ສະຖານທູດ ສຫລ ປະຈຳ ນະຄອນວຽງຈັນ ຈັດກອງປະຊຸມ ດ້ານດິຈິໂຕລ ຄັ້ງທຳອິດ

ທ່ານ ແກ້ວ​ນະຄອນ ໄຊ​ສຸ​ລຽນ, ຫົ​ວ​ໜ້າ​ກົມ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ໂຕລ ຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຈີ ລາຍ​ງານ​ກ່ຽວກັ​ບ ສ​ະ​ພ​າບເຕັກ​ໂນ​ໂລ​ຈີ ​ດີ​ຈິ​ໂຕລ ຢູ່ສ​ປ​ປ ລາວ ໃນລະ ຫວ່າງກອງປະຊຸມ Lao Digital Form ທີ່ຈັດຂຶ້ນ ໃນວັນທີ 26 ມັງກອນ 2018 ໃນນະຄອນວຽງຈັນ.

ທ່ານ ນາງ ຣີ​ນາ ບິ​ດ​ເຕີ, ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ​ປະ​ຈຳ ສ​ປ​ປ ລາວ ໄດ້​ກ່າວ
ເປີ​ດ​ ກອງປະຊຸມ Lao Digital Forum ​ຄັ້ງ​ທໍ​າ​ອິດ ທີ່ຈັດ​ຂຶ້ນ​ ໃນ​ວັນ​ສຸກ ທີ 26 ມັງ​ກອນ
ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ. ​ກອງປະຊຸມ ດັ່ງ​ກ່າວ​ ແມ່ນ​ສຸມ​ໃສ່ເສດ​ຖະ​ກິດດ້ານ
​ດິ​ຈິໂຕລ ​ລະ​ດັບ​ສາ​ກົນ ແລະ ຜົນ​ປະ​ໂຫຍດ​ຕ່າງ​ໆ ທີ່​ມີ​ຕໍ່​ ​ວິ​ສາຫະ​ກິດ​ ຈຸ​ລ​ະ​ພາກ ແລະ
ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກ​າງ ຢູ່ ສ​ປ​ປ ລາວ ລ​ວມ​ທັງ​ສະ​ພາບ​ແວດ
​ລ້ອ​ມ ໃນ​ດ້ານ​ນະ​ໂຍ​ບາຍທີ່​ຈຳ​ເປັນ ​ເພື່ອຈະໄດ້ຮັບຜົນ​ປະ​ໂຫຍດ​ ຈາກເສດ​ຖະ​ກິດ
ດ້ານ​ດິ​ຈິໂຕລ ນີ້.

ພາບຖ່າຍລວມ ກັບເອກອັກຄະລັດຖະທູດ ສະຫະລັດ ປະຈຳ ນະຄອນວຽງຈັນ ທ່ານນາງ ຣີນາ ບິດເຕີ (ແຖວສອງ ຄົນທີຫົກ ຈາກຂວາ) ພ້ອມດ້ວຍບັນດາພະນັກງານສະຖານທູດ ແລະ ເຈົ້າໜ້າທີ່ ສະຖານທູດທັງຫຼາຍ.

ບັນ​ດາ​ຜູ້ປະກອບການໄວ​ໜຸ່ມ ແລະ ບັນ​ດາ​ອະດີດນັກສຶກສາ ຈາກ ສະ​ຖານ​ທູ​ດ
ອ​າ​ເມ​ລິກ​າ ໂດຍຮ່ວມ​ມື​ກັບ​ ສະ​ມາ​ຄົ​ມເຕັກ​ໂນ​ໂລ​ຈີການ​ສື່ສານ ​ແລະ ຂໍ້​ມູນ​ຂ່າວສານ
ສະ​ພ​າ​ກາ​ນ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່​ງ​ຊາດ​ລາວ (LNCCI) ​ກະ​ຊວງ​ວິ​ທະ​ຍາ​ສາດ
ແລະ ເຕັກ​ໂນ​ໂລ​ຈີ​ (MOST) ແລະ ກະ​ຊວງ​ໄປ​ສະ​ນີ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ
(MOPT) ໄດ້ຈັດກອງປະຊຸມ ໃນ​ຄັ້ງ​ນີ້ຂຶ້ນ. ອົງການພັດທະນາສາກົນແຫ່ງ ສະຫະລັດ
ອາເມລິກາ (USAID) ໄດ້​ສະ​ໜັ​ບ​ສະ​ໜູນງານ​ສະ​ແດງຄັ້ງ​ນີ້ ໂດຍຜ່ານໂຄງການ ລາວ-
ອາເມລິກາ ເພື່ອຊ່ວຍເຫຼືອດ້ານການເຊື່ອມໂຍງເຂົ້າອາຊຽນ ແລະ ສາກົນ (LUNA)
ບັນ​ດາ​ບໍ​ລິ​ສັດ​ຂອງອາ​ເມ​ລິ​ກາ ເຊັ່ນ: Microsoft, Visa, ແລະ Facebook ​ແມ່ນ​ໜຶ່ງ
​ໃນ​ຈຳ​ນວນ​ຜູ້​ສະ​ໜັບ​ສະ​ໜູນ​ ກອງປະຊຸມ ໃນຄັ້ງນີ້.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ນະຄອນວຽງຈັນ ທ່ານນາງ ຣີນາ ບິດເຕີ ພະນົມມືທັກທາຍ ບັນດາແຂກຜູ້ມີກຽດ ໃນກອງປະຊຸມ Lao Digital Forum ທີ່ຈັດຂຶ້ນ ໃນວັນທີ 26 ມັງກອນ 2018 ທີ່ນະຄອນວຽງຈັນ.

