ສຫລ ບໍ່ໃຫ້ຄວາມສຳຄັນ ຕໍ່ການຍິນຍອມ ຂອງ ທ. ທຣຳ ໃຫ້ຂາຍຊິບຄອມພິວເຕີ້ ແກ່ ບໍລິສັດ ຫົວເຫວີຍ

ພວກຄົນທົ່ວໄປ ຍ່າງຜ່ານຮ້ານຄ້າຂາຍ ອຸປະກອນຕ່າງໆ ຂອງບໍລິສັດ ຫົວເຫວີຍ (Huawei) ໃນນະຄອນຫຼວງປັກກິ່ງ ຂອງຈີນ, ເມື່ອວັນອາທິດ ທີ 30, 2019.

ທຳນຽບຂາວ ໃນວັນອັງຄານວານນີ້ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການຍິນຍອມຂອງປະທາ
ນາທິບໍດີ ດໍໂນລ ທຣຳ ທີ່ຈະອະນຸຍາດໃຫ້ຂາຍຊິບຄອມພິວເຕີບາງສ່ວນແກ່ ​ຫົວເຫວີຍ
(Hauwei) ບໍລິສັດເທັກໂນໂລຈີຍັກໃຫຍ່ຂອງຈີນ ໂດຍກ່າວວ່າ ບໍລິສັດຍັກໃຫຍ່ດ້ານ
ໂທລະຄົມມະນາຄົມນີ້ ກໍຍັງຄົງຖືກກີດກັ້ນ ບໍ່ໃຫ້ຊື້ຊິ້ນສ່ວນຕ່າງໆ ເພື່ອນຳໄປຜະລິດ
ໂທລະສັບສະຫຼາດ ລະບົບ 5 ຈີ ລຸ້ນໃໝ່ຫຼ້າສຸດຂອງຕົນ ຍ້ອນຄວາມເປັນຫ່ວງ ທາງ
ດ້ານຄວາໝັ້ນຄົງແຫ່ງຊາດ.

ທ່ານ ປີເຕີ ນາວາໂຣ ທີ່ປຶກສາດ້ານການຄ້າຂອງທ່ານທຣຳ ໄດ້ກ່າວຕໍ່ ອົງການ ຂ່າວ
CNBC ວ່າ “ທຸກຢ່າງທີ່ພວກເຮົາໄດ້ເຮັດໄປ ໂດຍພື້ນຖານແລ້ວແມ່ນອະ ນຸຍາດໃຫ້
ຂາຍຊິບຄອມພິວເຕີ ແກ່ບໍລິສັດຫົວເຫວີຍ ແລະອຸປະກອນເຫຼົ່ານີ້ແມ່ນ ເທັກໂນໂລຈີ
ລະດັບຕ່ຳ ຊຶ່ງຈະບໍ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງຊາດແຕ່ຢ່າງໃດເລີຍ. ການຂາຍ
ຊິບໃຫ້ແກ່ ຫົວເຫວີຍ ທີ່ຖືກລະບຸໃນບັນຊີດຳ ຫ້າມສົ່ງອອກ ໃນເດືອນພຶດສະພາຜ່ານ
ມານີ້ ໂດຍອ້າງອີງເຖິງຄວາມເປັນຫ່ວງທາງດ້ານຄວາມ ໝັ້ນຄົງແຫ່ງຊາດ ທີ່ກ່ຽວຂ້ອງ
ກັບ ເທັກໂນໂລຈີ ລະບົບ 5 ຈີ ຫຼື ເອີ້ນວ່າ 5TH Generation ອັນເປັນອຸປະກອນ
ສະຫຼາດ ຂອງບໍລິສັດດັ່ງກ່າວ.

