ລມຕ. ປ້ອງກັນປະເທດ ສຫລ ພົບທ່ານ Netanyahu ນາຍົກອິສຣາແອລ

ທ່ານ Ash Carter (ຊ້າຍ) ຈັບມືກັບທ່ານ Benjamin Netanyahu ທີ່ນະຄອນ Jerusalem, 21 ກໍລະກົດ, 2015.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash
Carter ​ແມ່ນ​ກຳລັງ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ Israel
ທ່ານ Benjamin Netanyahu ​ເພື່ອ​ໂອ້​ລົມ​ສົນທະ​ນາ ທີ່ມີຂຶ້ນ
ນຶ່ງອາທິດຫລັງຈາກ​ການ​ບັນລຸ​ຂໍ້​ຕົກລົງກ່ຽວກັບ​ໂຄງການ​ອາວຸດ
​ນິວ​ເຄລຍອີຣ່ານ ທີ່ທ່ານ Netanyahu ຄັດຄ້າ​ນຢ່າງ​ແຂງ​ຂັນ.

ທ່ານ Carter ຫາທາງ​ໃຫ້ການ​ຄ້ຳປະກັນແກ່ Israel ​ໃນ​ວັນ​ຈັນ
​ວານ​ນີ້ ໂດຍເອີ້ນປະເທດ ດັ່ງກ່າວວ່າ ເປັນຖານ​ຍຸດ​ທະ​ສາດ
ອາ​ເມຣິກາ​ໃນພາກ​ຕາ​ເວັນ​ອອກ​ກາງ.

ທ່ານ Netanyahu​ໄດ້ ກ່າວ​ຢ່າງ​ເປີດ​ເຜີຍ​ຕໍ່ຕ້ານການ​ເຈລະ​ຈາ
ກ່ຽວກັບໂຄງການ​ອາວຸດ​ນິວ​ເຄລຍຕະຫລອດທັງ​ຂັ້ນ​ຕອນ​ການ​ປະຕິບັດ​ງານ ​ແລ້ວໄດ້​ກ່າວ​ໃນ​ສັບປະດາ​ທີ່​ແລ້ວ​ນີ້ ຫຼັງ​ຈາກ​ທີ່ສະຫະລັດ ອັງກິດ ຈີນ ​ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ທີ່​ໄດ້
​ບັນລຸ​ຂໍ້ຕົກລົງ ທີ່ມີ ການຄອງຄອຍຖ້າມາ​ນານ​ນັ້ນ​ວ່າ ມັນ​ເປັນ “ການ​ຜິດພາດ​ທີ່​ໃຫຍ່​ຫຼວງ​ເປັນປະວັດ​ການ.”

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ຂໍ້​ຕົກລົງ​ທີ່​ວ່າ​ນີ້ ຢ່າງ​ເປັນ​ເອກ​ກະສັນ ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ການ​ຕຳ​ນິຕິ​ຕຽນ​ເພີ້​ມຕື່ມ ​ຈາກ​ເອກ​ອັກຄະ​ລັດຖະທູດ​ຂອງ Israel ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ທ່ານ Ron Prosor ຊຶ່ງ​ທ່ານ​ໄດ້​ເອີ້ນ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້​ວ່າ ​ເປັນ​ໄພພິບັດ.

ທ່ານ Prosor ​ໄດ້​ກ່າວ​ວ່າ: “ອິຣ່ານ ຈະ​ມີ​ຫງົບປະມານ​ໃນ​ການ​ສະໜັບ​ສະນຸນກຸ່ມ​ກໍ່​ການ​ຮ້າຍ 150 ພັນ​ລ້ານ​ໂດ​ລ່າ ຊຶ່ງ​ມີ​ເງິນ​ຈຳນວນ​ເທົ່າ​ໃດ ທີ່​ສົ່ງໄປ​ສະໜັບສະໜຸນ​ກຸ່ມ Hezbollad ແລະກຸ່ມ Hamas? ມີ​ເງິນ​ຈຳນວນ​ຫຼາຍ​ປານ​ໃດ​ຈະ​ໄປ​ຊ່ອຍ​ທ່ານ Assad? ​ແລະ​ຍັງ​ມີ​ເງິນ​ອີ​ກຫຼາຍ​ປານໃດ ທີ່​ຈະ​ເຂົ້າ​ໄປ​ຊ່ອຍ​ກິດຈະກຳ​ຂອງກຸ່ມ​ກໍ່ການ​ຮ້າຍ​ໃນ​ທົ່ວ​ໂລກ.”

ເອກ​ອັກຄະ​ລັດຖະທູດ​ຂອງສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha Power ​ໄດ້​ກ່າວ​ສັນລະ​ເສີນສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຖື​ວ່າ​ ເປັນ​ການ​ທົດ​ສອບ​ທາງ​ການ​ທູດ,” ​ໃນ​ຂະນະດຽວ​ກັນ​ນີ້ ​ກໍກ່າວເພີ້​ມຕື່ມ​ວ່າ ຂໍ້​ຕົກລົງ​ທີ່​ວ່າ​ນີ້ ບໍ່​ໄດ້​ເຮັດໃຫ້ຄວາມ​ກັງວົນ​ຂອງ​ຊາວ​ອາ​ເມຣິກັນໝົດໄປ ກ່ຽວ​ກັບ​ອີ​ຣ່າ​ນ. ທ່ານ​ນາງ​ໄດ້​ກ່າວ​ວ່າ ຄວາມ​ເປັນ​ຫວ່ງກັງວົນ​ທີ່​ວ່າ​ນີ້​ ແມ່ນ​ຮວມທັງການລະ​ເມີດ​ສິດທິ​ມະນຸດ ການ​ທີ່​ອິຣ່ານ​ໃຫ້ການ​ສະໜັບສະໜຸນ​ຕໍ່​ກຸ່ມກໍ່ການຮ້າຍ​ແລະ​ໂຄງການລູກສອນໄຟຂີ​ປະ​ນາ​ວຸດ​.

​ໃນ​ຂະນະ​ດຽວ​ກັນ​ນີ້ ລັດຖະມົນ​ຕີ​ການຕ່າງປະເທດຝຣັງທ່ານ Lauren Fabius ​ໄດ້​ປະ ກາດ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ, ທ່ານ​ຈະ​ເດີນທາງ​ໄປ​ຍັງ​ອິຣ່ານ ​ໃນ​ສັບປະດາ​ໜ້າ ​ເພື່ອ​ໄປຢ້ຽມຢາມ ຊຶ່ງ​ຈະ​ຮວມທັງການ​ພົບ​ປະ​ກັບ​ປະທານາທິບໍດີ Hassan Rouhani. ທ່ານ Fabius ​ໄດ້​ກ່າວ​ໃນ​ສັບປະດາ​ແລ້ວ​ນີ້​ວ່າ ​ຄູ່​ຕຳ​ແນ່​ງຝ່າຍ​ອິຣ່ານ ທ່ານ Mohammad Javad Zarif ​ໄດ້​ເຊື້ອ​ເຊີນ​ທ່ານ​ໄປ​ຢ້ຽມຢາມ​ນະຄອນເຕຫະຣານ ​ໃນ​ຕອນ​ສິ້ນ​ສຸດ​ການໂອ້​ລົມ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍ.

ເບິ່ງວີດີໂອກ່ຽວຂ້ອງ: