ເກີດແຜ່ນດິນໄຫວ ແຮງ 5.8 ຣິກເຕີ ໃນເຂດຝັ່ງທະເລ ຕາເວັນອອກ ຂອງສະຫະລັດ

  • ສິງ ບູຣົມມະວົງ

ໂບດໃຫຍ່ແຫ່ງຊາດ ຫລື National Cathedral ທີ່ກຸງວໍຊິງຕັນ ທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວ ໃນຝັ່ງຕາເວັນອອກ ຂອງສະຫະລັດໃນວັນອັງຄານ ວັນທີ 23, 2011

ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ສໍາ​ຫລວດ​ທາງ​ທໍລະນີວິທະຍາ​ສະຫະລັດ​ກ່າວ​ວ່າ​ແຜ່ນດິນ​ໄຫວ​ທີ່ມີ​ຄວາມ​ແຮງ 5.8 ຣິກ​ເຕີ ໃນ​ວັນ​ອັງຄານ​ວານ​ນີ້ເປັນແຜ່ນດິນໄຫວທີຄວາມ​ແຮງສຸດ​ທີ່​ໄດ້​ເກີດຂຶ້ນໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ນັບ​ແຕ່ປີ 1944 ​ເປັນ​ຕົ້ນ​ມາ.

ແຜ່ນດິນ​ໄຫວ​ທີ່ມີ​ຈຸດ​ໃຈກາງ​ໃນ​ເມືອງ​ Mineral ຊຶ່ງ​ເປັນ​ເມືອງນ້ອຍໆ​ແຫ່ງ​ນຶ່ງ​ໃນ​ລັດ Virgi
nia ​ໄດ້​ເຮັດ​ໃຫ້​ບ້ານ​ເຮືອນ​ສັ່ນ​ສະ​ເທືອ​ນ​ໄປ​ໄກ​ເຖິງນະຄອນຫລວງ Ottawa ຂອງ​ກາ​ນາ​ດາ
ແລະ​ເຮັດ​ໃຫ້​ມີການຍົກ ຍ້າຍລູກຄ້າແລະພະນັກງານອອກ​ຈາກ​ຮ້ານ​ຄ້າ​ຮ້ານ​ຂາຍແລະທຸລະ
ກິດຢູ່ຕາມ​ຫົວ​ເມືອງ​ໃຫຍ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ຂົງ​ເຂດ.

ທີ່ກຸງ​ວໍ​ຊິງ​ຕັນ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ຈຸດ​ໃຈ​ກາງ​ແຜ່ນດິນ​ໄຫວ​ມາ​ທາງ​ທິດ​ເໜືອ 144 ຫລັກ​ກິ​ໂລ
ແມັດ ສະຖານ​ທີ່​ທ່ອງ​ທ່ຽວ​ແລະ​ອະນຸສາວະລີ​ ແຫ່ງ​ຕ່າງໆ​ໄດ້​ອັດ​ລົງ​ ໃນ​ຂະນະ​ທີ່ພວກ​ນັກ​
ກວດກາທໍາ​ການ​ປະ​ເມີນຄວາມ​ເສຍ​ຫາຍ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອະນຸສາ​ວະລີ​ວໍ​ຊິງ​ຕັນຊຶ່ງ​ເປັນ​ອະນຸ​ສາ​ວະລີສີ່​ຫລ່ຽມ​ຍອດ​ແຫລມ
ສູງ 170 ​ແມັດ ​ຕັ້ງ​ຢູ່​ໃນ​ສະໜາມ​ຫລວງ ຫລືNational Mall ​ໄດ້​ອັດ​ລົງ​ໂດຍ​ບໍ່​ມີ​ກໍານົດ​
ຫລັງຈາກ​ພົບ​ເຫັນ​ຮອຍ​ແຫງ​ຫລາຍ​ບ່ອນຢູ່​ເທິງ​ຍອດ​ອະນຸສາວະລີ​ນັ້ນ. ​ໂບດ​ໃຫຍ່​ແຫ່ງ​ຊາດ
ທີ່ກຸງ​ວໍ​ຊິງ​ຕັນ ຫລື Washington National Cathedral ກໍ​ໄດ້​ອັດ​ລົງເຊ່ນ​ກັນ​ສໍາລັບ
ພວກ​ນັກ​ທ່ອງ​ທ່ຽວ​ຫລັງ​ຈາກ​ຍອດ​ໂບດ 3 ຍອດ​ໃນ​ຈໍານວນທັງ​ໝົດ 4 ຍອດ ​ໄດ້​ຮັບ
ຄວາມ​ເສຍ​ຫາຍ.

