ນະຄອນຫຼວງວໍຊິງຕັນ ແລະສ່ວນໃຫຍ່ ຂອງເຂດແຄມຝັ່ງທະເລ
ທາງກ້ຳຕາເວັນອອກຂອງສະຫະລັດ ໄດ້ຖືກຖະຫຼົ່ມໂດຍພາຍຸຫິ
ມະຂະໜາດແຮງ ທີ່ຄາດວ່າຈະພາໃຫ້ມີຫິມະຕົກຫລາຍເຖິງ 60
ຊັງຕີແມັດ.
ນອກນັ້ນແລ້ວຍັງຈະມີລົມແຮງເຖິງ 80 ກິໂລແມັດຕໍ່ຊົ່ວໂມງຊຶ່ງ
ຄາດວ່າຈະພາໃຫ້ເກີດພາຍຸພັດຫິມະຂະໜາດແຮງແລະໄຟຟ້າ
ມອດ ໃນບໍລິເວນກວ້າງ. ໄພນ້ຳຖ້ວມ ຢູ່ໃນບໍລິເວນແຄມຝັ່ງທະ
ເລກໍມີທາງເປັນໄປໄດ້.
ມາຮອດຕອນເຊົ້າວັນເສົາມື້ນີ້ສ່ວນໃຫຍ່ຂອງນະຄອນຫຼວງວໍຊິງ
ຕັນມີຫິມະຕົກລົງມາແລ້ວ ປະມານ 25 ຊັງຕີແມັດ ແລະຄາດວ່າ ຈະຕົກລົງມາຕື່ມອີກໄປຈົນ ຮອດວັນອາທິດມື້ອື່ນ.
Your browser doesn’t support HTML5
Timelapse: Massive Mid-Atlantic Blizzard Sets In Around National Mall
ພວກນັກພະຍາກອນອາກາດ ກ່າວວ່າ ເວລາທີ່ລົມພາຍຸຫົວນີ້ ພັດຜ່ານໄປແລ້ວ ປະລິມານ
ຂອງຫິມະທີ່ຕົກລົງມາຄາດວ່າຈະຮ້າຍແຮງເປັນນຶ່ງໃນ 10 ທີ່ມີຫິມະຕົກຫຼາຍເປັນປະຫວັດ ການ.
ກ່ອນທີ່ລົມພາຍຸຫົວນີ້ມາເຖິງ ເຈົ້າຄອງນະຄອນຫຼວງວໍຊິງຕັນທ່ານນາງ Muriel Bowser
ໄດ້ປະກາດພາວະສຸກເສີນແລະປິດໂຮງຮຽນໃນວັນສຸກວານນີ້.
ທ່ານນາງ Bowser ກ່າວວ່າ ພາຍຸນີ້ແມ່ນຮ້າຍແຮງຫຼາຍ ແລະປະຊາຊົນທັງໝົດ ໃນເຂດ
ນະຄອນຫຼວງ ຄວນຈະຖືວ່າມັນເປັນຈັ່ງຊັ້ນແທ້.
ຫ້ອງການຕ່າງໆຂອງລັດຖະບານກາງສະຫະລັດໄດ້ອັດລົງຢູ່ໃນນະຄອນຫຼວງແລະພວກ
ເຈົ້າໜ້າທີ່ໄດ້ເອົາບາດກ້າວທີ່ບໍ່ຄ່ອຍໄດ້ເຫັນກັນນັ້ນກໍຄືປິດລະບົບລົດໄຟໃຕ້ດິນຢ່າງສິ້ນ
ເຊີງ.
ລົມພາຍຸຂະໜາດແຮງທີ່ເຄື່ອນທີ່ແບບຊ້າໆແມ່ນມີຜົນກະທົບຕໍ່ປະຊາຊົນຫລາຍສິບລ້ານ
ຄົນ ແຕ່ລັດ Kentucky ໄປຫາເຂດ New England. ໄດ້ມີການປະກາດ ພາວະສຸກເສີນ
ຢ່າງນ້ອຍຢູ່ໃນ 10 ລັດ.
ໃນລະດັບທົ່ວປະເທດແລ້ວ ຖ້ຽວບິນຕ່າງໆໄດ້ມີການຍົກເລີກ ບໍ່ຕ່ຳກວ່າ 6,300 ຖ້ຽວໃນ
ວັນສຸກວານນີ້ ແລະຜູ້ເດີນທາງຫຼາຍໆພັນຄົນໄດ້ມີການຊັກຊ້າ.
ທີ່ນະຄອນນິວຢອກ ພວກນັກພະຍາກອນອາກາດ ທຳນາຍວ່າ ຈະມີຫິມະຕົກລົງມາຢ່າງ
ຮ້າຍແຮງໃນຂະນະທີ່ລົມພາຍຸຫົວນີ້ ພວມເຄື່ອນເຂົ້າໄປໃກ້ໆນັ້ນ.
ສ່ວນຢູ່ບ່ອນອື່ນໆ ລາຍງານຂ່າວແຈ້ງວ່າ ມີຢ່າງນ້ອຍ 5 ຄົນໄດ້ເສຍຊີວິດ ໃນອຸບັດເຫດ
ທີ່ພົວພັນກັບລົມພາຍຸນີ້ຢູ່ໃນລັດເທັນເນັສຊີ ເຄັນທັກກີ ແລະ North Carolina. ເຈົ້າໜ້າ
ທີ່ໄດ້ເຕືອນປະຊາຊົນບໍ່ໃຫ້ອອກນອກເຮືອນໄປໃສມາໃສ ໃນຂະນະທີ່ລົມພາຍຸຫົວນີ້ພັດ
ຜ່ານເຂດແຄມຝັ່ງທະເລກ້ຳຕາເວັນອອກຂອງປະເທດ.
Epic Snowstorm Heads for US East Coast