ສະຖານທູດ ສຫລ ປະຈຳ ສປປ ລາວ ຈັດພິທີ ສະເຫຼີມສະຫຼອງ ວັນປະກາດ ເອກກະລາດ ຄົບຮອບ 242 ປີ

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ (ກາງ) ພ້ອມດ້ວຍ ເຈົ້າໜ້າ ທີ່ ຂັ້ນສູງຂອງລັດຖະບານ ສປປ ລາວ ຮ່ວມຕັດເຄກ ເນື່ອງໃນ ໂອກາດ ວັນປະກາດເອກກະລາດ ຂອງສະຫະລັດ ອາເມຣິກາ ຄົບຮອບ 242 ປີ.

ອີງຕາມການຖະແຫລງຂ່າວ ຈາກສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ
ໃນວັນທີ 3 ກໍລະກົດ 2018 ວານນີ້ແມ່ນວ່າ ສະຖານທູດສະຫະລັດ ໄດ້ຈັດງານສະເຫຼີມ
ສະຫຼອງ ວັນປະກາດເອກະລາດ ຄົບຮອບ 242 ປີ ຂຶ້ນ ຢູ່ ໂຮງແຮມແຫ່ງນຶ່ງ ໃນນະຄອນ
ຫຼວງວຽງຈັນ ໂດຍມີແຂກທີ່ໄດ້ຖືກເຊື້ອເຊີນ ເຂົ້າຮ່ວມຫຼາຍກວ່າ 600 ທ່ານ.

ບັນດາແຂກຜູ້ມີກຽດເຂົ້າຮ່ວມ ໃນງານດັ່ງກ່າວ ມີທັງ ທ່ານນາງ ແສງເດືອນ
ຫລ້າຈັນທະບູນ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂພໄຊ
ໄຂຄຳພິທູນ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ເຊິ່ງຕາງຫນ້າໃຫ້ ລັດຖະບານ
ສປປ ລາວ ພ້ອມດ້ວຍ ເຈົ້າຫນ້າທີ່ອາວຸໂສ ຈາກລັດຖະບານ ສປປ ລາວ ຈຳນວນນຶ່ງ,
ບັນດາເອກອັກຄະລັດຖະທູດ ທູຕານຸທູດ ແລະ ບັນດາປະຊາຄົມນັກທຸລະກິດ ນຳດ້ວຍ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ
ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງບັນດາຄະນະເຈົ້າຫນ້າທີ່ຂັ້ນສູງ ຈາກສະຫະລັດ
ອາເມຣິກາ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເມື່ອປີກາຍນີ້ ເຊິ່ງລວມທັງ ລັດຖະ
ມົນຕີ ກະຊວງການຄ້າ ແລະ ສາມຄະນະຜູ້ແທນຂັ້ນສູງ ຈາກລັດຖະສະພາ ສະຫະລັດ.
ທ່ານນາງ ບິດເຕີ ຍັງໄດ້ເນັ້ນໜັກ ເຖິງ ຄວາມພະຍາຍາມຂອງລັດຖະບານສະຫະລັດ
ໃນການຊ່ວຍເຫຼືອ ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດທີ່ບໍ່ທັນແຕກ ຫຼື UXO ຕໍ່ການ
ພັດທະນາ ໃນ ສປປ ລາວ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ກ່າວຖະແຫລງ ຕໍ່ບັນດາແຂກຜູ້ມີກຽດຫຼາຍກວ່າ 600 ທ່ານ ທີ່ມາຮ່ວມໃນງານລ້ຽງ ສະເຫຼີມສະຫຼອງ ວັນປະກາດເອກກະລາດ ຂອງສະຫະລັດ ອາເມຣິກາ ຄົບຮອບ 242 ປີ ຢູ່ທີ່ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 4 ກໍລະກົດ 2018.