ທ່ານ ທູດ ຣີ​ນາ ກ່າວ​ວ່າ: “​ຂ້າ​ພະ​ເຈົ້າ​ຄ​າດ​ຫວັງວ່າ​ໃນ​ອາ​ນາ​ຄົ​ດ​ຂ້​າ​ພະ​ເຈົ້​າ​ຈະ​ສາ​ມາດ
​ຈັບ​ໂທ​ລະ​ສັບ​ສະ​ມາດ​ໂຟ​ນ ​ຂຶ້ນ​ມາ ແລ້ວ​ສັ່ງຊື້​ກາ​ເຟ​ຈາກ ພູ​ພ​ຽງ​ບໍ​ລະ​ເວນ, ຜ້າ​ໄໝ​
ຈາກ​ແຂ​ວງ​ຫົວ​ພັນ ແລະ ເຂົ້າ​ໜ​ຽວ​ຈ​າກ​ແຂວງຊຽງ​ຂວ​າງ ໂດ​ຍ​ຈ່າຍ​ຜ່ານ​ລະ​ບົບ​
ອອນ​ລາຍ ແລ​ະ ເຄື່​ອງຂົນ​ສົ່ງມາຮອດ​ເຮື​ອນ​ ຢູ່ນະ​ຄອນ​ຫຼວງວ​ຽງ​ຈັນ. ນັ້ນ​ແມ່ນ​
ພະ​ລັງ​ຂອງເສດ​ຖະ​ກິດ​ດິ​ຈິຕໍ​ ແລະ ວິ​ໄສ​ທັດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ອາ​ນາ​ຄົດ​ດັ່ງ​ກ່າວ
​ແມ່ນ​ບໍ່​ຢູ່​ໄກ ​ເກີນ​ເອື້​ອ​ມ.”

ທ່ານ ແກ້ວ​ນາະຄອນ ໄຊ​ສຸ​ລຽນ, ຫົ​ວ​ໜ້າ​ກົມ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ໂຕລ ຈາກ ກະຊວງ
ວິທະຍາສາດ ແລະ ເຕັກໂນໂລຈີ ລາຍ​ງານ​ກ່ຽວກັ​ບສ​ະ​ພ​າບເຕັກ​ໂນ​ໂລ​ຈີ ດີ​ຈິ​ຕໍ ຢູ່
ສ​ປ​ປ ລາວ ໃນ​ປັດ​ຈຸ​ບັນ ແລະ ທ່ານ ພູ​ໂຂງ ຈິດຮູບ​ໂລກ, ຫົວ​ໜ້າ​ກົມ​ແຜນ​ການ ແລະ
ການ​ຮ່ວ​ມ​ມື, ນໍ​າ​ສະ​ເໜີ​ກ່ຽວ​ກັບ​ນະ​ໂຍ​ບາຍ ແລະ ລະບຽບ​ການ​ຕ່າງໆ​ ກ່ຽວ​ກັບ​ການ
​ນຳ​ໃຊ້ ແລະ ສົ່ງ​ເສີມ ເຕັກ​ໂນ​ໂລ​ຈີ ການ​ສື່ສານ ​ແລະ ຂໍ້​ມູນ​ຂ່າວສານ (ICT) ຢູ່ ສ​ປ​ປ
ລາວ ແລະ ​ທ່ານ Huy Nguyen Tuong, ຜູ້​ນຳ​ພາ​ກ​ພື້ນຮັບ​ຜິດ​ຊອບການ​ຂະ​ຫ​ຍາຍ
​ການ​ຮ່ວ​ມ​ມື ຂອງ Facebook ນຳ​ສະ​ເໜີ ໂຄງ​ກາ​ນ​ລິ​ເລີ່ມ​ຂອງ Facebook ຫົວ​ຂໍ້
“Free Basics in Laos” ເຊິ່ງ​ແມ່ນ​ໂຄງ​ການ​ທີ່​ສະ​ເໜີ ກາ​ນ​ເຂົ້າ​ເຖິງກ​ານ​ບໍ​ລິ​ກາ​ນ
​ອິນ​ເຕີ​ເນັດ ແລະ Facebook ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ ຢູ່ ສ​ປ​ປ ລາວ.

ອ​າ​ຊຽນ ແມ່ນ​ພາ​ກ​ພື້ນ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸ​ດ​ໃນ​ໂລກ ດ້ານ​ການ​ນຳ​ໃຊ້​ອິ​ນ​ເຕີ​ເນັດ, ໂດຍ
​ຫຼັກໆ​ແມ່ນ​ເນື່ອງ​ຈາກ​ການ​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື ​ທີ່​ເພີ່ມ​ຂຶ້ນ. ​ໃນ​ໄລ​ຍະ​ລະ​ຫວ່າງ 2006
ເຖິງ 2015, ຈຳ​ນວນ​ຜູ້​ໃຊ້ໂທ​ລະ​ສັບ​ມື​ຖື ໃນ​ອາ​ຊ​ຽນ ເພີ່ມ​ຂຶ້ນ​ຈາກ 198 ​ລ້ານ​ຄົ​ນ ເປັນ
784 ລ້ານ​ຄົນ. ​ກ​າ​ນ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຊຽນ ແລະ ປະ​ຊາ​ກອນ​ໄວ​ໜຸ່ມ
​ທີ່​ມີ​ຈຳ​ນ​ວນ​ຫຼາຍ ໝາຍ​ຄວາມ​ວ່າ ພາ​ກ​ພື້ນ​ນີ້ ຢູ່​ໃນ​ຕຳ​ແໜ່ງ​ທີ່​ດີ ທີ່​ຈະ​ໄດ້​ຮັບ​ຜົນ​ປະ​
ໂຫຍດ​ຈາ​ກເສດ​ຖະດ້ານ​ກິດ​ດິ​ຈິໂຕ​ລ.