ສຫລ ອາດຫລຸດຜ່ອນ ການກະຕຸ້ນ ເສດຖະກິດ ​ໃນປີນີ້ (ວີດິໂອ)

ທ່ານ Ben Bernanke ປະທານທະນາຄານກາງຂອງສະຫະລັດ ກ່າວໃນກອງປະຊຸມຖະແຫລງຂ່າວ ໃນກຸງວໍຊິງຕັນ ໃນວັນທີ 19 ມິຖຸນາ 2013.

ທ່ານ Ben Bernanke ປະທານທະນາຄານກາງຂອງສະຫະ
ລັດເວົ້າວ່າ ທາງທະນາຄານກາງ ອາດຈະຫລຸດຜ່ອນການ
ໃຊ້ເງິນກະຕຸ້ນເສດຖະກິດລົງ ພາຍ​ໃນປີນີ້ ເພາະວ່າ ເສດຖະ
ກິດແມ່ນກໍາລັງຂະຫຍາຍຕົວໃນລະດັບປານກາງ. ທ່ານກ່າວ
ວ່າ:
“ໄດ້ມີວຽກເຮັດງານທໍາເພີ້ມຂຶ້ນ ພ້ອມໆກັນກັບຄວາມ
ເຂັ້ນແຂງຂຶ້ນຂອງຕະຫລາດຊື້ຂາຍບ້ານເຮືອນ ຊຶ່ງ
ຜົນຕອບກັບກໍຄື ໄດ້ປະກອບສ່ວນເຮັດໃຫ້ຜູ້​ບໍລິ​ໂພ​ກ
ມີຄວາມເຊື່ອໝັ້ນ​ເພີ້ມຂຶ້ນ ແລະ​ໃຫ້ການສະໜັບສະ
ໜຸນ​ຕໍ່ການໃຊ້ຈ່າຍ​ໃນ​ຄອບຄົວ.”


ແຕ່ທ່ານ Bernanke ກໍເວົ້າວ່າ ອັດຕາຄົນຫວ່າງງານກໍຍັງສູງຢູ່ ສະນັ້ນທະນາຄານກາງ
ຍັງຈະສືບຕໍ່ດໍາເນີນຄວາມພະຍາຍາມກະຕຸ້ນເສດຖະກິດໃນໄລຍະນີ້.

ໃນປີ 2008 ທະນາຄານກາງສະຫະລັດ ໄດ້ຕັດອັດຕາດອກເບ້ຍລົງໃນລະດັບທີ່ຕໍ່າ
ສຸດເປັນປະຫວັດການ ເພື່ອກະຕຸ້ນການຂະຫຍາຍຕົວເສດຖະກິດ ໃນໄລຍະທີ່​ເກີດວິ
ກິດການທາງການເງິນ. ​ເມື່ອ​ການ​ດຳ​ເນີນ​ການ​ດັ່ງກ່າວ​ບໍ່​ໄດ້ຜົນ​ເປັນ ທີ່​ໜ້າເພິ່ງພໍໃຈ
ທະນາຄານກາງຈຶ່ງໄດ້ເພີ້ມໂຄງການ ທີ່ແນໃສ່ຜັກດັນໃຫ້ອັດ ຕາດອກເບ້ຍເງິນກູ້ໄລ
ຍະຍາວຫລຸດລົງ ໂດຍການຊື້ພັນທະບັດທີ່ມີມູນຄ່າ 85 ລ້ານໂດລາໃນແຕ່ລະເດືອນ.

ທ່ານ Bernanke ເວົ້າວ່າ ທະນາຄານກາງໃນເວລານີ້ ຈະສືບຕໍ່ໂຄງການຊື້ ພັນທະບັດ
ດັ່ງກ່າວ ​ແຕ່ອາດຈະຄ່ອຍໆຫລຸດລົງ ຖ້າຫາກສະພາບເສດຖະກິດສືບຕໍ່ດີຂຶ້ນເລື້ອຍໆ.
ທ່ານເວົ້າອີກວ່າ ການດຳ​ເນີນ​ການ ເພື່ອຂຶ້ນອັດຕາດອກ ເບ້ຍເງິນກູ້ໄລຍະສັ້ນ ຈະມີ
ຂຶ້ນ ໃນອະນາຄົດທີ່​ໄກ​ອອກ​ໄປ​ອີກ.

ການດໍາເນີນຄວາມພະຍາຍາມກະຕຸ້ນເສດຖະກິດ ແມ່ນເພັ່ງເລັງໃສ່ອັດຕາດອກ ເບ້ຍ
ຕໍ່າ ຍ້ອນວ່າ ມັນເຮັດໃຫ້ທຸລະກິດຕ່າງໆ ລົງທຶນເຂົ້າໃນການຊື້ອຸປະກອນໃໝ່, ຂະຫຍາຍ
ໂຮງງານ ແລະຈ້າງຄົນໃໝ່ ຖືກລົງກວ່າ. ແຕ່ວ່າ ຖ້າໂຄງການກະຕຸ້ນເສດຖະກິດ ຫາກ
ແກ່ຍາວດົນຈົນເກີນໄປ ມັນອາດຈະເປັນການຍິງ​ພາດເປົ້າໝາຍ ແລະພາໃຫ້ເກີດໄພ
ເງິນເຟີ້ຂຶ້ນໄດ້.

ທ່ານ Bernanke ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຫລັງຈາກກອງປະຊຸມ ​ເປັນ​ເວລາສອງມື້ ກັບ
ເຈົ້າໜ້າທີ່ລະດັບສູງຂອງທະນາຄານກາງສະຫະລັດ ທີ່ປະເມີນສະພາບເສດຖະກິດ ແລະອະພິປາຍກັນກ່ຽວກັບການປະຕິບັດການຕ່າງໆ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

http://www.voanews.com/flashembed.aspx?t=vid&id=1685435&w=520&h=429&skin=embeded