ໃນລະຫວ່າງ ການກ່າວຖະແຫລງ ຂອງເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ໄດ້
ເວົ້າວ່າ “ການເຮັດວຽກຮ່ວມກັນ ກັບ ລັດຖະບານ ສປປ ລາວ ນັ້ນ ພວກເຮົາມີຄວາມຸ້ງ
ໝັ້ນ ເພື່ອເກັບກູ້ລະເບີດບໍ່ທັນແຕກ ເຊິ່ງເປັນອຸປະສັກຕໍ່ການພັດທະນາປະເທດຊາດ
ໃຫ້ໝົດໄປ ພາຍໃນປີ 2030.”

ເອກອັກຄະລັດຖະທູດ ບິດເຕີ ຍັງໄດ້ເນັ້ນໃຫ້ເຫັນ ເຖິງຄວາມໝາຍໝັ້ນ ຂອງສະຫະລັດ
ອາເມຣິກາ ໃນການຮ່ວມມືແບບກວມລວມ ກັບຄູ່ຮ່ວມງານ ທີ່ນັບມື້ນັບມີຄວາມເຂັ້ມແຂງ
ແລະ ເຕີບໃຫຍ່ຂະຫຍາຍໂຕ ໃນອະນາຄົດ.

ເອກອັກຄະລັດຖະທູດ ບິດເຕີ ຍັງໄດ້ກ່າວຕື່ມອີກວ່າ “ພວກເຮົາຮູ້ສຶກພາກພູມໃຈຫຼາຍ
ທີ່ສຸດ ທີ່ມີລັດຖະບານ ສປປ ລາວ ເປັນຄູ່ຮ່ວມງານ ແລະ ການສະໜັບສະໜູນຈາກ
ປະຊາຊົນ ອາເມຣິກາ ແລະ ປະຊາຊົນ ລາວ ໃນການເສີມຂະຫຍາຍເປົ້າໝາຍອັນ
ດຽວກັນ ເພື່ອຊ່ວຍໃຫ້ ສປປ ລາວ ໄດ້ພັດທະນາ ໃຫ້ເປັນປະເທດທີ່ມີຄວາມຈະເລີນ
ຮຸ່ງເຮືອງ ທີ່ເປັນພາກສ່ວນສຳຄັນ ແລະເຂັ້ມແຂງ ຂອງ ອາຊຽນ ທີ່ເປັນສູນກາງ ຂອງ
ເສລີພາບ ແລະເປີດກວ້າງ ຢູ່ໃນພາກພື້ນ ອິນໂດ - ປາຊີຟິກ ຢ່າງໜັກແໜ້ນ.”

ການສະເຫຼີມສະຫຼອງວັນຊາດ ແມ່ນເພື່ອລະລຶກເຖິງ ການປະກາດ ເອກກະລາດ ຢ່າງ
ເປັນທາງການ ຂອງສະຫະລັດ ອາເມຣິກາ ໃນວັນທີ 4 ກໍລະກົດ ປີ 1776 ແລະ ເປັນ
ນິມິດໝາຍ ຂອງການສ້າງຕັ້ງປະເທດ. ປະຊາຊົນຊາວອາເມຣິກາ ຕາມປົກກະຕິ ແລ້ວ
ຈະສະເຫຼີມສະຫຼອງ ວັນພັກແຫ່ງຊາດ ທີ່ເປັນປະຫວັດສາດ ນີ້ ແລະ ເສລີພາບທີ່ໄດ້
ຈາລຶກໄວ້ ໃນເອກກະສານ ປະກາດເອກກະລາດ ນີ້ ດ້ວຍການຈູດບັ້ງໄຟດອກ ສູ່ທ້ອງຟ້າ ຢ່າງສວຍງາມ ການເດີນສວນສະໜາມ ແລະ ການຈັດງານກິນເຂົ້າຮ່ວມກັນກັບຄອບຄົວ
ແບບປິກນິກ ນັ້ນ ຢູ່ທົ່ວສະຫະລັດ ອາເມຣິກາ.