ສະຫະລັດ ຮຽກຮ້ອງໃຫ້ ຈີນ ປ່ອຍໂຕ ທະນາຍຄວາມ ສອງຄົນ ທີ່ຖືກກັກຂັງ

ຮູບພາບທ່ານນາງ Wang Yu ທະນາຍຄວາມຂອງ ນັກເຄື່ອນ ໄຫວ Li Tingting ກ່າວຕໍ່ການໃຫ້ສຳພາດ.

ສະຫະ​ລັດ ​ໄດ້​ຮຽກຮ້ອງ​ໃຫ້​ຈີນ ປ່ອຍທະນາຍຄວາມ ທ່ານ
​ Zhang Kai ​ແລະ​ກຸ່ມ​ສາສະໜາ​ທີ່​ສຳຄັນ ຮວມທັງພວກນັກ
ສອນສາສະໜາຄຣິສ ທີ່​ຖືກ​ກ່າວ​ຫາ​ວ່າ ຂົ່ມຂູ່ຕໍ່​ຄວາມ​ເປັນ
​ລະບຽບຂອງສັງຄົມ ​ແລະ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ. ນັກ​
ຂ່າວ ວີ​ໂອເອ Victor Beattie ລາຍ​ງານວ່າ​ ​ເອກ​ອັກຄະ
​ລັດຖະທູດສະຫະ​ລັດ ປະ​ຈຳ​ສະຫະ​ປະຊາ​ຊາດ ໄດ້​ເລີ້​ມປຸກ
ລະດົມ​ໂຄສະນາ ​ໃຫ້​ປ່ອຍນັກ​ໂທດ​ແຫ່ງຈິດສຳນຶກແມ່ຍິງ
20 ຄົນ ຮວມທັງ​ທະນາຍຄວາມ​ຈີ​ນ ທ່ານ​ນາງ Wang Yu
ຊຶ່ງ ກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

Your browser doesn’t support HTML5

ຟັງລາຍງານ ກ່ຽວກັບ ການຈັບກຸມ ທະນາຍຄວາມ ແລະນັກສາສະໜາ ຢູ່ໃນປະເທດຈີນ

ກ່ອນ​ໜ້າການ​ມາ​ຢ້ຽມຢາມ​ ນະຄອນຫລວງ ວໍ​ຊິງ​ຕັນ ຢ່າງ​ເປັນ​ທາ​ການ​ ເທຶ່ອທຳ​ອິດ ຂອງ
ປະທານ​ປະ​ເທດ​ຈີນ ທ່ານ Xi Jingping ​ໃນ​ທ້າຍ​ເດືອນ​ນີ້ ​ເອກ​ອັກຄະ​ລັດຖະທູດສະ​ຫະ
ລັດ ທີ່ຮັບຜິດຊອບກ່ຽວກັບເສລີພາບ​ທາງດ້ານສາ​ສະໜາ ທ່ານ David Saperstein
ກ່າວ​ວ່າ ການ​ກັກ​ຂັງ​ ບຸກຄົນສຳຄັນທາງ ສາສະໜາ ເມື່ອວັນ​ທີ 25 ​ເດືອນ​ສິງຫາ ທີ່ຮວມ
ທັງ​ທ່ານ​ Zhang ນັ້ນ ​“ເປັນເຫດການ​ທີ່ໜ້າ​ຕົກ​ໃຈເປັນຢ່າງຍິ່ງ.” ມັນ​ໄດ້​ເກີດ​ຂື້ນ​ໃນ​ຂະ
ນະ​ທີ່ທ່ານ​ຕຽມຈະ​ພົບ​ກັບ​ເຂົາ​ເຈົ້າ ​ໃນ​ວັນ​ຕໍ່​ມາ ທີ່​ປະ​ເທດ​ຈີນ.