ຜູ້ກໍ່ຕັ້ງບໍລິສັດຫົວເຫວີຍ ທ່ານເຣນ ເສິງເຟີ່ຍ ຍັງໄດ້ກ່າວວ່າ ຂໍ້ຕົກລົງຂອງ ທ່ານທຣຳ
ກັບ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນທ້າຍສັບປະດາແລ້ວນີ້ ທີ່ຈະໂຍະ​ຍານ
ຜ່ອນຜັນ ​ໃນການຫ້າມຂາຍ​ອຸບ​ປະ​ກອນຕ່າງໆ ຂອງສະຫະລັດ ແກ່ຫົວເຫວີຍ ນັ້ນ
ຈະບໍ່ “ສົ່ງຜົນຫຼາຍພໍປານໃດ” ຕໍ່ການດຳເນີນທຸລະກິດຂອງບໍລິສັດ. ແຕ່ທ່ານເຣນ
ໄດ້ກ່າວວ່າ ທ່ານຍິນດີ ທີ່ຈະສືບຕໍ່ຊື້ຜະລິດຕະພັນຕ່າງໆ ຂອງສະຫະລັດ.

ທ່ານທຣຳ ແລະທ່ານສີ ໄດ້ຕົກລົງ ທີ່ກອງປະຊຸມຢູ່ຍີ່ປຸ່ນ ນອກກອງປະຊຸມສຸດຍອດ
ດ້ານເສດຖະກິດ ຂອງກຸ່ມ G-20 ທີ່ຈະເລີ້ມຄືນການເຈລະຈາດ້ານການຄ້າ ຫຼັງຈາກ
ທີ່ໄດ້ຢຸດສະງັກມາໄດ້ 7 ສັບປະດາ ໂດຍທີ່ຜູ້ນຳສະຫະລັດກ່າວວ່າ ທ່ານຈະບໍ່ວາງ
ມາດຕະການເກັບພາສີ ຕໍ່ສິນຄ້ານຳເຂົ້າຂອງຈີນ ອີກຕໍ່ໄປ ໃນຂະນະທີ່ ການເຈລະຈາ
ຍັງ​ດຳ​ເນີນ​ຢູ່.

ທ່ານນາວາໂຣ ໄດ້ກ່າວວ່າ “ພວກເຮົາກຳລັງມຸ້ງໜ້າໄປ ໃນທິດທາງທີ່ດີແທ້ໆ ເລີຍ.”
ທ່ານກ່າວໄປວ່າ “ມັນເປັນເລື້ອງທີ່ສັບສົນຫຍຸ້ງຍາກ ດັ່ງທີ່ທ່ານປະທາ ນາທິບໍດີ ໄດ້ກ່າວ
ໄປນັ້ນຖືກຕ້ອງເລີຍ ອັນນີ້ຈະຕ້ອງໃຊ້ເວລາ ແລະພວກເຮົາ ຢາກຈະເຮັດໃຫ້ມັນຖືກຕ້ອງ.
ສະນັ້ນ ຈົ່ງເຮັດໃຫ້ມັນຖືກຕ້ອງ.”

ສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ໄດ້ເຈລະຈາກັນເປັນໄລຍະໆ ມາໄດ້
ຫຼາຍເດືອນ ໃນຂະນະດຽວກັນ ກໍໄດ້ວາງມາດຕະການເກັບພາສີທີ່ສູງຂຶ້ນເລື້ອຍໆ
ຕໍ່ຜະລິດຕະພັນຕ່າງໆ ຂອງກັນແລະກັນ ທີ່ໄດ້ຖືກສົ່ງຂ້າມມະຫາສະໝຸດ ປາຊີຟິກ.

ທັງສອງປະເທດ ໄດ້ກ່າວໃນໄລ​ຍະສອງສາມມື້ຜ່ານມານີ້ ວ່າ ພວກເຂົາເຈົ້າ ໄດ້ບັນລຸ
ຂໍ້ຕົກລົງ ໃນເລື້ອງບັນຫາຕ່າງທີ່ຍັງຄົງຄ້າງໄດ້ 90 ເປີເຊັນແລ້ວ ແຕ່ ຂໍ້ຕົກລົງທີ່ຍັງເຫຼືອ
10 ເປີເຊັນນັ້ນ ໄດ້ພິສູດໃຫ້ເຫັນວ່າ ຍາກລຳບາກຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