ທາງ​ການ​ໄດ້​ອົບ​ພະຍົບພວກ​ຜູ້​ຄົນ​ອອກ​ຈາກ​ຕຶກ​ລັດຖະສະພາສະຫະລັດ ຈາກ​ທໍານຽບຫ້າ​
ແຈ ກະຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ຈາກ​ພວກ​ຕຶກອາຄານ​ແຫ່ງ​ຕ່າງໆ​ຂອງ​ລັດຖະບານ ຮວມ
ທັງ​ຕຶກ​ອາຄານ​ສໍານັກງານ​ໃຫຍ່​ຂອງ​ວິທະຍຸ​ວີ​ໂອ​ເອຊຶ່ງ​ໄດ້​ອັດ​ການ​ອອກ​ອາກາດ​ລົງ​ເປັນ
ການຊົ່ວຄາວ​ຫລັງ​ແຜ່ນດິນ​ເລີ້ມ​ສັ່ນ​ສະ​ເທືອ​ນນັ້ນ.

ຢູ່​ໃກ້ໆ​ກັບ​ຈຸດ​ສູນກາງ​ແຜ່ນດິນ​ໄຫວ ​ໃນ​ເຂດ​ຊົນນະບົດ​ແຫ່ງ​ນຶ່ງ​ໃນ​ລັດ Virginia ສະຖາ
ນີ​ພະລັງ​ນີວ​ເຄລຍ North Anna ກໍ​ໄດ້​ອັດ​ລົງ ​ແລະ​ຈໍາ​ເປັນ​ຕ້ອງ​ແລ່ນ​ເຄື່ອງ​ປັ່ນ​ໄຟຟ້າ​ສໍາ
ຮອງ​ທີ່​ໃຊ້​ນໍ້າມັນ​ກາ​ຊວນ​ແລ່ນ ຊຶ່ງ​ມີເຄື່ອງ​ປັ່ນ​ໄຟຟ້າ​ໜ່ວຍ​ນຶ່ງ​ບໍ່​ເດີນ. ບັນດາ​ເຈົ້າ​ໜ້າ​ທີ່​
ກ່າວ​ວ່າ ປະຊາຊົນ​ໃນ​ເຂດດັ່ງກ່າວ​ບໍ່​ໄດ້​ຕົກ​ຢູ່​ໃນ​ສະພາບທີ່ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ
ແລະ​ວ່າ​ໂຮງ​ໄຟຟ້າ​ແຫ່ງ​ນີ້​ແມ່ນ​ໄດ້​ມີການອອກ​ແບບ​ເພື່ອໃຫ້​ຕ້າ​ນ ຢັນ​ກັບ​ຄວາມ​ແຮງ​
ຂອງ​ແຜ່ນດິນ​ໄຫວ​ໄດ້​ເຖິງ 6.2 ຣິກ​ເຕີ.

ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ເສຍ​ທີ່​ຮ້າຍ​ແຮງຫລື​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ​ແຕ່​
ບັນດາ​ເຈົ້າ​ໜ້າ​ທີ່​ເຕືອນ​ວ່າ ​ມີ​ທ່າ​ທາງ​ວ່າ ຈະ​ມີ​ແຜ່ນດິນ​ໄຫວ​ຂະໜາດບໍ່ແຮງປານໃດຕິດ
ຕາມມາ​ໃນ​ອີກ​ຫລາຍ​ມື້​ຂ້າງ​ໜ້າ​ນີ້.