ສຫລ ຈະສືບສວນການໂຈມຕີ ທາງອາກາດ ຢູ່ ໂຊມາເລຍ

ທຸງສະຫະລັດ ແລະທຸງລັດ Hawaii ປີວສະບັດຢູ່ຂ້າງຫລັງ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ທີ່ກອງປະຊຸມບັນດາລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ທີ່ລັດຮາວາຍ.

ທ່ານ Ash Carter ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ກ່າວ​ວ່າ ກອງທັບ​ສະຫະລັດ ຈະ​ສືບສວນເບິ່ງລາຍ​ງານຂ່າວ​ທີ່ມີ​ການຂັດ​ແຍ້ງ​ ​ກ່ຽວ​ກັບການ​ໂຈມ​ຕີ​ທາງ​ອາກາດ​ທີ່​ຮ້າຍ​ແຮງຂອງ​ສະຫະລັດ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ ຢູ່ໃນ​ໂຊ​ມາ​ເລຍ.

ທ່ານ Carter ​ໄດ້​ກ່າວໃນລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວ ຢູ່ທີ່​ລັດ Hawaii ວ່າ “ຢູ່​ໃນ​ເຫດ ການ​ດັ່ງກ່າວ​ນີ້ ​ກໍ​ຄື ​ຢູ່​ໃນ​ເຫດການ​ອື່ນໆ ​ເວລາ​ມີການຕັ້ງ​ຄຳ​ຖາມ​ ກ່ຽວກັບ​ການ​ປະຕິບັດ​ງານໃນ​ການ​ໂຈ​ມຕີ​ທາງ​ອາກາດຂອງສະຫະລັດ ພວກ​ເຮົາກໍ​ຈະ​ຕິດ​ຕາມ​ເບິ່ງ​ການ​ໂຈມ​ຕີ​ເຫຼົ່າ​ນີ້.”

ທ່ານ Carter ກ່າວ​ວ່າ ສະຫະລັດ​ຍັງ​ບໍ່​ທັນ​ໄດ້​ສຶກສາ​ເບິ່ງ ​ການ​ໂຈມ​ຕີທາງ​ອາກາດ​ນີ້ຢ່າງ​ເປັນ​ການສະ​ເພາະ ​ແຕ່ຈະແຈ້ງ​ຜົນ​ການ​ສືບສວນ​ໃຫ້​ຮູ້ເວລາ​ໃດ​ການ​ສືບສວນ​ເສັດ​ສິ້ນລົງ​ແລ້ວ.

ທ່ານ​ໄດ້​ກ່າວ​ເພີ້​ມວ່າ ບໍ່ໄດ້ມີກອງທັບ​ໃດໆ ທີ່ມີ​ຄວາມໝັ້ນໝາຍຕໍ່ “ຫລັກການຂອງ​ການ ທີ່​ເປີດ​ກວ້າງ ​ແລະ​ແຈ້ງ​ຂາວ ​ແລະ​ມີ​ຄວາມຮັບຜິດ​ຊອບ” ຫລາຍ​ໄປ​ກວ່າ​ສະ​ລັດ.

ທ່ານ​ກ່າວ​ວ່າ “ນັ້ນ​ຍັງ​ເປັນ​ທີ່​ຮັບ​ຮູ້​ຄວາ​ມຈິງວ່າ ​ໄດ້​ມີ​ການ​ເຮັດຄວາມ​ຜິດພາດ​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ​ພວກ​ເຮົາ​ພະ​ຍາ​ຍາມ​ຍຶດໝັ້ນ ຢືນ​ຂຶ້ນ ​ແລະ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ ເວ ລາສິ່ງ​ນັ້ນ​ເກີດ​ຂຶ້ນ.”

ລັດຖະບານ​ໂຊ​ມາເລຍ ຮຽກຮ້ອງ​ໃຫ້​ສະຫະລັດ ​ໃຫ້​ຄຳ​ອະທິບາຍ ​ກ່ຽວ​ກັບ​ການ​ໂຈມ​ຕີ​ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່​ໂຊ​ມາ​ເລຍ ​ກ່າວ​ວ່າ ສະມາຊິກ​ກຳລັງຂອງລັດຖະບານທ້ອງ​ຖິ່ນ ​ໃນລັດ Galmudug 13 ຄົນ​ເສຍ​ຊີວິດ.

ທຳນຽບຫ້​າແຈ​ກ່າວ​ໃນ​ການຖະ​ແຫລ​ງ​ໃນ​ວັນ​ພະຫັດ​ທີ່​ຜານ​ມານນີ້​ວ່າ “ການ​ໂຈມ​ຕີ​ປ້ອງ​ກັນ​ໂຕ”​ ​ໃກ້​ກັບ​ເມືອງ Galkayo ​ໄດ້​ເຮັດ​ໃຫ່້​ພວກ​ຫົວ​ຮຸນ​ແຮງ al-Shabab ຢ່າງ​ໜ້ອຍ​ເກົ້າ​ຄົນ​ເສຍ​ຊີວິດ.

ຮອງ​ປະທານລັດ Galmudug ທ່ານ Mohamed Hashi Abdi ກ່າວ​ຕໍ່ວີ​ໂອເອ ພາກພາ ສາ​ໂຊ​ມາເລຍ​ວ່າ ສະຫະລັດ ໄດ້ຮັບການ​ຮ້ອງ​ຂໍ “ທີ່​ບໍ່​ຖືກຕ້ອງ” ​ຈາກພວກເຈົ້າໜ້າທີ່ໃນ ເຂດ​ເຄິ່ງປົກຄອງ​ຕົນ​ເອງ Puntland.

ລັດຖະມົນ​ຕີ​ຄວາມ​ປອດ​ໄພ​ປະຈຳ​ຂົງ​ເຂດ ທ່ານ Osman Isse Nur ຍັງ​ໄດ້​ຕິຕຽນ​ກຳລັງ​ສືບ​ລັບ​ຢູ່​ໃນ​ອຳນາດ​ການ​ປົກຄອງ​ເພື່ອນ​ບ້ານ Puntland ທີ່​ໄດ້​ເອົາ​ຂໍ້​ມູນ​ຜິດພາດ​ໃຫ້​ແກ່​ສະຫະລັດ.

ພວກ​ຊາວ​ເມື​ອງ Galkayo ​ໄດ້​ພາກັນ​ປະ​ທ້ວງ​ການ​ໂຈມ​ຕີ​ໃນ​ວັນ​ພະຫັດ ​ໂດຍ​ການຈູດ​ທຸງ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