ການເສດຖະກິດຂອງສະຫະລັດ ໄດ້ຫົດໂຕເຂົ້າ ຫຼາຍກວ່າທີ່ຄາດ
ຄິດໄວ້ກ່ອນ ໃນຕອນເລີ້ມ ຕົ້ນປີນີ້.
ລາຍງານຈາກກະຊວງການຄ້າ ທີ່ເປີດເຜີຍໃຫ້ຮູ້ໃນວັນພຸດວານນີ້
ກ່າວວ່າ ເສດຖະກິດໄດ້ຫົດໂຕເຂົ້າໃນອັດຕາ 2.9 ເປີເຊັນຕໍ່ປີ ໃນ
ເດືອນມັງກອນ ເດືອນກຸມພາ ແລະເດືອນມີນາຜ່ານມານີ້.
ນີ້ແມ່ນຮ້າຍແຮງກວ່າ ທີ່ໄດ້ປະເມີນກັນໄວ້ແລະເປັນໂຕເລກຂອງ
ການເຕີບໂຕເສດຖະກິດຂີ້ຮ້າຍທີ່ສຸດໃນຮອບຫ້າປີຜ່ານມາ. ບັນ
ດາເຈົ້າໜ້າທີ່ສະຫະລັດ ໄດ້ແກ້ໄຂ ການປະເມີນດ້ານເສດຖະກິດ
ມາເປັນປະຈຳໃນຂະນະທີ່ໄດ້ຮັບຂໍ້ມູນໃໝ່ທີ່ຄົບຖ້ວນກວ່າເກົ່ານັ້ນ.
ການຫົດໂຕ ຂອງເສດຖະກິດ ສຫລ ໃນໄຕມາດທຳອິດ
ບັນດານັກເສດຖະສາດ ຖິ້ມໂທດການເຕີບໂຕຊ້າລົງຂອງເສດຖະ
ກິດນີ້ ໃສ່ສະພາບດິນຟ້າອາກາດບໍ່ດີໃນລະດູໜາວຜ່ານມາ ແລະ
ຫຼາຍຄົນທຳນາຍວ່າ ບັນຫານີ້ຈະເປັນການຊົ່ວຄາວ.
ຫົວໜ້າທີ່ປຶກສາດ້ານເສດຖະກິດປະຈຳທຳນຽບຂາວ ທ່ານ Jason
Furman ກ່າວວ່າ ຂໍ້ມູນຈາກເດືອນເມສາ ແລະພຶດສະພາສະແດງ
ໃຫ້ເຫັນວ່າ ການເສດຖະກິດຢູ່ໃນທິດທາງທີ່ກຳລັງຈະຟື້ນໂຕຄືນໃນໄວໆນີ້.
ເຖິງຢ່າງໃດກໍດີ ການສຶກສາເສດຖະກິດເທື່ອທີສອງ ທີ່ພິມເຜີຍແຜ່ອອກໃນວັນພຸດວານນີ້ ບໍ່ໄດ້ເປັນໄປຕາມແນວໂນ້ມດັ່ງກ່າວ ໂດຍສະແດງໃຫ້ເຫັນວ່າ ການສັ່ງສິນຄ້າທີ່ຄົງທົນໄລ ຍະຍາວ ໄດ້ຫລຸດລົງຢ່າງ ບໍ່ຄາດຝັນໃນເດືອນພຶດສະພາຜ່ານມານີ້.
Your browser doesn’t support HTML5
US Employers Add 217,000 Jobs; Unemployment Steady at 6.3%