ທ່ານ Saperstein ຜູ້​ທີ່​ໄດ້​ພົບປະ​ກັບບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຈີນ ກ່ຽວ​ກັບ​ ເສລີພາບ​ທາງ​ສາສະໜາ ກ່າວ​ວ່າ “ບໍ່​ສາມ​າດມີ​ການຂໍ​ໂທດ​ໃດໆ ຕໍ່​ການ​ກັກ​ຂັງ​ບັນດານັກສອນສາ
ສະໜາ​ຜູ້​ສຳຄັນ ທີ່​ໄດ້​ພົບກັບ​ຂ້າພະ​ເຈົ້າ ຫລື ພະຍາຍາ​ມທີ່ຈະ​ພົບ​ກັບ​ຂ້າພະ​ເຈົ້າ.” ທ່ານ
ກ່າວເພີ້ມວ່າ “ການ​ກັກ​ຂັງ​ເຫລົ່າ​ນີ້​ແມ່ນເຂົ້າກັນດີກັບເສັ້ນທາງ​ຂອງການ​ລົບ​ກວນຈາກ
ການຂົ່ມຂູ່ຂອງລັດຕໍ່ບັນດາ​ທະນາຍຄວາມທີ່ຕໍ່ສູ້ຄະດີໃຫ້ສາທາລະນະຊົນນັກເຄື່ອນໄຫວ
ອິນເຕີແນັດ ນັກໜັງສືພິມ ​ແລະ​ບັນດາ​ຜູ້ນຳ​ທາງ​ສາສະໜາ.” ທ່ານ​ກ່າວ​ວ່າມັນໄດ້ເນັ້ນຢ້ຳ
ໃຫ້ເຫັນເຖິງ “ຄວາມ​ບໍ່​ປອດໄພຂອງ​ຊີວິດ​ທາງ​ສາສະໜາ​ ຢູ່​ໃນປະ​ເທດ​ຈີນ.”

​ໂຄສົກ​ກະຊວງ​ຕ່າງປະ​ເທດ ສະຫະລັດ ທ່ານ Mark Toner ກ່າວໃນ​ວັນ​ອັງ ຄານ​ແລ້ວ​ນີ້
​ວ່າ ​ເສລີພາບ​ທາງ​ສາສະໜາ ຢູ່​ໃນ​ປະ​ເທດ​ຈີ​ນ ​ແມ່ນ​ສິ່ງ​ໜຶ່ງ​ທີ່ສະ ຫະລັດ ຈັບຕາ​ເບິ່ງ​ຢ່າງ
​ໃກ້​ຊິດ:

ທ່ານ Tonner ກ່າ​ວວ່າ “ທ່ານ​ຮູ້ບໍ ຂ້າພະ​ເຈົ້າສາມາດ​ເວົ້າ​ໄດ້​ວ່າ ມັນ​ແມ່ນຄວາມ
ເປັນ​ຫ່ວງ​ທີ່​ຍັງ​ມີຢູ່ຕໍ່ມາ ​ແລະ ​ໂດຍ​ສະ​ເພາະ ພຽງ​ແຕ່ອ້າງ​ເຖິງ​ຄະດີ​ຫວ່າງມໍ່ມາ​ນີ້

ທີ່ທະນາຍຄວາມ​ຄົນ​ສຳຄັນດ້ານ​ສິດທິ​ມະນຸດຂອງຊາວຄຣິສຕຽນ ທ່ານ​ Zhang
Kai ​ແລະຜູ້​ຊ່ວຍ​ຂອງ​ທ່ານ​ ໄດ້​ຖືກກັກ​ຂັງ​ໂດ​ຍບັນດາ​ເຈົ້າ​ໜ້າທີ່​ຈີນ. ​ແນ່ນອນ​
ພວກ​
ເຮົາ​ຕ້ອງການ​ຢາກ​ເຫັນ​ທ່ານ​ຖືກ​ປ່ອຍໂຕ ​ແຕ່​ນີ້​ພຽງແຕ່ຊີ້​ບອກ​ໃຫ້​ເຫັນ
ເຖິງ
ວິທີການ ທີ່ກຳລັງດຳເນີນຢູ່ ທີ່​ພວກ​ເຮົາ​ໄດ້​ເຫັນກັນ.”

