ສຫລ ແລະອີຈິບ ກ່າວຫາກັນແລະກັນ

  • ໄພສານ ວໍຣະຈັກ

ພວກທະນາຍຄວາມອີຈິບ ໃນຊຸດສີດຳ ພວມພາກັນເດີນຂະບວນ ໄປສູ່ຈະຕຸລັດ Tahrir ໃນກຸງໄຄໂຣ (10 ກຸມພາ 2011)

ລັດຖະບານອີຈິບຂອງປະທານາທິບໍດີ Hosni Mubarak
ທີ່ກຳລັງດີ້ນຮົນເພື່ອຄວາມຢູ່ລອດໃນເວລານີ້ໄດ້ກ່າວຫາສະ
ຫະລັດວ່າພວມຊອກຫາຊ່ອງທາງທີ່ຈະບັງຄັບໃຫ້ພັນທະມິດ
ທີ່ຈົງຮັກພັກດີຂອງຕົນຢູ່ໃນພາກຕາເວັນອອກກາງປະຕິບັດ
ຕາມຄວາມປາດຖະໜາຂອງຕົນ ຂະນະທີ່ວໍຊິງຕັນ ເຕືອນອີ
ຈິບວ່າ ບໍ່ໄດ້ປະຕິບັດ​ຕາມຮອດມາດຕະຖານຕໍ່າສຸດໃນການ
ປະຕິຮູບທີ່ປະຊາຊົນຂອງ​ຕົນໄດ້ຮຽກຮ້ອງ​ເອົານັ້ນ.

ໂຄສົກຂອງທຳນຽບຂາວທ່ານ Robert Gibbs ກ່າວໃນ
ມື້ວານນີ້ວ່າສະຫະລັດກຳລັງລໍຖ້າການເຄື່ອນໄຫວທີ່ແທ້ຈິງ
ໜັກແໜ້ນໄປສູ່ການໂອນອຳນາດຢ່າງວ່ອງໄວ. ທ່ານ Gibbs ເວົ້າວ່າ ຈຳນວນພວກປະ ທ້ວງຕໍ່ຕ້ານລັດຖະບານທີ່ເພີ່ມທະວີຂຶ້ນ ຢູ່ຕາມຖະໜົນຫົນທາງສາຍຕ່າງໆ ໃນນະຄອນ
ຫຼວງໄຄໂຣນັ້ນບໍ່ແມ່ນເລື່ອງທີ່ປະຫຼາດຫຍັງເລີຍເມື່ອເວົ້າເຖິງການບໍ່ເອົາບາດກ້າວຕ່າງໆ ເພື່ອສະໜອງຕອບຕໍ່ຄວາມວິຕົກກັງວົນຂອງພວກເຂົາເຈົ້າ.

ໃນການໃຫ້ສຳພາດແກ່ອົງການອອກອາກາດ PBS ຂອງສະຫະລັດນັ້ນລັດຖະມົນຕີການ
ຕ່າງປະເທດອີຈິບ ທ່ານ Ahmed Aboul Gheit ໄດ້ປະນາມຢ່າງແຮງ ຕໍ່ການໃຫ້ຄວາມ
ເຫັນເມື່ອໄວໆມານີ້ຂອງເຈົ້າໜ້າທີ່ລັດຖະບານທ່ານໂອບາມາ ກ່ຽວກັບສະຖານະການໃນ
ອີຈິບ.

ທ່ານ Aboul Gheit ກ່າວ​ວ່າ ທ່ານມີຄວາມປະຫຼາດໃຈຫຼາຍ ທີ່ຮອງປະທານາທິບໍດີສະ
ຫະລັດທ່ານ Joe Biden ໄດ້ຮຽກຮ້ອງໃຫ້ມີການຍົກເລີກໃນທັທີກົດໝາຍພາວະສຸກເສີນ
ທີ່ໄດ້ມີການນຳໃຊ້ມາແຕ່ປີ 1981 ຊຶ່ງອະນຸຍາດໃຫ້ມີການຈັບກຸມຄຸມຂັງໂດຍບໍ່ຕ້ອງມີການ
ຕັ້ງຂໍ້ຫານັ້ນ. ທ່ານກ່າວວ່າ ເວລານີ້ອີຈິບມີພວກນັກໂທດ 17,000 ຄົນ ພາກັນອອກມາຢູ່ ຕາມຖະໜົນຫົນທາງຍ້ອນຄຸກຖືກທຳລາຍ ແລະທ່ານໄດ້ຂໍເວລາເພື່ອໃຫ້ອີຈິບກັບຄືນເຂົ້າສູ່
ການມີສະຖຽນລະພາບ.