ລມຕ ປ້ອງກັນປະເທດ ສະຫະລັດ ຢ້ຽມຢາມ ອັຟການິສຖານ ໂດຍບໍ່ປະກາດ ລ່ວງໜ້າ

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໄປ ເຖິງອັຟການິສຖານ ວັນທີ 12 ກໍລະກົດ 2016.

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter ກຳ​ລັງ​ຢູ່ໃນປະ​ເທດອັຟກາ​ນິ​ສຖານ ພຽງ​ສາມ​ວັນ​ຫຼັງ​ຈາກບັນດາ​ຜູ້ນຳຂອງ​ນາ​ໆ​ຊາດ ​ໄດ້ຕົກ​ລົງໃຫ້ການ​ສະໜັບສະ ໜູນຕໍ່​ປະ​ເທດດັ່ງກ່າວ​ ດ້ວຍ​ທະຫານ​ອົງການ​ເນ​ໂຕ້ປະ ມານ 12,000 ຄົນ ​ແລະ​ໃຫ້ເງິນ​ສະໜັບສະໜູນ​ແກ່ກະຊວງ​ປ້ອງ​ກັນ​ປະ​ເທດ​ ​ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ອັຟກາ​ນິສຖານ ​ໄປ​ຈົນ​ຮອດ​ປີ 2020.

ທ່ານ Carter ​ໄດ້​ພົບ​ປະ​ກັບ ປະທານ​າທິບໍດີ Ashraf Ghani ​ແລະ​ຈະ​ຫາລື ​ກັບນາຍ​ພົນ Mick Nicholson ຜູ້​ບັນຊາ​ການກຳລັງສະຫະລັດ ​ແລະ​ກຳລັງນາໆ​ຊາດ​ຢູ່​ໃນອັ​ຟກາ​ນິສ ຖານ. ນອກ​ນັ້ນ ທ່ານ​ຍັງຈະ​ຂອບ​ໃຈ​ກຳລັງ​ທະ​ຫານ​ສະຫະລັດ ໃນຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ ເພື່ອ​ສ້າງ​ຄວາ​ມທຸ່ນທ່ຽງໃຫ້​ແກ່ ອັຟກາ​ນິສຖານ ​ແລະ​ປ້ອງ​ກັນ​ບໍ່​ໃຫ້ປະ​ເທດ​ດັ່ງ ກ່າວ ​ອີກ​ຄັ້ງ​ນຶ່ງ​ກາຍ​ເປັນ​ບ່ອນຫລົບລີ້ ຂອງພວກ​ກໍ່​ການ​ຮ້າຍ ຜູ້​ທີ່​ປາດ​ຖະໜາ​ຢາກຈະ​ສວຍ​ໃຊ້​ເປັນໂຈມ​ຕີ​ສະຫະລັດ.

ຊາວ​ອັຟກາ​ນິສຖານ​ມີ​ບັນຫາຢູ່​ຫລາຍ​ຢ່າງທີ່​ຈະ​ຕ້ອງ​ໄດ້​ຮັບການ​ແກ້​ໄຂ. ​ໃນ​ຂະ ນະ​ທີ່​ຍັງ​ບໍ່ໄດ້​ຮັບ​ໄຊຊະນະ​ທາງ​ທະຫານ​ທີ່​ສຳຄັນ​ໃດໆໂດຍພວກ​ທາລິບານ​ເທື່ອ ກອງທັບ​ແຫ່ງ ຊາດ ​ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ ​ແມ່ນ ເຫັນ​ວ່າ ມີການ​ບາດ​ເຈັບ ລົ້ມຕາຍເພີ້ມຂຶ້ນ ​ໂດຍ​ສະ​ເພາະ ​ຢູ່ໃນ​ແຂວງ Helmand ບ່ອນທີ່ພວກ​ທາ​ລິ​ບານ​ໄດ້​ຕັ້ງ​ເປັນ​ທີ່​ໝັ້ນນັ້ນ.

ກຳລັງທະຫານສະຫະລັດ ແລະໜ່ວຍຮັກສາຄວາມປອດໄພອັຟການິສຖານ ກຳລັງກວດກາເບິ່ງບ່ອນຖືກວາງລະເບີດສະລະຊີບ.

ທ່ານ Anthony Cordesman ປະທານ ອົງການ Burk ​ຂອງ​ສູນ​ກາງຍຸດ​ທະ​ສາດ ​ແລະ​ກາ​ນຄົ້ນ​ຄວ້າ​ນາ​ໆຊາດ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ກອງ​ທັບອາກາດ​ອັຟ ກາສິ​ນຖານ ມີ​ບັນຫາ​ໃນ​ກາ​ນ​ຂະຫຍາຍໂຕ ຕຳຫລວດ​ອັຟກາ​ນິສຖານ​ປະຕິບັດ​ງານ​ບໍ່​ດີແລະທ່ານກຳລັງ​ມອງ​ເຫັນເສດຖະກິດ​ທີ່ພວມ​ກ້າວເຂົ້າ​ສູ່​ວິ​ກິດ​ການ​.”

ໃນອາທິດ​ແລ້ວ​ນີ້ ປະທານາທິບໍດີ Barack Obama ​ໄດ້​ປະກາດ​ວ່າ ທ່ານ​ຈະ ຖອນ​ທະ ຫານ​ສະຫະລັດ ອອກຈາກອັຟກາ​ນິສຖານຊ້າ​ລົງ. ​ແທນ​ທີ່​ຈະ​ຖອນ​ໃຫ້ ​ເຫລືອຢູ່ 5,500 ຄົນ ​ໃນ​ທ້າຍ​ປີ​ນີ້ ທະຫານ​ສະຫະລັດ 8,400 ຄົນ​ຈະເຮັດ​ໜ້າ ທີ່​ຕໍ່​ໄປ ຢູ່ອັຟກາ​ນິສຖານ​ຈົນ​ຮ​ອດ​ວັນ​ສຸດ​ທ້າຍ​ຂອງ​ການ​ເປັນປະທານາທິບໍດີ ຂອງ​ທ່ານ Obama ​ໃນ​ເດືອນ​ມັງກອນ ປີ 2017.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