ທ່ານ Zhang ​ໄດ້ໃຫ້ຄຳແນະນຳ​ແກ່​ໂບດຕ່າງໆ​ຢູ່​ໃນ​ແຂວງ Zhejiang ຂອງ​ຈີນ ວ່າ ​
ໃຫ້ຕ້ານ​ຄຳ​ສັ່ງ​ ໃນການຍ້າຍ​ໄມ້​ກາງ​ເຂນ​ທັງ​ຫລາຍ​ອອກ​ຈາກຫລັງຄາ​ໂບດ. ນັກ​ຄົ້ນ
ຄວ້າຂອງກຸ່ມປົກປ້ອງສິດທິມະນຸດ Human Right Watch ທ່ານ​ນາງ Maya Wang
ຢູ່​ທີ່ Hong Kong ກ່າວ​ວ່າ ທ່ານ Zhang ​ໄດ້​ເຮັດ​ວຽກ​ເປັນ​ເວລາ​ຫລາຍ​ປີ​ ເພື່ອ​ປ້ອງ​
ກັນສິດທິ​ມະນຸດ ຢູ່​ໃນ​ປະ​ເທດ​ຈີນ.

ທ່ານ​ນາງ Wang ກ່່າວ​ວ່າ “ທ່ານແມ່ນ​ເປັນ​ທີ່​ຮູ້​ດີ​ ​ໃນວຽກ​ການປ້ອງ​ກັນຊາ​ວ ຄຣິສ
ຕຽນ ​ແລະ ບັນດາ​ຜູ້​ປະຕິບັດລັດທິ Falun Gong ​ແລະ​ເທື່ອນີ້​ປາກົດວ່າ ທ່ານ

ໄດ້​ພົວພັນ​ຢ່າງ​ເລິກ​ເຊິ່ງ​ກັບຊາວ​ຄຣິສ ຢູ່​ໃນ​ແຂວງ Zhejiang ຊຶ່ງໄມ້​ກາງ​ເຂນ​
ຂອງ​ເຂົາ​ເຈົ້າ ​ໄດ້​ຖືກ​ບັງຄັບ​ໃຫ້​ເອົາ​ລົງ​ຈາກຫຼັງຄາ ໂດຍລັດຖະບານ.”

​ລະຫວ່າງ​ການຢ້ຽມຢາມ​ຂອງ​ທ່າ​ນທີ່ປະ​ເທດ​ຈີນນັ້ນ ທ່ານ Saperstein ​ໄດ້ສະແດງຄວາມ
​ເປັນ​ຫ່ວງ​ຫລາຍ​ຢ່າງ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່ໄປນັ້ນ ໂດຍຮຽກຮ້ອງ​ໃຫ້​ຍຸດຕິ​ການ​ປຸກລະດົມເພື່ອ
ໃຫ້ຍົກຍ້າຍ​ໄມ້​ກາງ​ເຂນ ​ແລະ​ທັບ​ມ້າງ​ໂບດ ​ແລະ​ຍຸດຕິການ​ຮາ​ວິີລົບກວນຕໍ່ບັນດາ​ສະມາ
ຊິກ​ສາສະໜາ​ ທີ່​ບໍ່​ໄດ້​ລົງ​ທະບຽນ ​ແລະ​ຊັ່ງ​ຊາ​ຄືນໃໝ່ ກ່ຽວກັບການຈຳກັດຮັດແຄບຕໍ່ຊາວ​
ພຸດ​ທິ​ເບ​ດແລະຊາວ​ມຸສລິ​ມ Uighur ທີ່​ທ່ານ​ຮ້ອງ​ວ່າ ​ເປັນ​ວິທີການທີ່ບໍ່ສ້າງສັນນັ້ນ. ທ່ານ
ນາງ Wang ກ່າວ​ວ່າ ​ໄດ້​ມີ​ການ​ປາບປາມຊາວ​ຄຣິສ​ໃນແຂວງ Zhejiang ຢູ່​ເຂດ​ແຄມ​ຝັ່ງ​ທະເລ ທີ່​ຖື​ວ່າ​ເປັນໝາກ​ຫົວ​ໃຈ​ຂອງສາ​ສະໜາ​ຄຣິສ ​ໃນ​ປະ​ເທດ​ຈີນ.

