ລັດຖະບານ ສະຫະລັດ ສະເໜີ ຕັດງົບປະມານ ດ້ານປ້ອງກັນປະເທດ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon E. Panetta (ຊ້າຍ) ແລະນາຍພົນ Martin E. Dempsey ປະທານເສນາທິການຮ່ວມກອງທັບສະຫະລັດ ຖະແຫຼງຕໍ່ສື່ມວນຊົນ ທີ່ທຳນຽບຫ້າແຈ ກ່ຽວກັບການ ຕັດງົບປະມານ ດ້ານປ້ອງກັນປະເທດ ຂອງສະຫະລັດ (26 ມັງກອນ 2012)

ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ຕົນ​ຈະນຳ​ສະ​ເໜີ​ຕໍ່​ລັດຖະສະພາ​ໃຫ້ຕັດ​ກຳລັງ​
ພາກພື້ນດິນ​ຂອງ​ສະຫະລັດ​ລົງ 100,000 ຄົນ ​ຊຶ່ງ​ເປັນ​ພາກສ່ວນ​ນຶ່ງຂອງ​ແຜນ​ການ​ຕັດ​ງົບ
ປະມານ​ລົງ​ເກືອບ 500 ພັນ​ລ້ານ​ໂດ​ລາ​ໃນ​ໄລຍະ 10 ປີ​ຕໍ່ໜ້າ ​ແຕ່ພວກ​ນັກ​ຊ່ຽວຊານ​ກ່າວ
ວ່າ ຜົນ​ກະທົບ​ແມ່ນ​ຈະ​ບໍ່​ຮ້າຍ​ແຮງໄປກວ່າທີ່​ເບິ່ງ​ຄື​ວ່າ​ອາດຈະ​ເປັນນັ້ນ.

ທ່ານ Leon Panetta ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ ກ່າວ​ຕໍ່ພວກ​ນັກ​
ຂ່າວ​ທີ່​ທຳນຽບຫ້າ​ແຈ​ ໃນ​ວັນ​ພະຫັດ​ວານ​ນີ້ວ່າ ລັດຖະບານ​ສະຫະລັດ​ຈະຮ້ອງ​ຂໍ​ໃຫ້​ຕັ້ງງົບ
ປະມານດ້ານ​ປ້ອງ​ກັນ​ປະ​ເທດໃນ​ມູນ​ຄ່າ 525 ພັນ​ລ້ານ​ໂດ​ລາສຳລັບ​ປີ 2013 ຊຶ່ງ​ຈຳນວນ
ດັ່ງກ່າວແມ່ນ 6 ພັນ​ລ້ານ​ໂດ​ລາ​ ແມ່ນ​ໜ້ອຍ​ກວ່າສົກ​ງົບປະມານ​ປີນີ້ທີ່​ຈະ​ສິ້ນສຸດ​ລົງ​ໃນ​ວັນ​
ທີ 30 ກັນຍາ​ຈະ​ມາ.

ແຕ່​ນັກ​ຊ່ຽວຊານ Ralph Cossa ຫົວໜ້າ​ກຸ່ມ​ຟໍຣຳປາຊີ​ຟິກກ່າວ​ວ່າ ຈຳນວນ​ທີ່ສະ​ເໜີ​ໃຫ້
ມີ​ການ​ຕັດແມ່ນ​ການຫຼຸດລົງ​ໃນ​ການ​ໃຊ້​ຈ່າຍ​ທີ່​ຄາດ​ຄະ​ເນ​ວ່າ​ຈະ​ມີ​ຂຶ້ນບໍ່​ແມ່ນ​ການ​ໃຊ້​
ຈ່າຍ​ປັດຈຸບັນ.

ທ່ານ Cossa ​ເວົ້າວ່າ ການ​ຕັດດັ່ງກ່າວ​ແມ່ນ​ໝາຍ​ຄວາມ​ວ່າ​ງົບປະມານ​ຈະເພີ່ມຂຶ້ນໜ້ອຍ
ລົງ ປີ​ຕໍ່​ປີ ກວ່າ​ທີ່​ໄດ້​ວາງ​ແຜນ​ໄວ້​ ໃນເມື່ອ​ກ່ອນ.

ທ່ານ Panetta ກ່າວ​ວ່າ ​ແຜນການ​ທີ່​ວ່າ​ນີ້ ​ແມ່ນ​ຈະ​ເພີ່ມ​ງົບປະມານຂອງ​ທຳນຽບຫ້າ​ແຈ​
ຂຶ້ນ​ເປັນ 567 ພັນ​ລ້ານ​ໂດ​ລາ ພາຍ​ໃນ​ປີ 2017.

ທ່ານ Panetta ກ່າວ​ໃນວັນ​ພະຫັດ​ວານ​ນີ້ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ຍັງ​ໄດ້​
ຮ້ອງ​ຂໍ​ເງິນ​ເພີ່ມ​ຕື່ມ 88 ພັນ​ລ້ານ​ໂດ​ລາສຳລັບ​ການ​ປະຕິບັດ​ງານ​ຢູ່ໃນ​ຕ່າງປະ​ເທດ​ເພື່ອ​ສືບ
ຕໍ່​ໃຫ້ການ​ສະໜັບສະໜຸນ​ ທະຫານ​ອະ​ເມຣິກັນ​ ຢູ່​ໃນ​ອັຟກາ​ນິສຖານ. ​ແຜນການ​ທີ່​ວ່າ​ນີ້​ຍັງ​
ຮວມທັງ​ການ​ປ່ຽນ​ແປງ​ທີ່​ເພັງ​ເລັ່ງ​ໃສ່​ເຂດ​ເອ ​ເຊຍ​ປາຊີ​ຟິກ​ແລະ​ພາກ​ຕາ​ເວັນ​ອອກ​ກາງ.

ທ່ານ Cossa ​ແລະ​ກຸ່ມ​ຟໍຣຳປາຊີ​ຟິກ ກ່າວ​ວ່າ ການ​ຕັດ​ທີ່​ສຳຄັນ​ທີ່​ສຸດ​ກໍ​ຈະ​ແມ່ນຈຳນວນ​
ຂອງ​ກຳລັງ​ພາກພື້ນດິນ ​ແຕ່​ທ່ານ​ກ່າວ​ຕື່ມ​ວ່າ ການ​ຕັດ​ບາງ​ສ່ວນ​ມີ​ທ່າ​ທາງ​ວ່າ ​ຈະ​ດຳ​ເນີນ
ໄປ ​ໂດຍ​ຜ່ານການຫຼຸດຂອງ​ຂອງ​ຂະໜາດ ​ຂະນະ​ທີ່​ພວກ​ທະຫານ ​ພາກັນ​ອອກ​ກິນ​ເບ້ຍ​ບຳ
ນານ​ຫຼືກັບ​ຄື​ນ​ໄປ​ສູ່​ຊີວິດ​ພົນລະ​ເຮືອນ.

http://www.voanews.com/templates/widgetDisplay.html?id=138190849&player=article