ລມຕ ປ້ອງກັນປະເທດ ສຫລ ພົບປະກັບ ທ່ານ McCain ກ່ຽວກັບ ການໂຈມຕີ ຢູ່ໄນເຈີ

ສະມາຊິກສະພາສູງ ສັງກັດພັກຣີພັບບລິກັນ ທ່ານ John McCain ຈາກລັດ Arizona (ຊ້າຍ) ແລະລັດຖະມົນຕີ ປ້ອງກັນປະເທດ ທ່ານ James Mattis.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ​ໄດ້​ໄປ​ລັດຖະສະພາ ​ໃນ​ວັນ
​ສຸກ​ວານ​ນີ້ ​ເພື່ອ​ພົບ​ປະ​ກັບ ສະມາຊິກ​ສະພາ​ສູງ John McCain ຫລັງ​ຈາກ​ປະທານຄະ
ນະ​ກຳມະການກອງທັບ​ຂອງສະພາ​ສູງ ຂົ່ມຂູ່​ວ່າ ​ຈະສັ່ງໃຫ້ທາງກະຊວງມອບຂໍ້ມູນກ່ຽວ​
ກັບ​ການ​ເສຍຊີວິດ ​ຂອງທະຫານ​ສະຫະລັດ​ສີ່​ຄົນທີ່​ຖືກຂ້າຕາຍ​ຢູ່ປະເທດ​ໄນ​ເຈີ. ຫລັງ​
ຈາກ​ການ​ພົບ​ປະ​ສ່ວນ​ໂຕ​ກັບ ທ່ານ John McCain ​ຢູ່​ໃນ​ຫ້ອງການ​ຂອງ​ທ່ານ​ໃນ​ວັນ
ສຸກ​ວານ​ນີ້ ທ່ານ Mattis ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຮັກສາ​ການ​ຕິດ​ຕໍ່​ໃຫ້​ດີ​ຂຶ້ນ​ກັບ​ລັດ
ຖະສະພາ.

ທ່ານ​ກ່າວ​ວ່າ "ພວກເຮົາ​ສາມາດ​ເຮັດ​ໃຫ້ການ​ຕິດ​ຕໍ່​ດີ​ຂຶ້ນ ພວກ​ເຮົາ​ສາມາດ​ປັບປຸງ
​ການຕິດ​ຕໍ່ ​ແລະ​ນັ້ນ​ແມ່ນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ."

ທ່ານ McCain ກ່າວ​ວ່າ ການພົບ​ປະ​ໄດ້​ຊ່ວຍ​ເຮັດ​ໃຫ້ຊ່ອງທາງໃນການໄດ້ຮັບຂໍ້ມູນດີ
ຂຶ້ນ. ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ມີ​ຄວາ​ມ​ຮູ້ສຶກ​ວ່າພວກ​ເຮົາ​ບໍ່​ໄດ້​ຮັບຂໍ້ມູນ ຢ່າງ​ພຽງພໍ​ ​
ແລະ​ບັດ​ນີ້ພວກ​ເຮົາ​ກຳລັງ​ເຮັດ​ໃຫ້​ຊ່ອງທາງດັ່ງກ່າວດີ​ຂຶ້ນ.”

​ໃນ​ຕົ້ນ​ອາທິດ​ນີ້ ທ່ານ McCain ​ໄດ້​ຂົ່ມຂູ່​ວ່າ ​ຈະ​ໃຊ້​ການ​ຮຽກ​ໂຕ​ ເພື່ອ​ບັງຄັບ ເອົາ​ຂໍ້ມູນ
ຈາກ​ທຳນຽບຫ້າ​ແຈ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທ່ານທຣໍາກ່ຽວ​ກັບ​ການ​ໂຈມ​ຕີ​ຢູ່​ປະເທດໄນ​ເຈີ. ທ່ານ​ໄດ້​ຈົ່ມວ່າ ມັນ​ໄດ້​ງ່າຍ​ກ່ອນ​ທີ່​ຈະ​ໄດ້ຮັບຂໍ້ ມູນກ່ຽວ​ກັບ​ການ​ປະຕິບັດ​ງານຂອງກອງທັບພາຍ​ໃຕ້​ລັດຖະບານອະດີດ​ປະທານ​າ ທິບໍດີ Barack Obama.

ກອງທັບ​ສະຫະລັດ ​ໄດ້​ຖີ້ມ​ໂທດໃສ່​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ກ່ຽວກັບການ​ເສຍຊີ
ວິດຂອງ​ກຳລັງ​ພິ​ເສດ​ສີ່​ຄົນ​ຢູ່​ພາກ​ຕາ​ເວັນ​ຕົກສຽງໃຕ້ ​ຂອງປະເທດໄນ​ເຈີ​ແລະ​ໄດ້ກ່າວ​
ວ່າ ຕົນກຳລັງທຳການ​ສືບ​ສວນ ​ກ່ຽວກັບ​ການ​ໂຈມ​ຕີ ​ໃນ​ວັນທີ 4 ​ເດືອນ​ຕຸລາຢູ່.

