າ ຕົນ​ຈະແກ້​ໄຂ​ບັນຫາ​ຂັດແຍ້​ງ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ​ໃນທະ​ເລ​ຈີນໃຕ້ ​ໂດຍຜ່ານ​ການ​ເຈລະຈາສອງ​ຝ່າຍ ​ແລະປະຕິ​ເສດ​ຕໍ່​ການ​ຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ຫລາຍ​ຝ່າຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Kerry Philippines