ໂດຍການສະໜັບສະໜູນຈາກສະຖານທູດສະຫະລັດປະຈຳ ສປປ ລາວ ກົມພາສີກະຊວງ ການເງິນແລະສະພາທະນາຍຄວາມອາເມຣິກັນ ຂະແໜງການລິເລີ່ມຫລັກແຫ່ງກົດໝາຍໄດ້ຈັດການສຳມະນາໃຫ້ພະນັກງານອາວຸໂສທີ່ມາຈາກກົມພາສີເພື່ອສ້າງຄວາມເຂັ້ມແຂງ ແກ່ລະບົບພາສີ ອີງຕາມລາຍງານເຟສບຸກ ຂອງສະຖານທູດສະຫະລັດ.
ການສຳມະນາສອງວັນ ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ແລະ 29 ພຶດສະພາ ທີ່ຜ່ານມາ ຢູ່ນະ ຄອນຫຼວງວຽງຈັນ ໂດຍໄດ້ຍົກໃຫ້ເຫັນ ບັນຫາອັນສຳຄັນຫຼາຍອັນ ໃນຂະແໜງການວຽກ ງານພາສີ. ໃນພິທີເປີດສຳມະນາທ່ານ ສົມພິດ ແສງມະນີວົງຮອງຫົວໜ້າກົມພາສີໄດ້ກ່າວ ເນັ້ນເຖິງຄວາມສຳຄັນ ໃນການຮ່ວມມື ຕອນນຶ່ງວ່າ ນີ້ຖືວ່າເປັນຂົງເຂດວຽກງານໃໝ່ທີ່ສຳ ຄັນ ທີ່ພວກເຮົາຈະໄດ້ເຮັດວຽກຮ່ວມກັນ.
ຕາງໜ້າສະຖານທູດສະຫະລັດ ທ່ານ Noah Geesman ໄດ້ກ່າວວ່າ ລັດຖະບານສະຫະ ລັດມີຄວາມພູມໃຈ ໃຫ້ການຊ່ວຍເຫຼືອຕາມການຮ້ອງຂໍຈາກກົມພາສີເພື່ອຈັດການຝຶກອົບ ຮົມຄັ້ງນີ້. ທ່ານໄດ້ກ່າວຕື່ມອີກວ່າພວກຂ້າພະເຈົ້າດີໃຈທີ່ທາງສະຖານທູດຮ່ວມກັບສະພາ ທະນາຍຄວາມອາເມຣິກັນ ທີ່ໃຫ້ການສະໜັບສະໜູນ ໃນການສ້າງພາວະ ການເປັນຜູ້ນຳ ຂອງກົມພາສີ ໃຫ້ມີຄວາມເຂັ້ມແຂງກວ່າເກົ່າໃຫ້ມີປະສິທິພາບຫຼາຍຂື້ນກວ່າເກົ່າແລະເຮັດ ໃຫ້ການບໍລິການນັບມື້ນັບທັນສະໄໝຫຼາຍຂື້ນ. ນອກນັ້ນຍັງຊ່ວຍໃຫ້ເສດຖະກິດຂອງລາວ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ.