ບັນທຶກພາຍໃນ ທີ່ຕິຕຽນ ນະໂຍບາຍ ຊີເຣຍ ໄດ້ຮັບລາຍເຊັນ ຫຼາຍກວ່າ 50 ຄົນ

ທ່ານ Robert Ford ຊຶ່ງເປັນເອກອັກຄະລັດຖະທູດ ສຫລ ປະຈຳຊີເຣຍ ໃນເວລານັ້ນ ພວມໃຫ້ການ ຕໍ່ຄະນະກຳມະການ ຄວາມສຳພັນຕ່າງປະເທດຂອງສະພາສູງ. (31 ຕຸລາ, 2013)

ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ຊີ​ເຣຍ ກ່າວ​ວ່າ ມັນ​ມີ​ຈຳນວນສູງ​ ເປັນ​ພິ ເສດ ຖ້າ​ຫາກບໍ່ແມ່ນວ່າ​ບໍ່​ເຄີຍ​ມີ​ມາ​ກ່ອນ​ທີ່​ພວກ​ນັກ​ການ​ທູດ​ຂອງ​ກະຊວງ​ການຕ່າງປະ ເທດ​ຫຼາຍ​ກວ່າ 50 ຄົນ ​ໄດ້​ພາກັນ​ລົງ​ນາມ​ໃນ​ໂທລະ​ເລກ​ທາງ​ການ​ທູດພາຍ​ໃນ ຕ້ອງ​ຕິ ນະ​ໂຍບາຍ​ລັດຖະບານ​ທ່ານ​ໂອ​ບາ​ມາ.

ທ່ານ Robert Ford ​ໃຫ້ຄວາມ​ເຫັນ ​ຕໍ່​ວີ​ໂອ​ເອ ​ໃນ​ວັນ​ສຸກ​ວານ​ນີ້ ຫຼັງ​ຈາກ​ຮ່າງເອກ​ກະ ສານໃນ​ການສະ​ແດງ​ຄວາມ​ບໍ່ພໍ​ໃຈ​ພາຍ​ໃນ​ຂອງ​ກະຊວງ​ດັ່ງ​ກ່າວ​ໄດ້​ປາກົດ​ໃຫ້​ເຫັນ​ຊຶ່ງ​ຢູ່ໃນ​ນັ້ນ ເຈົ້າໜ້າ​ທີ່ 51 ຄົນ ໄດ້​ຮຽກຮ້ອງ​ໃຫ້ ​ທຳ​ການ​ໂຈ​ມຕີ​ທາງ​ອາກາດ ຕໍ່​ເປົ້າໝາຍ ຂອງ​ອຳນາດ​ການ​ປົກຄອງ​ຊີ​ເຣຍ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນນຶ່ງ​ໃນຄວາມ​ພະຍາຍາມ ເພື່ອ​ກົດ​ດັນ​ໃຫ້ ​ອຳນາດ​ການ​ປົກຄອງ ​ຂອງປະທານາທິບໍດີ Bashar al-Assad ​ເປີດ ການ​ເຈລະຈາ​ທາງ​ດ້ານ​ການ​ເມືອງ.

ທ່ານ Ford ກ່າວ​ວ່າ ​ໃນ​ປະສົບ​ພະກາ​ນຂອງ​ຂ້າພະ​ເຈົ້າຢ້ອນ​ຄືນ​ໄປ​ເມື່ອ​ປີ​ 1985 ຢູ່​ໃນ ກະຊວງ​ການ​ຕ່າງປະ​ເທດ.​ ຂ້າພະ​ເຈົ້າບໍ່​ເຄີຍ​ໄດ້​ຍິນ​ຊ່ອງ​ທາງ ​ໃນການສະ​ແດງ​ຄວາມ​ບໍ່ ພໍໃຈ​ມາ​ກ່ອນທີ່​ມີ 10 ລາຍ​ເຊັນ​ ຊຶ່ງ​ໜ້ອຍ​ກວ່າ 50 ລາຍ​ເຊັນ​ຫຼາຍ.

ທ່ານ​ກ່າວ​ວ່າ ການ​ມີ​ຈຳນວນ​ລາຍ​ເຊັນ​ສູງ ​ແມ່ນ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຈົ້າໜ້າ​ທີ່ໆ​ຮັບຜິດຊອບ​ໃນ​ການຈັດຕັ້ງປະຕິບັດ​ມາດ​ຕະການ​ໃນ​ດ້ານ​ນະ​ໂຍບາຍ​ທາງ ພາກ​ພື້ນດິນ ຢູ່​ໃນ​ຊີ​ເຣຍທີ່​ຊຸກຍູ້​ໃຫ້​ມີ​ການ​ເຈລະຈາ ເພື່ອ​ຫາ​ທາງແກ້​ໄຂ​ທາງດ້ານ​ການ​ເມືອງແລະ​ຮັບ​ມື​ກັບ​ວິ​ກິດ​ການ​ອົບ​ພະຍົບນັ້ນບໍ່​ເຊື່ອ​ວ່າ​ພວກ​ເຂົາ​ເຈົ້າສາມາດ​ບັນລຸ​ເປົ້າ ໝາຍ​ໄດ້​ພາຍ​ໃຕ້​ນະ​ໂຍບາຍ​ໃນ​ປັດຈຸບັນ​ນີ້.

ພວກ​ເຂົາ​ເຈົ້າ ກຳລັງ​ເຕືອນ​ວ່າ ການ​ດຳ​ເນີນ​ການ ​ໃນ​ປັດຈຸບັນ​ນີ້ ບໍ່​ມີ​ທາງ​ທີ່​ຈະ​ສຳ​ເລັດ​ ໄດ້ແລະ​ດັ່ງນັ້ນຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ປ່ຽນ​ແປງ ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Ford ຜູ້​ຊຶ່ງ​ ໃນປັດຈຸບັນ​ນີ້ ​ເປັນ​ນັກວິ​ເຄາະ​ປະຈຳ​ສະ​ຖາ​ບັນ ​ພາກ​ຕາ​ເວັນ​ອອກ​ກາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