ກຳລັງພິ​ເສດ​ສະຫະລັດ ທີ່​ຮູ້​ກັນ​ໃນຊື່ Green Berets ຫາ​ກໍ່​ເສັດ​ສິ້ນ​ປະຊຸມກັບ​ບັນດາ​ຜູ້
ນຳ​ທ້ອງຖິ່ນ ​ແລະ​ໄດ້ຍ່າງ​ກັບ​ຄືນ​ໄປ​ຫາ​ລົດ​ຂອງເຂົາ​ເຈົ້າ​ເວລາ​ຖືກ​ໂຈມ ​ຕີອີງ​ຕາມ​ເຈົ້າ​
ໜ້າ​ທີ່ສະຫະລັດ ຜູ້​ທີ່​ໄດ້​ກ່າວ​ຕໍ່ວີ​ໂອເອ ທີ່​ບໍ່​ປະສົງ​ອອກ​ຊື່ ​ເພາະ​ຍັງ​ຢູ່​ໃນລະຫວ່າງ​ການ​ສືບສວນ.

​ພວກ​ທະຫານ​ກ່າວ​ວ່າ ການ​ປະຊຸມ​ໄດ້ມີການ​ຊັກຊ້າ ​ແລະ​ຈຳນວນນຶ່ງ​ສົງ​ໄສ​ວ່າພວກ​
ຊາວ​ບ້ານໄດ້ຕັ້ງ​ໃຈເຮັດ​ໃຫ້ການ​ເດີນທາງກັບຄືນຂອງເຂົາເຈົ້າຊັກຊ້າ.

ຮູບພາບບັນດາທະຫານກຳລັງພິເສດ ສະຫະລັດ (ຈາກຊ້າຍໄປຫາຂວາ) ສິບເອກ Jeremiah Johnson, ສິບເອກ Bryan Black, ສິບເອກ Dustin Wright ແລະສິບເອກ La David Johnson ທີ່ຖືກສັງຫານຢູ່ໄນຈີ ອາຟຣິກາຕາເວັນຕົກ ວັນທີ 4 ຕຸລາ 2017.

ໃນ​ຕອນ​ຕົ້ນ ທຳນຽບຫ້າ​ແຈ​ໄດ້​ປະກາດ​ວ່າ ທະຫານ​ສີ່​ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ດັກ​ສະ
ກັດ​ຍິງ. ສົບ​ຂອງທະຫານ​ຄົນ​ທີ​ສີ່ ສິບ​ເອກ La David Johnson ​ໄດ້​ຖືກພົບ​ເຫັນ​ດົນ​
ກວ່າ​ນຶ່ງ​ມື້​ຕໍ່​ມາ ​ແລະ​ໄດ້ມີຄຳ​ຖາມ​ຕ່າງໆ​ວ່າ​ວ່າ ​ເປັນ​ຫຍັງ​ຈຶ່ງ​ໄດ້​ໃຊ້​ເວລາ​ດົນແທ້​.

​ໂທລະພາບ CNN ​ໄດ້​ລາຍ​ງານ ​ໃນ​ວັນ​ສຸກວານ​ນີ້​ວ່າສົບ​ຂອງ​ສິບ​ເອກ Johnson ​ໄດ້​
ພົບເຫັນ​ເກືອບ​ນຶ່ງ​ໄມ​ ຫ່າງຈາກ​ບ່ອນ​ຖືກ​ດັກ​ສະກັດໂຈມຕີ. ລາຍ​ງານ​ກ່າວ​ວ່າ ​ພວກ
ເຈົ້າໜ້າ​ທີ່​ກອງທັບຍັງ​ພາກັນ​ຊອກ​ຫາ​ສາ​ເຫດ​ຢູ່ວ່າ ເປັນ​ຫຍັ​ງ ແລະ​ເວລາ​ໃດ​ທີ່ ສິບ​ເອກ Johnson ​ໄດ້​ແຍກ​ອອກ​ຈາກ​ຄະນະຂອງ​ລາວ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ເນັ້ນ​ໜັກ​ວ່າ
ການ​ຊອກ​ຫາ​ສິບ​ເອກ Johnson ​ໄດ້​ເລີ້ມຂຶ້ນ​ໃນ​ທັນ​ທີ.

່ນາງ Myeshia Johnson ຮ້ອງໃຫ້ຢູ່ຫີບສົບ ຢູ່ນະຄອນ Miami ລັດ Florida ວັນທີ 17 ຕຸລາ 2017 ຫລັງຈາກສາມີ ສິບເອກ La David Johnson ຜູ້ທີ່ໄດ້ຖືກດັກສະກັດສັງຫານຢູ່ ໄນເຈີ.

ພວກ​ເຈົ້າ​ໜ້າ​ທີ່​ທຳນຽບຫ້າ​ແຈ​ກ່າວ​ວ່າ ມີ​ທະຫານ​ສະຫະລັດປະມານ 800 ຄົນ​ຢູ່​ໃນ
ປະເທດ​ໄນ​ເຈີ ​ໃນ​ການ​ປະຕິບັດ​ງານ​ເປັນ​ເວລາ​ຫ້າ​ປີ ຕໍ່ຕ້ານກຸ່ມພວກ​ຫົວ​ຮຸນ​ແຮງ
Boko Haram ​ແລະອົງການພວກ​ກໍ່​ການ​ຮ້າຍ​ອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