ສຫລ ມີ “ຄວາມ​ກັງ​ວົນ ຢ່າງ​ເລິກ​ເຊິ່ງ” ຕໍ່ການຕັດສິນໂທດ ປະຫານຊີວິດ ທ່ານ Morsi

ປະທານາທິບໍດີ ຂອງອີຈິບ ຜູ້ເຄັ່ງສາສະໜາອິສລາມ ທ່ານ Mohammed Morsi ທີ່ໄດ້ຖືກໂຄ່ນລົ້ມອອກຈາກຕຳແໜ່ງ ນັ່ງຢູ່ຫ້ອງຂັງກັນສຽງ ໃນຫ້ອງພິພາກສາຄະດີ ທີ່ສ້າງຂຶ້ນມາ ຢູ່ທີ່ໂຮງຮຽນຕຳຫຼວດແຫ່ງຊາດຂອງອີຈິບ ໃນນະຄອນຫຼວງ ໄຄໂຣ ປະເທດອີຈິບ, ວັນທີ 21 ເມສາ 2015.

ສະຫະລັດ​ກ່າວ​ວ່າ ຕົນ​ມີ “ຄວາມ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ” ກ່ຽວ​ກັບ
​ການ​ຕັດສິນ​ໂທດ​ປະຫານ​ຊີວິດ ອະດີດ​ປະທານາທິບໍດີ​ອີ​ຈິບ ທ່ານ
Mohamed Morsi ​ແລະ ຈຳ​ເລີຍຫຼາຍກວ່າ 100 ຄົນ ​ໃນ​ຄະດີ​ທີ່​
ພົວພັນ​ກັບ ການ​ແຫກ​ຄຸກລວມໝູ່ ​ເມື່ອ​ປີ 2011.

​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດທ່ານ​ໜຶ່ງ ​ກ່າວ​ໃນ​ວັນ​ອາທິດ
​ມື້​ນີ້ ວ່າ “ພວກ​ເຮົາ​ໄດ້​ກ່າວ​ຕໍ່ຕ້ານ​ການ​ດຳ​ເນີນ​ຄະດີ ​ແລະ
ການ​ຕັດສິນ​ລວມໝູ່ ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ຊຶ່ງ​ເປັນ​
ການ​ດຳ​ເນີນ​ການ​ໃນ​ລັກສະນະ ທີ່ວ່າ ບໍ່​ສອດຄ່ອງ​ກັບ
​ພັນທະ​ຕໍ່​ນາໆ​ຊາດ​ຂອງ​ອີ​ຈິບ ​ແລະ ການ​ປົກຄອງ​ດ້ວຍ
​ກົດໝາຍ.”

ສານແຫ່ງ​ໜຶ່ງໃນນະຄອນຫຼວງ Cairo ​ໄດ້​ຕັດສິນລົງ​ໂທດພວກ​ກ່ຽວ​ ​ໃນ​ວັນ​ເສົາ​ວານ​ນີ້.

ພະ​ມະຫາ Mufti ຜູ້ນຳ​ທາງ​ສາສະໜາ​ສູງ​ສຸດ​ຂອງ​ອີ​ຈິບ ຈະ​ເປັນ​ຜູ້​ຕັດສິນ​ ​ຂັ້ນສຸດ​ທ້າຍ
​ກ່ຽວ​ກັບໂທດ​ປະຫານ​ຊີວິດ​ດັ່ງກ່າວ ​ໃນ​ວັນ​ທີ 2 ມີ​ຖຸນາ ປີ​ນີ້.

ອະດີດ​ປະທານາທິບໍດີອີ​ຈິ​ບ ​ແມ່ນຍັງ​ປະ​ເຊີນ​ກັບ ຂໍ້​ຫາ ຖານ​ທຳ​ການເຄື່ອນ​ໄຫວ​ສອດ​ແນມ​ອີກ.

ທະນາຍຄວາມ​ຂອງ​ທ່ານ Morsi ກ່າວ​ວ່າ ທ່ານ​ຈະ​ຂໍ​ອຸທອນ​ຕໍ່​ຄຳ​ຕັດສິນ​ໂທດ​ປະຫານ
​ຊີ​ວິດ ທ່ານ Morsi.

ພວກ​ສະໜັບ​ສະ​ໜຸນ ພັກ​ພະລາດອນພາບ​ມຸສລິ​ມ ຫຼື Muslim Brotherhood ​ໄດ້ຮຽກຮ້ອງ ​ໃຫ້ປະຊາຊົນ ທຳ​ການ​ປະ​ທ້ວງ ຕໍ່​ຄຳ​ຕັດສິນ​ໂທດ​ປະຫານ​ຊີ​ວິດ ທ່ານ Morsi ​ດັ່ງກ່າວນັ້ນ.

ສານ Cairo ຍັງ​ອອກ​ຄຳ​ພິພາກສາ​ຕ່າງຫາກ ຕໍ່​ບັນດາ​ຜູ້ນຳລະດັບ​ສູງ​ຂອງພັກພະລາດອນ ພາບ​ມຸສລິ​ມ ອີກຫຼາຍຄົນ ​ໃນຖານ​ສົມຮູ້​ຮ່ວມ​ຄິດ​ກັບ ກັບ​ກຸ່ມ Hamas ​ແລະ Hezbollah ຈັດວາງ​ແຜນການ​ແຫກ​ຄຸກດັ່ງກ່າວ​ນັ້ນ.