ສະຫະລັດ ຍິງທຳ​ລາຍລູກສອນໄຟ ຂອງກຸ່ມຮູຕີ ໃນການໂຈມຕີຢູ່ທະເລແດງ ຄັ້ງຫຼ້າສຸດ

  • ວີໂອເອ

ຮູບຖ່າຍຈາກເອກະສານແຈກຂອງກອງທັບເຮືອສະຫະລັດ ໃນວັນທີ 29 ເມສາ 2023 ສະແດງໃຫ້ເຫັນເຮືອ USS Laboon ກຳລັງແລ່ນເຂົ້າໄປໃນອ່າວ ຊູດາ, ກຣີສ. ກອງທັບສະຫະລັດ ກ່າວໃນວັນທີ 14 ມັງກອນ 2024 ວ່າ, ກອງກຳລັງຂອງຕົນ ໄດ້ຍິງລູກສອນໄຟນໍາວິຖີ ທີ່ຍິງອອກມາຈາກເຂດທີ່ຄວບຄຸມໂດຍກຸ່ມຮູຕີ ໃນເຢເມນ ມາໃສ່ເຮືອພິຄາດຂອງອາເມຣິກາ.

ກອງທັບ​ສະຫະລັດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ​ຕໍ່ຕ້ານ​ກຳ​ປັ່ນ​ ທີ່​ຖືກຍິງ​ມາຈາກ​ເຂດ​ທີ່​ຄວບ​ຄຸມ​ໂດຍ ກຸ່ມຮູຕີ ໃນ​ເຢ​ເມນ ​ໄປ​ຫາ​ກຳ​ປັ່ນ​ລົບ​ຂອງ​ກອງທັບ​ເຮືອ​ສະຫະລັດ ຢູ່​ໃນ​ເຂດ​ພາກ​ໃຕ້​ທະ​ເລ​ແດງ.

ກອງບັນຊາການ​ໃນພາກຕາເວັນອອກກາງຂອງສະຫະລັດ ຫຼື CENTCOM ກ່າວ​ວ່າ ​ເຮືອບິນລົບ​ໄດ້​ຍິງ​ລູກ​ສອນ​ໄຟດັ່ງກ່າວ ​ຕົກ​ຢູ່​ໃກ້​ຊາຍ​ຝັ່ງ​ເມືອງ​ທ່າ​ ໂຮເດດາ (Hodeida). ບໍ່ມີລາຍງານການບາດເຈັບ ຫຼືຄວາມເສຍຫາຍCENTCOM ກ່າວ.

ກຸ່ມຮູຕີ ທີ່ໜູນຫຼັງໂດຍອີຣ່ານ ໄດ້ດຳເນີນການໂຈມຕີ ຫຼາຍອາທິດ ໂດຍແນເປົ້າໝາຍໃສ່ກຳປັ່ນ ໃນເຂດທະເລແດງ ໃນອັນທີ່ເຂົາເຈົ້າເວົ້າວ່າ ເປັນການ ​ປຸກ​ລະ​ດົມ ເພື່ອສະໜັບສະໜູນຊາວປາແລສໄຕນ໌ ຢູ່ໃນເຂດກາຊາ.

ການໂຈມຕີດັ່ງກ່າວໄດ້ຂັດຂວາງການຂົນສົ່ງທາງເຮືອ ຜ່ານເສັ້ນທາງທີ່ສໍາຄັນທີ່ເຊື່ອມຕໍ່ກັບທະເລເມດິເຕີເຣນຽນ, ໂດຍມີບໍລິສັດຂົນສົ່ງລະຫວ່າງປະເທດ ຈໍານວນຫຼາຍ ເລືອກທີ່ຈະປ່ຽນເສັ້ນທາງການສັນຈອນ ໃນເສັ້ນທາງທີ່ຍາວກວ່າເພື່ອຫລີກລ້ຽງພື້ນທີ່ດັ່ງກ່າວ.

ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ຂອງ ກຸ່ມຮູຕີ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ທີ່ສະ​ຫະ​ລັດ ແລະ​ອັງ​ກິດ ໄດ້​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ເປົ້າ​ໝາຍກຸ່ມຮູຕີ ປະມານ 30 ແຫ່ງ ໃນ​ພາກ​ຕາ​ເວັນ​ຕົກຂອງ​ເຢ​ແມນ ເພື່ອ​ຕອບ​ໂຕ້​ໄພຂົ່ມ​ຂູ່​ຢູ່ໃນ​ທະ​ເລ​ແດງ.

ອ່ານຂ່າວນີ້ເປັນພາສາອັງກິດ