ເອກອັກຄະລັດຖະທູດ ສະຫະລັດ ທ່ານ Clune ຢ້ຽມຢາມ ປະຊາຄົມລາວ ທີ່ລັດ ຄາລິຟໍເນຍ

ທ່ານ ເອກອັກຄະລັດຖະທູດ Daniel A. Clune ກ່າວຕໍ່ ບັນດາ ປະຊາຄົມລາວ ທີ່ນະຄອນ Sacramento ລັດ California.

ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ພະນະ​
ທ່ານ Daniel A. Clune ເດີນ​ທາງ​ໄປ​ຢ້ຽມຢາມປະຊາ​ຄົມ​
ລາວ-ອາ​ເມຣິກັນ​ໃນ​ເຂດ​ນະຄອນSacramento ​ລັດ
California ເມື່ອ​ວັນ​ເສົາທີ 31 ຕຸລາ​ຜ່ານ​ມາ​ນີ້.​ ຕິດຕາມ
ທ່ານ​ທູດ Clune ​ໃນ​ຄັ້ງນີ້ກໍມີທ່ານ​ອຸ​ເດດ ສຸວັນນະ​ວົງ ຫົວ
ໜ້າ​ຫ້ອງການໆ​ຄ້າ​ແຫ່ງ ສປປ ລາວ. ຈຸດ​ປະ​ສົງ​ໃນການ​ມາ
​ຢ້ຽມຢາມກໍ​ເພື່ອຊັກ​ຊວນ​ໃຫ້ຊາວລາວ-ອາເມຣິກັນ ພົວພັນກັບ ສປປ ລາວ ຫຼາຍຂຶ້ນ.

ນອກ​ນັ້ນ ພະນະ​ທ່ານເອກ​ອັກຄະ​ລັດຖະທູດ Clune ຍັງ​ໄດ້ລາຍງານ​ໃຫ້​ປະຊາຊົນ​ໃນ
​ເຂດ​ດັ່ງກ່າວ​ຊາບ ​ເຖິງ​ຈຸດ​ສຳຄັນ ກ່ຽວ​ກັບນະ​ໂຍບາຍການຕ່າງປະເທດສະຫະລັດ ທີ່​ມີ​
ຕໍ່​ ສປປ ລາວ ຊຶ່ງທ່ານ​ກ່າວ​ວ່າ ປັດ​ຈຸ​ບັນ​ນີ້ ​ຢູ່​ໃນ​ລະດັບ​ສູງ​ສຸດໂດຍ​ສະ​ເພາະການ​ສືບ​ຕໍ່​
ໃຫ້​ທຶນ ເພີ້ມຂຶ້ນ​ໃນ​ການເກັບ​ກູ້ລະ​ເບີດ​ທີ່ບໍ່​ທັນແຕກຫລື UXO ​ທີ່​ຍັງ​ຕົກ​ຕ້າງແຕ່​ສ​ະ​ໄໝ
​ສົງ​ຄາມຢູ່ໃນ​ລາວ ​ການຊອກຫາຊາກສົບ ທະຫານອະເມຣິກັນ ທີ່ຫາຍສາບສູນ​ໃນປາງ
ສົງຄາມ ​ແລະ​ທ່ານຢາກຊ່ວຍ​ໃຫ້ ສປປ ລາວ ໃຫ້​ເພິ່ງພາຕົນ​ເອງ​ຫຼາຍຂຶ້ນ​.

ການ​ເຕົ້າ​ໂຮມຮັບຟັງລາຍ​ງານ​ຂອງພະນະ​ທ່ານ​ເອກ​ອັກຄະ​ລັດຖະທູດ Clune ຄັ້ງ​ນີ້​
ໄດ້​ຈັດ​ຂື້ນ​ທີ່​ໂບດ​ແຫ່ງ​ໜຶ່ງໃນ​ນະຄອນ Sacramento ຊຶ່ງ​ເປັນ​ເມືອງ​ຫຼວງ California
​ໂດຍ​ມີ​ພີ່ນ້ອງ ຊາວ​ມົ້ງ ມ້ຽນ ຂະມຸ ​ແລະ​ລາວ​ລຸ່ມ ປະມານ 200 ກວ່າ​ຄົນ​ເຂົ້າຮ່ວ​ມ ​ແລະ
ມີ​ໂອກາດສໍ້​ຖາມຂໍ້​ຂ້ອງ​ໃຈ. ​ໃນ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ ​ກໍ​ມີ​ພິທີ​ກິ​ນລ້ຽງ​ສັງ​ສັນ ​ຢູ່​ທີ່
ຣ້ານອາຫານ​ຫວຽດຈີນ ​ໂດຍ​ມີ​ການສະ​ແດງ​ສິນ​ລະ​ປະ​ຟ້ອນ​ພື້ນ​ເມືອງ ມ້ວ​ນທ້າຍພິທີ
ດັ່ງກ່າວ.

ພະນະທ່ານ ເອກອັກຄະລັດຖະທູດ Daniel A Clune ແລະບັນດາລູກແສ້ຫລານສາວ ລາວ-ອາເມຣິກັນ

ພະນະ​ທ່ານ Daniel A. Clune ​ໄດ້ຖືກ​ແຕ່ງຕັ້ງ​ໂດຍ ປະທາ​ນາ
ທິ​ບໍດີ Barack Obama​ໃຫ້ໄປ​ປະຈຳ​ໜ້າ​ທີ່ຢູ່ ສປປ ລາວ ໃນ​
ເດືອນ​ສິງຫາ ປີ 2013.

ນັບ​ແຕ່ປີ 1992 ​ເປັນ​ຕົ້ນ​ມາ​ ສະຫະລັດອາ​ເມ​ຣິກາແລະ ​ສປປ ລາວ ໄດ້ແລກປ່ຽນເອກ​
ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມກັບ ​ໃນ​ຂະນະ​ທີ່​ ບັນດານັກ​ການ​ທູດ ດຳລົງຢູ່​ໃນ​ຕຳ
​ແໜ່​ງນັ້ນ ​ມີ​ຫລາຍໆ​ທ່ານ​ພາກັນ​ເດີນທາງກັບ​ມາ​ຢ້ຽມຢາມປະ​ຊາ​ຄົມ​ລາວ-ອາ​ເມ​ຣິກັນ
​ໂດຍຊັກຊວນ​ໃຫ້​ເຂົາ​ເຈົ້າ ກັບ​ຄືນ​ໄປ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ ​ເຮັດ​ການ​ຄ້າ ລົງ
ທຶນ ແລະ​ແລກປ່ຽນ​ວັດທະນາ​ທຳ. ​ບ່ອນ​ທີ່​ບັນດານັກ​ການ​ທູດມັກ​ມາ​ຢ້ຽມຢາມນັ້ນ​ ​ແມ່ນ
ຢູ່​ໃນ​ຂົງ​ເຂດ​ທີ່​ມີບັນດາຊາວ​ລາວ​ແລະຊົນຊາດ​ຊົນ​ເຜົ່າ​ ພາກັນ​ຕັ້ງ​ຖິ່ນ​ຖານ​ຢູ່​ຫລາຍ
ໂດ​ຍສະ​ເພາະ ຢູ່​ທີ່​ເຂດ​ນະຄອນ​ແຊນ ​ແຟຣນຊິ​ສ​ໂກ ​ແລະ​ນະຄອນຫລວງ