ລມຕ ກະຊວງປ້ອງກັນປະເທດ ສະຫະລັດ ພົບປະກັບຜູ້ນຳ ຊາວເຄີດ

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ກາງ) ຍ່າງກັບລັດຖະມົນຕີ Peshmerga ທ່ານ Mustafa Sayid Qadir (ຂວາ) ແລະ ທ່ານ Falah Mustafa (ຊ້າຍ) ລັດຖະມົນຕີ ຕາ່ງປະເທດ ຂົງເຂດ Kurdistan.

ລັດຖະມົນຕີ ປ້ອງ​ກັນ​ປ​ະ​ເທດ ສະຫະລັດ ທ່ານ Ash Carter
ກຳລັງ​ພົບ​ປະ​ກັບ ບັນດາ​ຜູ້ນຳຊາວເຄີ​ດ ລະຫວ່າງ​ການ​ຢ້ຽມ
ຢາມ ທີ່ບໍ່​ປະກາດກ່ອນ​ລ່ວງໜ້າ ຢູ່​ທີ່​ນະຄອນຫລວງ ຂອງ
​ເຂດ​ Kurdistan ໃນ​ອີຣັກ.

ທ່ານ Carter ​ໄດ້​ໄປ​ເຖິງ​ເ​ມືອງ Ibil ໃນຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້
​ບ່ອນ​ທີ່ຄາດກັນວ່າ ທ່ານ​ຈະໄດ້​ປຶ​ກສາ​ຫາລື​ກັບປະທານາທິ
ບໍດີ​ເຂດ Kudistan ທ່ານ Masoud Barzani ພັນທະ​ມິດທີ່​
ສຳຄັນ​ຂອງວໍ​ຊິງຕັນ.

ພວກ​ນັກ​ລົບ​ peshmerga ຂອງຊາວເຄີດ ​ໄດ້​ກາຍເປັນ​ນຶ່ງ​
ໃນ​ກຳລັງທີ່ມີຄວາມ​ ສາມາດທີ່​ສຸດ ​ໃນ​ການ​ສູ້​ລົບຕ້ານພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ໃນ​
ເຂດປົກຄອງ​ຕົນ​ເອງ​ຂອງຊາວເຄີດໃນພາກ​ເໜືອ​ອີຣັກ ​ແລະ​ຢູ່ປະ​ເທດ​ຊີ​ເຣຍທີ່ເປັນ​ເພື່ອນ​
ບ້ານ.

ສະຫະລັດ ​ໄດ້ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ຄວາມ​ປອດ​ໄພ​ແກ່ກຳລັງ peshmerga ​ແຕ່ທ່ານ
Barzani ​ໄດ້ຕໍ່ວ່າຊ້ຳແລ້ວຊ້ຳອີກວ່າ ​ການ​ສະໜັບສະໜູນ​ດັ່ງກ່າວບໍ່​ເປັນ​ທີ່​ພຽງພໍ ທີ່​ຈະທຳ
ການສູ້ລົບ​ກັບພວກ​ຫົວ​ຮຸນ​ແຮງລັດອິສລາມ ໄດ້ຢ່າງສຳ ເລັດຜົນ.

ທ່ານ Carter ​ໄດ້​ໄປ​ເຖິງເຂດ Kurdistan ນຶ່ງ​ມື້ຫລັງຈາກ​ໄດ້ໄປຢ້ຽມຢາມ ນະຄອນຫຼວງ
Bagdad ບ່ອນ​ທີ່​ທ່ານ​ໄດ້ຊັ່ງຊາດ້ວຍຕົນເອງ​ເບິ່ງ​ການ​ປະຕິບັດງານຮ່ວມລະຫວ່າງສະຫະ ລັດ ​ແລະ​ທະຫານ​ອີຣັກ ​ໃນຄວາມພ​ະຍາ​ຍາມເພື່ອ ສະກັດກັ້ນການບຸກ​ຄືບ​ໜ້າຂອງພວກ
​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກ ​ໄດ້​ຕິ​ຕຽນ​ ຫົວໜ້າທໍານຽບຫ້າ​ແຈ​ຢ່າງ​ແຮງ ​ໃນ​ເດືອນ​ພຶດສະພາຜ່ານ
ມາ ຫລັງ​ຈາກ​ທ່ານ ​ໄດ້​ຈົ່ງວ່າ​ກອງ​ທະຫານ​ອີຣັກວ່າ “ບໍ່​ສະ​ແດງ​ໃຫ້ເຫັນເຖິງຄວາມເຕັມໃຈ ທີ່ຈະ​ສູ້​ລົບ” ​ໃນ​ຂະນະ​ທີ່​ພວກ​ກະບົດ ເຂົ້າຍຶດ​ເອົາ​ເມື​ອງ Ramadi ​ເມືອງ​ຫລວງ​ຂອງ​ແຂວງ Anbar.

​ແຕ່​ວ່າ ຢູ່​ບ່ອນ​ຢຸດແວ່ຢ້ຽມຢາມ​ເຕັມ​ມື້​ແຫ່ງທຳ​ອິດ ​ໃນ​ວັນ​ພະຫັດ​ວານ​ນີ້ ຫົວໜ້າ​ກະຊວງ
ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້ຍ້ອງຍໍ​ສັນລະ​ເສີນ ກອງ​ທະຫານຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ
ຂອງອີຣັກ ທີ່​ນຸ່ງ​ເຄື່ອງ​ແບບສີ​ດຳ ​ໃນ​ຂະນະ​ທີ່​ທ່ານເບິ່ງ​ການ​ສະ ແດງສີມື​ຂອງພວກ​ເຂົາ
​ເຈົ້າ​ຢູ່​ບ່ອນ​ເຝິກ​ຊ້ອມ​ຍິງ​ປືນ.

Your browser doesn’t support HTML5

US Iraq Carter