ທ່ານນາງ Wang ກ່າວ​ວ່າ “ຢູ່​ໃນແຂວງ​ດັ່ງກ່າວ​ນີ້ ລັດຖະບານ​ໄດ້​ໃຊ້ຂໍ້ອ້າງ ​ເຊັ່ນ​ວ່າ ການລະເມີດ​ກົດລະບຽບ​ບ້ານ​ເຮືອນ ​ແລະ​ອຶ່ນໆ ​ເພື່ອ​ຍົກຍ້າຍ​ໄມ້​ກາງ​ເຂນທີ່​ຕັ້ງ​ຢູ່​
ຕາມ​ໂບດ​ເຫລົ່າ​ນີ້ ​ໂບດຂອງທາງ​ການ ບັນດາ​ໂບດ​ທີ່ໄດ້​ຮັບການ ສະໜັບສະໜູນ

ຂອງລັດຖະບານ​ມາ​ກ່ອນ.”

ນັກ​ຄົ້ນ​ຄ​ຄວ້າ​ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ທ່ານ​ນາງ Maya Wang ຢູ່ທີ່ Hong Kong ກ່າວ​ວ່າ ​ໄດ້​ມີ​ການ​ກີດ​ກັ້ນ​ຫລາຍ​ຂື້ນ ກ່ຽວ​ກັບ​ສິດທິ​ພົນລະ​ເຮືອນ ​ໃນໄລຍະ​ສອງ​ປີ​ທີ່​ຜ່ານ​ມາ ​ແລະ​ມັນ​ເປັນສິ່ງ​ສຳຄັນ​ທີ່​ສຸດແກ່ບັນດາ​ເຈົ້າ​ໜ້າທີ່ສະ
ຫະລັດ ​ຖືເອົາ​ໂອກາດ​ນີ້ຍົກເອົາ​ບັນຫາປ້ອງ​ກັນສິດ ທິ​ມະນຸດ​ ໂດຍທາງດ້ານສ່ວນ​ໂຕ ແລະ​ຢ່າງ​ເປີດ​ເຜີຍ ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໃນ​ລະຫວ່າງ​ການ​ຢ້ຽມ​ຢາມຂອງ​ທ່ານ Xi
ຢ່າງ​ເປັນ​ທາງ​ການ.

ໃນບົດຂຽນ​ຢູ່​ໃນໜັງສືພິມ​ຂອງ​ລັດຖະບານ China Daily ​ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ ​ເອກ​
ອັກຄະ​ລັດ​ທະ​ທູດຈີນ ທີ່​ນະຄອນຫຼວງວໍຊິ​ງຕັນ ທ່ານ Cui Tiankai ກ່າວ​ວ່າ ປະ​ເທດ​ທັງ
​ສອງ​ໄດ້ຜົນ​ປະໂຫຍ​ດຈາກ​ການ​ຮ່ວມ​ມື​ກັນເພີ້ມຂຶ້ນ. ທ່ານ​ກ່າວ​ວ່າ ​ເຖິງ​ມີ​ຄວາມ​ແຕກ​ຕ່າງ
​ກັນ ຮວມທັງການຂັດແຍ້ງໃນທະເລຈີນໃຕ້ແລະ ການໂຈມຕີທາງອິນເຕີແນັດກໍຕາມ ການ
ຮ່ວມມື ບໍ່​ປະ​ເຊີນ​ໜ້າ​ກັນ ​ເປັນ​ກະ​ແຈ​ໄປ​ສູ່​ການ​ແກ້ໄຂ. ທ່ານ​ກ່າວ​ວ່່າ ຄວາມ​ແຕກ​ຕ່າງ​
ເຫລົ່າ​ນັ້ນ ບໍ່​ຄວນ​ອະນຸຍາດ​ໃຫ້​ມາ​ເປັນ​ເລື້ອງ​ໃຫຍ່​ ຕໍ່ລາຍການ​ປະຊຸມ​ຂອງສອງ​ຝ່າຍ.

