ສຫລ ຈັດໃຫ້ຈີນ ຢູ່ໃນລະດັບ ຕ່ຳສຸດ ຂອງ ປະເທດ ທີ່ຄ້າມະນຸດ

ເດັກຊາຍຊາວວີເກີ ຢືນຢູ່ຂ້າງໃນຂອງລົດຕຳຫຼວດ ຄອງ ຫອຍໂຄ່ງຂອງຈັງຫວັດ Songkhla, ໄທ. ລາວແມ່ນສ່ວນນຶ່ງ ຂອງ 200 ຄົນ ທີ່ໄດ້ກູ້ມາໄດ້ຈາກສູນຂອງຂະບວນການຄ້າມະນຸດ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ນຳ​ອອກ​ເຜີຍ​ແຜ່​ ລາຍ​ງານ​ປະຈຳ​ປີ​ຂອງ​ຕົນ
ກ່ຽວກັບ​ການ​ຄ້າ​ມະນຸດ ທີ່​ມີ​ລາຍ​ຊື່​ຂອງ 23 ປະ​ເທດ ທີ່​ຂີ້ຮ້າຍ​ທີ່​ສຸດ​ໃນເລື່ອງການລ່ວງ
ລະເມີດທີ່​ວ່າ​ນີ້ ອັນຮວມມີ ປະເທດຈີນ ທີ່​ໄດ້​ຫຼຸດລະດັບ​ຕ່ຳ​ລົງມາ ​ເທົ່າ​ທຽມ​ກັບປະ​ເທດ
ເກົາຫຼີ​ເໜືອ ​ແລະ​ຊີ​ເຣຍ. Nike Ching ນັກ​ຂ່າວ​ຂອງ VOA ປະຈຳກະຊວງ​ການ​ຕ່າງ
ປະ​ເທດ ມີ​ລາຍ​ງານເລື່ອງນີ້ ຊຶ່ງ​ວັນນະ​ສອນ ຈະສະ​ເໜີ​ລາຍ​ລະອຽດຕໍ່ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານປະຈຳປີ 2017 ຂອງກະຊວງການຕ່າງປະເທດສະຫະລັດກ່ຽວກັບຂະບວນການຄ້າມະນຸດໃນທົ່ວໂລກ

ຂະ​ບວນການ​ຄ້າ​ມະນຸດ ຖື​ວ່າ ​ເປັນ​ລະບົບ​ຂ້າ​ທາດ​ສະ​ໄໝໃໝ່ ເປັນ​ອຸດສາຫະກຳ​ອາດຊະຍາກຳຫຼາຍໆ​ພັນ​ລ້ານ​ໂດ​ລ່າ ທີ່ຕັດ​ເສລີພາບ​ຂອງ​ຜູ້​ຄົນປະມານ​ 20 ລ້ານ​ຄົນ
​ໃນ​ທົ່ວ​ໂລກ ອີງ​ຕາມ​ພວກເຈົ້າ​ໜ້າ​ທີ່​ຂອງ​ສະຫະລັດ.

ສິ່ງ​ທີ່​ເປັນໜ້າສັງເກດ ຢູ່ໃນ​ລາຍ​ງານ​ກ່ຽວກັບການ​ຄ້າ​ມະນຸດລາຍ​ບຸກຄົນໃນປີ​ນີ້
ກໍແມ່ນວ່າ ​ ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຫຼຸດລະດັບ​ຂອງ​ປະ​ເທດ​ຈີນ ​ໃຫ້​ຕ່ຳລົງສູ່
ລະດັບ ​ຂອງເກົາຫຼີ​ເໜືອ ​ແລະ​ຊີ​ເຣຍ.

ທ່ານ Rex Tillerson ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່່າ “​ປະ​ເທດ​ຈີນ
ໄດ້​ຖືກຫຼຸດລະດັບໃຫ້​ຕ່ຳລົງ ຢູ່​ໃນ​ລາຍ​ງານ​ຂອງ​ປີ​ນີ້ ​ສ່ວນ​ນຶ່ງ ກໍ​ແມ່ນ​ວ່າ​ຈີນ ບໍ່​ໄດ້​ເອົາ​ບາດກ້າວ​ຢ່າງ​ຈິງ​ຈັງ ເພື່ອຍຸຕິການ​ຄ້າ​ມະນຸດ ຊຶ່ງ​ຮວມທັງ ການ​ບັງຄັບ​ໃຊ້ພວກຄົນ
ງານ​ຈາກ​ເກົາຫຼີ​ເໜືອ ຢູ່​ໃນ​ປະ​ເທດ​ຈີນ.”

ການ​ຕັດສິນ​ໃຈຫຼຸດລະດັບຂອງຈີນ​ລົງ ​ນີ້ ຈະເຫັນ​ໄດ້ວ່າ​ເປັນການເຕືອນ​ຢ່າງ​ໃຫຍ່​ຫຼວງ
ດ້ານ​ປະຫວັດສິດ​ທິມະນຸດ​ຂອງ​ຈີນ ​ໂດຍ​ລັດຖະບານ​ຂອງ​ທ່ານ​ທຣຳ ຊຶ່ງ​ເປັນການເຄື່ອນ
ໄຫວທີ່​ທາງ​ປັກ​ກິ່ງປະນາມ. ​

