ມັນຈະກິນເວລາອີກຫຼາຍມື້ ກ່ອນຊີວິດຈະກັບຄືນສູ່ສະພາບ
ປົກກະຕິ ຢູ່ເລາະຕາມແຄມຝັ່ງມະຫາສມຸດກໍ້າຕາເວັນອອກ
ຂອງ ສະຫະລັດ ລຸນຫຼັງພາຍຸຮ້າຍແຮງຂອງລະດູໜາວ ທີ່ນຳ
ເອົາລົມແຮງ ໄພນໍ້າຖ້ວມ ແລະພາຍຸຫິມະ ມາສູ່ຜູ້ຄົນເປັນສິບໆ
ລ້ານຄົນ.
ໃນວັນຈັນມື້ນີ້ ໂຮງການຣັຖບານ ສະຫະລັດ ໃນນະຄອນຫຼວງ
ວໍຊິງຕັນ ແມ່ນອັດລົງ ນອກຈາກພວກພນັກງານສຸກເສີນ ໃນເວ
ລາ ທີ່ຖນົນຫົນທາງແລະທາງຍ່າງໃນນະຄອນຫຼວງພວມຖືກຂຸດ
ຖືກຊ້ວນຫິມະອອກຢູ່. ລົດໄຟໃຕ້ດິນບາງແຫ່ງແມ່ນແລ່ນໄດ້ຄືນ
ລຸນຫຼັງໄດ້ປິດມາສອງວັນຍ້ອນພາຍຸດັ່ງກ່າວ.
ພວກຄົນທັງຫຼາຍ ພາກັນຊ້ວນຫິມະອອກຈາກລົດຂອງເຂົາເຈົ້າ ທີ່ຈອດຢູ່ແຄມຖະໜົນ Henry Street ຢູ່ຄຸ້ມຊາວຈີນ ຫຼື Chinatown ໃນລັດນິວຢອກ, ວັນທີ 24 ມັງກອນ 2016.
ໂຮງຮຽນຕ່າງໆໃນນະຄອນຫຼວງແລະອ້ອມແອ້ມເຂດດັ່ງກ່າວຍັງອັດຢູ່ ໃນຂນະທີ່ພວກ ສາຍການບິນບາງສ່ວນແມ່ນເປີດຄືນຢ່າງຈຳກັດໃນເດິ່ນບິນໃຫຽ່ສາມແຫ່ງ.
ນອກນັ້ນຣັຖສະພາ ສະຫະລັດ ກໍແມ່ນໄດ້ເລື່ອນການລົງຄະແນນສຽງ ຫຼາຍເຣື່ອງ ທີ່ມີ
ກຳນົດໃສ່ວັນຈັນມື້ນີ້.
ພາຍຸດັ່ງກ່າວໄດ້ຊຸນໍ້າກ້ອນແຜ່ນໃຫຍ່ລົງໃສ່ຖນົນຫົນທາງໃນເມືອງຕ່າງໆທາງຝັ່ງລັດ
ນິວເຈີຊີ ກະທົບບ້ານເຮືອນ ແລະທຸຣະກິດຫ້າງຮ້ານຫຼາຍແຫ່ງ.
ຢ່າງໜ້ອຍມີລາຍງານວ່າ ໄດ້ມີຜູ້ເສັຽຊິວິດແລ້ວ 24 ຄົນຍ້ອນພາຍຸນີ້ ຊຶ່ງລວມທັງການ
ເປັນໂຣກຫົວໃຈວາຍ ໃນຂນະທີ່ຊ້ວນຫິມະຢູ່.
Your browser doesn’t support HTML5
Washingtonians Hold Traditional Dupont Circle Snowball Fight