ໃນຂະນະດຽວກັນ ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ
ທ່ານນາງ Samantha Power ກໍໄດ້ສະຫລອງຂີດໝາຍຄົບຮອບ 20 ປີ ຂອງກອງປະ
ຊຸມ
ນາໆຊາດທີ່ປັກກິ່ງ ວ່າດ້ວຍຄວາມສະເໝີພາບທາງ ເພດແລະສິດທິຂອງພວກແມ່ຍິງ
ຊຶ່ງໄດ້ລິເລີ້ມການປຸກລະດົມໃນວັນອັງຄານແລ້ວນີ້ ເພື່ອເນັ້ນຢ້ຳເຖິງສະຖານະການທີ່
ພວມຊຸດໂຊມລົງຂອງພວກນັກໂທດ ການເມືອງແມ່ຍິງ 20 ຄົນ ຮວມໃນນັ້ນກໍ​ມີ ທະນາຍ
ຄວາມ​ ນັກ​ເຄື່ອນ​ໄຫວ ອາຍຸ 44 ປີ ທ່ານ​ນາງ Wang Yu.

ທ່ານ​ນາງ Power ກ່າວ​ວ່າ “ສຳ​ລັບວຽກ​ການ​ທ່ານ​ນາງ Wang ​ໄດ້​ຖືກ​ຮາ​ວີ ຂົ່​ມຂູ່
​ແລ້ວໃສ່​ຮ້າຍ​ປ້າຍ​ສີ ຢູ່​ໃນສື່​ມວນຊົນຂອງລັດ.ໃນ​ວັນ​ທີ 9 ​ເດືອນ​ກໍລະ​ກົດ ປີ
2015 ນີ້ ທ່ານ​ນາງ Wang ​ເອງກໍ​ໄດ້​ຖືກ​ກັກ​ຂັງ. ພ້ອມ​ທັງ​ສາມີ​ຂອງ​ທ່ານ​ນາງ
​ແລະ​ລູກ​ຊາຍ​ອາຍຸ 16 ປີ. ທ່ານ​ນາງ Wang ​ແລະ​ສາມີ​ຂອງ​ທ່ານ ຍັງ​ຢູ່​ໃນ​ຄຸກ
ບ່ອນທີ່ເຂົາ​ເຈົ້າປະຕິ​ເສດ​ເປັນ​ປະຈຳບໍ່ໃຫ້​ມີ​ການ​ຕິດ​ຕໍ່​ກັບ​ທະນາຍຄວາມ ຢູ່​ໃນ​
ການ​ຄຸມກຸມ ​ແລະ​ຍັງ​ບໍ່​ທັນ​ໄດ້​ມີ​ການ​ກ່າວ​ຫາໃດໆເທື່ອ.
"

ທ່ານ​ນາງ Power ກ່າວ​ວ່າ 20 ປີ​ຫລັງ​ຈາກຄຳປະກາດ​ປັກ​ກິ່ງ ຊື່​ຂອງແມ່ຍິງ ຄົນ​ໜຶ່ງໃນ
ຈຳ​ນວນ 20 ຄົນ ຈະ​ຖືກ​ປ່ອຍ​ໃນແຕ່​ລະ​ມື້​ຂອງ​ອາທິດ ຈົນເຖິງ​ວັນ​ປະຊຸມ​ນາໆ​ຊາດ ໃນ
ວັນທີ 27 ​ເດືອນ​ກັນຍານີ້ ຢູ່​ທີ່​ສຳນັກງານໃຫຍ່​ຂອງສະຫະ​ປະຊາ​ຊາດ ທີ່ນະຄອນ​ນິວ
ຢອກ ທີ່​ໄດ້ແນ​ໃສ່ເພື່ອເຫັນພ້ອມ ​ກັບການຕັ້ງຄວາ​ມ ໝາຍ​ໝັ້ນໃໝ່ ​ເພື່ອຄວາມ​ກ້າວ
ໜ້າ​ຂອງສິດທິ​ແມ່ຍິງ​ສຳລັບໄລຍະ 20