ຫົວໜ້າກະຊວງປ້ອງກັນປະເທດ ສະຫະລັດ ຢ້ຽມຢາມອີຣັກ ຊັ່ງຊາການສູ້ລົບກັບ ລັດອິສລາມ

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ກ່າວຕໍ່ ກອງທະຫານ ທີ່ຖານທັບ Incirlik ໃນເທິກີ 15 ທັນວາ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເ​ທດ ສະຫະລັດ ທ່ານ Ash Carter ​
ໄດ້​ຢ້ຽມຢາມ​ອີຣັກ ​ໂດຍ​ທີ່​ບໍ່ໄດ້​ປະກາດ​ລ່ວງ​ໜ້າ ອັນ​ເປັນ​ພາກ​
ສ່ວນການ​ເດີນທາງ ​ເພື່ອ​ຊອກ​ຫາ​ການ​ຊ່ວຍ​ເຫລືອ​ໃນ​ການ​ສູ້
​ລົບ​ຕ້ານ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ຄາດ​ວ່າທ່ານ Cater ​ຈະ​ພົບ​ປະ​ກັບ ບັນດາ​ຜູ້ນຳ​ອີຣັກ ພ້ອມ​
ດ້ວຍ​ບັນດາ​ຜູ້​ບັນຊາ​ການ​ທະຫານຂອງ​ທ່ານ ​ເພື່ອ​ນຳ​ເອົາ​
ການ​ຊັ່ງ​ຊາ​ທາງ​ທະຫານ ​ແລະ​ສິ່ງ​ໃດໆ​ອີກທີ່​ຈະ​ຕ້ອງ​ໄດ້ເຮັດ.

ສະຫະລັດ ​ໄດ້​ໃຫ້ການ​ສະໜັບສະໜູນ​ກຳລັງ ອີຣັກ ດ້ວຍ​ການ
​ໂຈມຕີ​ທາງ​ອາກາດ ນັບແຕ່​ເດືອນ​ສິງຫາ​ປີ​ກາຍ​ນີ້ ​ແ​ຕ່ນັ້ນ​ມາກໍ
ບໍ່​ໄດ້​ສົ່ງ​ທະຫານ​ທາງພາກ​ ພື້ນ​ດິນໄປສົມທົບ.ພວກ​ນັກ​ລົບ​ອິສລາມ ຍັງ​ຄວບ​ຄຸ​ມ​ເຂດສ່ວນ​ໃຫຍ່ຢູ່​ພາກ​ເໜືອ ​ແລະ​ພາກ​ຕາ​ເວັນ​ຕົກ​ອີຣັກ ຮວມທັງຫລາຍ​ໂຕ​ເມືອງ​ທີ່​ສຳຄັນ.

ທ່ານ Carter ​ໄດ້​ຢຸດ​ແວ່​ຢູ່​ ອີຣັກ ຫລັງຈາກ​ການ​ຢ້ຽມຢາມ​ຂອງ​ທ່ານ ທີ່​ເທິ​ກີ ບ່ອນ​ທີ່​ທ່ານ
ໄດ້​ຮຽກຮ້ອງ​ໃຫ້ ກຳລັງ​ອາກາດ​ເທີ​ກີ ​ແລະ​ການ​ສະໜັບສະໜູນ​ທາງ​ພາກ​ພື້ນ​ດິນ​ແກ່ ການ
​ນຳພາ​ແນວ​ໂຮມ ສະຫະລັດ ​ແລະ​ກົດດັນໃຫ້​ເທິ​ກີ ຮັກສາ​ຊາຍ​ແດນ​ຂອງ​ຕົນ​ໃຫ້​ດີ​ຂື້ນ ​ເພື່ອ
​ຊ່ວຍ​ປ້ອງ​ກັນ​ພວກ​ນັກ​ລົບ ​ເຂົ້າ​ໄປຍັງ ຊີ​ເຣຍ.

ທ່ານ​ຍັງ​ໄດ້​ຍິນ​ດີ ນຳການ​ປະກາດ​ຂອງ ຊາ​ອຸ​ດີ ອາຣາ​ເບຍ ສຳລັບ 34 ປະ​ເທດ ພັນທະ
​ມິດ​ອິສລາມ ທີ່​ຈະ​ຕໍ່​ສູ້​ກັບ​ການ​ກໍ່​ການຮ້າຍ.

ທ່ານ Carter ກ່າວໂດຍ​ການ​ໃຊ້​ຊື່ຫຍໍ້​ຂອງ ລັດ​ອິສລາມ “ປາກົດ​ວ່າ ມັນ​ໄດ້ຢູ່່​ໃນ​ຖັ້ນ​ແຖວ
ຂອງ​ສິ່ງທີ່​ພວກ​ເຮົາ​ໄດ້​ຮຽກຮ້ອງມາ​ເປັນ​ເວລາ​ນານ ຊຶ່ງ​ເປັນ​ການ​ພົວພັນ​ທີ່​ໃຫຍ່​ຂື້ນທາງ
​ທະຫານ ​ໃນ​ການສູ້​ລົບ​ກັບ ISIL ຈາກ​ບັນດາ​ປະ​ເທດອາຣັບ Sunni” ຂ້າພະ​ເຈົ້າ ​ແລະ
​ຄົນອຶ່ນໆ ​ໄດ້​ຮຽກຮ້ອງ​ໃຫ້ ຊາ​ອຸ​ດີ ອາຣາ​ເບຍ ຢູ່​ເປັນ​ປະຈຳ ​ແລະ​ປະ​ເທດ​ອຶ່ນໆ ​ເພື່ອ​ໃຫ້​
ເພີ້ມທາງ​ທະຫານ​ຫລາຍຂື້ນ ​ເພື່ອ​ເອົາ​ໄຊຊະນະ ISIL. ລັດຖະມົນຕີ ຕ່າງປະ​ເທດ ຊາ​ອຸດີ
ທ່ານ Adel al-Jubeir ບໍ່​ໄດ້​ກ່າວ​ເຖິງ​ການ​ສົ່ງ​ທະຫານ​ທາງ​ພາກ​ພື້ນ​ດິນ ອັນ​ເປັນ​ພາກ
ສ່ວນນ່ຶງ​ໃນ​ຄວາມ​ພະຍາ​ຍາມ​ພັນທະ​ມິດ. ທ່ານກ່າວ​ວ່າ ການ​ຊ່ວຍເຫລື​ອຈະມີ​ໃຫ້​ແຕ່​ລະ​ກໍລະນີ ​ແລະ​ນັ້ນ​ “ບໍ່​ມີຂ​ອບ​ເຂດ​ຈຳກັດ” ວ່າ​ຈະ​ຖືກ​ສົ່ງ​ໄປ​ໃສແດ່.

ພັນທະ​ມິດດັ່ງກ່າວ ບໍ່​ໄດ້​ຮ່ວມ ອິຣັກ ຊີ​ເຣຍ ຫລືອີຣ່ານຊ່ຶງເປັນຄູ່​ແຂ່ງຂອງຊາ​ອຸ​ດີນັ້ນ.