ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ມາກ ແອັສເປີ ໄດ້ເດີນທາງຮອດ ນະຄອນຫຼວງ ແບັກແດດ ໃນການຢ້ຽມຢາມທີ່ບໍ່ໄດ້ປະກາດໃນວັນພຸດວານນີ້ ສຳລັບການເຈລະຈາກັບບັນດາເຈົ້າໜ້າທີ່ ອີຣັກ ກ່ຽວກັບ ການໄປຮອດຂອງກອງກຳລັງ ສະຫະລັດ ລຸນຫຼັງການຖອນອອກຈາກພາກເໜືອຂອງ ຊີເຣຍ ເມື່ອບໍ່ດົນມານີ້.
ກຳລັງທະຫານ 700 ຄົນຫຼືຫຼາຍກວ່ານັ້ນ ໄດ້ເຄື່ອນເຂົ້າໄປ ໃນພາກຕາເວັນຕົກຂອງ ອີຣັກ, ບ່ອນທີ່ເຈົ້າໜ້າທີ່ກອງທັບ 5,000 ຄົນ ພວມປະຈຳການ ຢູ່ທີ່ນັ້ນ. ທ່ານ ແອັສເປີ ໄດ້ກ່າວວ່າ ກຳລັງທະຫານເພີ່ມເຕີມຈະຊ່ວຍປ້ອງກັນ ອີຣັກ ແລະ ສາມາດດຳເນີນການປະຕິບັດການຕໍ່ຕ້ານລັດທິກໍ່ການຮ້າຍ ກັບພວກລັດອິສລາມໃນ ຊີເຣຍ.
ແຕ່ລັດຖະບານ ອີຣັກ ເວົ້າວ່າ ກຳລັງດັ່ງກ່າວບໍ່ໄດ້ຮັບອະນຸຍາດໃຫ້ຢູ່ໃນປະເທດ.
ໃນລະຫວ່າງການຢ້ຽມຢາມຂອງທ່ານ ທີ່ ຊາອຸດີ ອາຣາເບຍ ນັ້ນ, ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໄດ້ກ່າວວ່າ “ໃນທີ່ສຸດຈຸດໝາຍປາຍທາງຂອງເຂົາເຈົ້າກໍຈະແມ່ນກັບຄືນບ້ານ” ໃນ ສະຫະລັດ.
ການຕັດສິນໃຈຢ່າງກະທັນຫັນຂອງປະທານາທິບໍດີ ດໍໂນລ ທຣຳ ເພື່ອຖອນ ກອງກຳລັງ ສະຫະລັດ ເກືອບທັງໝົດອອກຈາກພາກເໜືອຂອງ ຊີເຣຍ ເມື່ອສອງອາທິດທີ່ຜ່ານມາ ໄດ້ນຳໄປສູ່ການໂຈມຕີ ຕໍ່ກອງກຳລັງຊາວ ເຄີດ ໂດຍ ກອງກຳລັງ ເທີກີ ແລະ ນັກຮົບ ຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍ ເທີກີ.
ລັດຖະບານ ອັງກາຣາ ໄດ້ປະກາດໃນວັນອັງຄານວານນີ້ວ່າ ເຂົາເຈົ້າໄດ້ສິ້ນສຸດການໂຈມຕີຂອງເຂົາເຈົ້າ, ໂດຍເວົ້າວ່າ ສະຫະລັດ ໄດ້ບອກເຂົາເຈົ້າວ່າ ນັກຮົບຊາວ ເຄີດ ທັງຫມົດໄດ້ຖອນອອກຈາກຂົງເຂດດັ່ງກ່າວ, ເຊິ່ງມັນໄດ້ເປັນເຂດຄວາມປອດໄພ. ເທີກີ ໄດ້ຕົກລົງໃນອາທິດທີ່ຜ່ານມາ ເພື່ອປະຕິບັດການຢຸດຍິງຫ້າວັນ ຫຼັງຈາກການເຈລະຈາກັບຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌.
ໃນຂະນະດຽວກັນ, ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ກັບຄູ່ຮ່ວມຕຳແໜ່ງຈາກ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ກໍໄດ້ບັນລຸຂໍ້ຕົກລົງນຳກັນໃນວັນອັງຄານວານນີ້ ໃນການຄວບຄຸມພາກພື້ນເຂດຊາຍແດນ ຊີເຣຍ ຮ່ວມກັນ.
ພວກນັກຮົບຊາວ ເຄີດ ຈະຢູ່ຫ່າງຈາກເຂດຊາຍແດນ ເທີກີ-ຊີເຣຍ 30 ກິໂລແມັດ ເຊິ່ງມີຄວາມຍາວທັງໝົດ 440 ກິໂລແມັດ, ແລະ ພ້ອມກັບຖອນກຳລັງອອກຈາກເມືອງ ມານບິດ ແລະ ແທລ ຣີຟາດ.
ຊາວ ເຄີດ ໃນຊີເຣຍ ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບກອງກຳລັງ ສະຫະລັດ ຕ້ານພວກຫົວຮຸນແຮງລັດອິສລາມ. ແຕ່ ເທີກີ ໄດ້ພິຈາລະນາເຂົາເຈົ້າວ່າເຊື່ອມໂຍງກັບພວກແບ່ງແຍກດິນແດນຊາວ ເຄີດ ຜູ້ທີ່ໄດ້ຕໍ່ສູ້ເພື່ອການປົກຄອງຕົນເອງໃນ ເທີກີ ມາດົນນານ. ເທີກີ ໄດ້ເອີ້ນຊາວ ເຄີດ ວ່າພວກກໍ່ການຮ້າຍ.
ຊາວ ເຄີດ ທີ່ມີຄວາມໂມໂຫໄດ້ຮ້ອງດ້ວຍຄຳເວົ້າທີ່ຫຍາບຄາຍ ແລະ ແກວ່ງມັນຝຣັ່ງເໜົ່າໃສ່ຂະບວນລົດ ສະຫະລັດ ໃນຂະນະທີ່ຂະບວນລົດດັ່ງກ່າວໄດ້ເດີນທາງຜ່ານຖະໜົນຕ່າງໆຂອງເມືອງ ດູຮັອກ ໃນເຂດເຄີດິສຖານ ໃນການເດີນທາງໄປ ອີຣັກ.