ວໍ​ຊີງ​ຕັນ ກ່າວ​ວ່າ ລາຍ​ງານ​ນີ້ ​ມີ​ຈຸດປະສົງ​ຢາກໃຫ້​ມີ​ການ​ປ່ຽນ​ແປງໃຫ້ດີ​ຂຶ້ນກວ່າເກົ່າ. ​
ໃນ​ວັນ​ອັງຄານວານ​ນີ້​ ທີ່​ໄດ້​ມີ​ການ​ເຜີຍ​ແຜ່​ລາຍ​ງານ​ດັ່ງກ່າວ ມີຜູ້ຊາຍ ແລະ​ແມ່ຍິງ 8 ຄົນ
​ຈາກ​ທົ່ວ​ໂລກ ​ໄດ້​ຮັບ​ກຽດ​ອັນ​ສູງ​ສົ່ງ ​ໃນ​ຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ໄດ້​ສ້າງ
​ຜົນງານ​ດີ​ເດັ່ນ ​ໃນ​ການ​ຕໍ່ສູ້​ຕ້ານຂະ​ບວນການ​ຂ້າທາດສະ​ໄໝ​ໃໝ່ ໃນ​ທົ່ວ​ໂລກ ຊຶ່ງ​ຮວມມີ
ນາງ Boom Mosby ຈາກ​ປະ​ເທດ​ໄທ.

ນາງ Boom Mosby ​ເຈົ້າ​ຂອງໂຄງການ HUG ຂອງ​ປະ​ເທດ​ໄທ ກ່າວ​ວ່າ “ພວກ​ເຮົາ​ມາ​ຢູ່ບ່ອນໜີ້ ກໍຍ້ອນ​ຄວາມ​ບາກ​ບັ່ນ​ປະຕິບັດ​ງານ​ຢ່​າງ​ແຂງ​ຂັນ ​ແລະ​ການ​ປະ​ກອບ​ສ່ວນ​
ຂອງທີ​ມງານ​ທີ່​ເປັນ​ວິລະ​ບຸລຸດ​ຫຼາຍໆ​ທ່ານຮ່ວມ​ກັນ. ​ໃນ​ທີ່​ສຸດ ຕອນ​ທີ່​ປະ​ເຊີນໜ້າກັບ
ພວກຜີມານຂະ​ບວນການ​ຄ້າ​ມະນຸດ ພວກ​ເຮົາທັງ​ໝົດ ຕ້ອງ​ປະທະ​ກັບ​ມັນຊຶ່ງໆ​ໜ້າ
ດ້ວຍ​ທາງເລືອກ​ທີ່​ວ່າ: ຈະບໍ່​ເຮັດ​ຫຍັງ​ເລີຍ ຫຼືບໍ່ ກໍຕ້ອງ​ເຮັດ​ອັນ​ໃດ​ອັນ​ນຶ່ງ.”

​ພວກເຈົ້າ​ໜ້າ​ທີ່​ສະຫະລັດ ຊຶ່ງ​ຮວມທັງລູກ​ສາວ​ຂອງ​ປະທານາທິບໍດີ​ສະຫະລັດ ທ່ານນາງ
Ivanka ຊຶ່ງ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ໃນ​ບັນດາ
​ປະ​ເທດ​ອື່ນໆ ບໍ່​ໃຫ້ຫຼັບຫູຫຼັບ​ຕາແບບ ບໍ່​ຮູ້​ບໍ່​ເຫັນ ​ອາດຊະ​ຍາ​ກຳ​ຂະ​ບວນການ​ຄ້າ​ມະນຸດ.

ທ່ານ​ນາງ Ivanka ກ່າວ​ວ່າ: “ລາຍ​ງານປີ​ນີ້ ​ໄດ້​ເນັ້ນ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ລັດ
ຖະບານ​ທັງ​ໝົດ ທີ່ຕ້ອງ​ຈັດການ ​ແລະ​ລົງ​ໂທດ​ພວກ​ທີ່​ປະກອບ​ການ​ໃນຂະ​ບວນການ​ຄ້າ​ມະນຸດ. ມັນ​ຍັງ​ເປີດ​ໂອກາດ​ໃຫ້​ຫຼາຍໆ​ປະ​ເທດ ​ໄດ້​ເຫັນ​ການ​ຕໍ່ສູ້​ວ່າເປັນ​ໄປແນວ​ໃດ
ຕໍ່ຂະ​ບວນການ​ຄ້າ​ມະນຸດ ຂອງ​ພວກອື່ນໆ ​ແລະ​ໃຫ້ຮັບ​ເອົາ​ຍຸດ​ທະ​ສາດ​ແລະ​ກົນ​ໄກ
​ທີ່​ມີ​ປະສິດທິ​ຜົນທີ່​ສຸດ ​ໃນ​ຂະນະ​ທີ່ ພະຍາຍາມ​ແກ້​ໄຂ​ແລະ​ປັບປຸງ​ບັນຫາ​ຂອງ​ຕົນ
ທີ່​ພວມປະ​ເຊີນ​ຢູ່​.”

ບັນດາ​ປະ​ເທດ​ທີ່ຢູ່​ໃນ​ລາຍ​ຊື່​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ປະ​ເທດ​ທີ່​ລ່ວງ​ລະ​ເມີດ​ທີ່​ຮ້າຍ​ແຮງ​ທີ່​ສຸດ
ທີ່​ສາມາດ​ນຳ​ມາ​ລົງ​ໂທດ ໂດຍ​ກີດ​ກັນ​ຈາ​ກການ​ປະກອບສ່ວນໃນ​ໂຄງການ​ແລກປ່ຽນຕ່າງໆ​ດ້ານວັດທະນະທຳ​ກັບ​ສະຫະລັດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

US Declares China as Among World's Worst Human Trafficking Offenders