ຫົວໜ້າກຳມະການກອງທັບທີ່ມີອິດທິພົນຂອງສະພາສູງ ກ່າວວ່າ ຍັງມີຄຳຖາມທີ່ບໍ່ໄດ້
ຮັບຄຳຕອບຫລາຍໆຢ່າງ ກ່ຽວກັບການດັກສະກັດຍິງຢູ່ປະເທດໄນເຈີໃນ ວັນທີ 4 ຕຸລາ
ທີ່ໄດ້ສັງຫານທະຫານສະຫະລັດສີ່ຄົນ.
ເຈົ້າໜ້າທີ່ຂັນສູງປະຈຳທຳນຽບຫ້າແຈສອງທ່ານ ໄດ້ລາຍງານຕໍ່ສະມາຊິກພັກ ຣີພັບບລິ
ກັນ ທ່ານ John McCain ແລະຄະນະກຳມະການຄົນອື່ນໆໃນກອງປະຊຸມປິດລັບໃນວັນພະຫັດວານນີ້. ເຂົາເຈົ້າໄດ້ຟັງລາຍງານຈາກທ່ານ Robert Karem ລັດຖະມົນຕີຊ່ວຍ ຮັບຜິດຊອບກິດຈະການດ້ານຄວາມປອດໄພສາກົນ ແລະນາຍພົນອາກາດຕີທະຫານ
Albert Elton ຮອງຫົວໜ້າການປະຕິບັດງານພິເສດ ແລະຕໍ່ຕ້ານການກໍ່ການຮ້າຍ.
ທ່ານ McCain ກ່າວວ່າ ທ່ານມີຄວາມພໍໃຈກັບການຮ່ວມມືຈາກທຳນຽວຫ້າແຈ ແຕ່ວ່າ
ຍັງມີອີກຫລາຍຢ່າງທີ່ທ່ານຕ້ອງການຮູ້.
ທະຫານກຳລັງພິເສດ ຈາກຊ້າຍໄປຫາຂວາ ສິບເອກ Jeremiah Johnson ສິບເອກ Bryan Black ສິບເອກ Dustin Wright ແລະສິບເອກ La David Johnson ທີ່ຖືກລັກສະກັດຍິງສັງຫານຢຸ່ໄນເຈີ ວັນທີ 4 ຕຸລາ 2017.
ທ່ານ McCain ກ່າວຕໍ່ບັນດານັກຂ່າວວ່າ “ຍຸດທະສາດແມ່ນຫຍັງ ເປັນຫຍັງພວກເຮົາ
ຕົກໃຈ? ມີຢູ່ 100 ຄຳຖາມທີ່ຕ້ອງການທີ່ຈະຕອບ.” ທ່ານກ່າວວ່າ ການເສຍຊີວິດຢູ່
ປະເທດໄນເຈີ ໄດ້ເປັນຜົນຂອງໂຊກບໍ່ດີ ແລະຍຸດທະສາດບໍ່ດີ.
ທ່ານ McCin ກ່າວວ່າ ທ່ານຍັງຢາກຮູ້ວ່າເປັນຫຍັງໃຊ້ເວລາສອງມື້ ໃນການເກັບກຳເອົາ
ຊາກສົບສິບເອກ La David Johnson.
ສະມາຊິກສະພາສູງ ທ່ານ Richard Blumenthal ສັງກັດພັກເດໂມແຄຣັດ ຈາກລັດ Connecticut ກ່າວຕໍ່ບັນດານັກຂ່າວ.
ສະມາຊິກສະພາພັກຣີພັບບລິກັນ ຈາກລັດ Texas ທ່ານ Ted Cruz ກ່າວວ່າ ທ່ານໄດ້
ອອກມາຈາກລາຍງານດ້ວຍການລົງຄວາມເຫັນຂັ້ນຕົ້ນວ່າ “ບໍ່ມີບາດ ກ້າວອັນສຳຄັນທີ່
ສາມາດປ້ອງກັນການໂຈມຕີດັ່ງກ່າວ.”
ສະມາຊິກສະພາຕໍ່າ ທ່ານ Marc Veasey ສັງກັດພັກເດໂມແຄຣັດ ຈາກລັດ Texas ໂອ້ລົມກັບສື່ມວນຊົນ.
ແຕ່ວ່າ ທ່ານ Richard Blumenthal ທີ່ສັງກັດພັກເດໂມແຄຣັດ ຈາກລັດ Connecticut ໄດ້ຕິຕຽນໃນອັນທີ່ທ່ານຮ້ອງວ່າ ການຂາດການສືບລັບແລະການສະໜັບສະໜູນທາງອາ
ກາດ ທີ່ເຮັດໃຫ້ຊາວອາເມຣິກັນເສຍຊີວິດຢູ່ໄນເຈີ.
່ນາງໝ້າຍ Myeshia Johnson ພັນລະຍາຂອງມື້ລາງ ສິບເອກ La David Johnson ຜູ້ທີ່ຖືກລອບດັກສະກັດສັງຫານຢູ່ໄນເຈີ.
ທ່ານ Blumenthal ກ່າວວ່າ “ຂ້າພະເຈົ້າບໍ່ສາມາດເບິ່ງຕາຂອງບັນດາຄອບຄົວເຫລົ່າ
ນັ້ນ ແລະກ່າວວ່າ ພວກເຮົາທຳທຸກສິງທຸກຢ່າງ ທີ່ພວກເຮົາຕ້ອງ ເຮັດເພື່ອສະໜອງ
ການສືບລັບໃຫ້ພຽງພໍ ເພື່ອຈະຊ່ວຍເຂົາເຈົ້າໃຫ້ໄດ້ຮັບຜົນ ສຳເລັດໃນການປະຕິບັດ
ງານເຂົາເຈົ້າ ແລະຫລີກລ່ຽງຄວາມພິນາດ່ດັ່ງກ່າວ ທີ່ພວກເຮົາໄດ້ເຫັນ.”
ທ່ານ Blumenthal ສະຫລຸບການສືບສວນກ່ອນເຮັດການຕັດສິນໃຈດັ່ງກ່າວ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US Niger Ambush